ກະຊວງ ອຸດສາຫະກຳ ແລະ ການຄ້າ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

     ໃນວັນທີ 15 ກັນຍາ 2024 ທີ່ຫ້ອງວ່າການແຂວງຫລວງນໍ້າທາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ. ໃຫ້ກຽດມອບໂດຍ ທ່ານ ບຸນເຖີງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ແລະ ເປັນກຽດຮັບໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫລວງນໍ້າທາ.

     ຄະນະຈາກກະຊວງອຸດສາຫະກຳ ແລະ ການຄ້າ ນຳໂດຍ ທ່ານ ບຸນເຖີງ ດວງສະຫວັນ ໄດ້ນຳເອົາເຄື່ອງຊ່ວຍເຫລືອ ຊຶ່ງປະກອບດ້ວຍ ເງິນສົດຈຳນວນ 137,500,000 ກີບ ແລະ ວັດຖຸປັດໃຈ (ເຂົ້າສານ, ນົມແອນລິນ, ປາແດກ, ນ້ຳອັດລົມ, ເຂົ້າໝົມ, ໝີ່ສຳເລັດຮູບ, ປາກະປ໋ອງ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ) ມູນຄ່າ 73,932,500 ກີບ ມາມອບໃຫ້ແກ່ແຂວງຫລວງນໍ້າທາ ເພື່ອນຳໄປຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຕົ້ນເດືອນກັນຍາຜ່ານມານີ້.

     ໃນໂອກາດດັ່ງກ່າວ ທ່ານ ຮອງເຈົ້າແຂວງ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການລະດົມນ້ຳໃຈ ເພື່ອມາຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດທີ່ຮ້າຍແຮງໃນຄັ້ງນີ້. ເຊິ່ງເປັນການປະກອບສ່ວນອັນສຳຄັນຕໍ່ການພັດທະນາແຂວງຫລວງນໍ້າທາ ແນໃສ່ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນທີ່ໄດ້ຮັບຜົນກະທົບກັບຄືນສູ້ສະພາບປົກກະຕິໂດຍໄວ.

ແຫຼ່ງຂໍ້ມູນຂ່າວສານ: ກະຊວງ ອຸດສາຫະກໍາ ແລະ ການຄ້າ: https://www.moic.gov.la/?p=13611

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?