ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ ປີ 2024 ປະຕິບັດໄດ້ປະມານ 1,211 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 541 ລ້ານໂດລາສະຫະລັດ ເພີ່ມຂື້ນ 1,4% ທຽບໃສ່ ເດືອນກໍລະກົດ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ 94 ລ້ານໂດລາສະຫະລັດ, ຄໍາປະສົມ 57 ລ້ານໂດລາສະຫະລັດ, ຢາງພາລາ 38 ລ້ານໂດລາສະຫະລັດ, ເຈ້ຍ 38 ລ້ານໂດລາສະຫະລັດ, ແຮ່ທອງ 36 ລ້ານໂດລາສະຫະລັດ, ເຍື່ອໄມ້ 25 ລ້ານໂດລາສະຫະລັດ, ນໍ້າຕານ 11 ລ້ານໂດລາສະຫະລັດ, ເກືອກາລີ 11 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 8 ລ້ານໂດລາສະຫະລັດ, ມັນຕົ້ນ 5 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ  

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 670 ລ້ານໂດລາສະຫະລັດ ຫຼຸດລົງ 2,4% ທຽບໃສ່ ເດືອນກໍລະກົດ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 66 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 59 ລ້ານໂດລາສະຫະລັດ, ພາຫະນະທາງບົກ 53 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 48 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ 32 ລ້ານໂດລາສະຫະລັດ, ເຫຼັກ 27 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 26 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ 23 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ 19 ລ້ານໂດລາສະຫະລັດ, ເຄື່ອງດື່ມ 19 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຫວຽດນາມ ປະມານ 168 ລ້ານໂດລາສະຫະລັດ, ຈີນ ປະມານ 145 ລ້ານໂດລາສະຫະລັດ, ໄທ ປະມານ 96 ລ້ານໂດລາສະຫະລັດ, ສ.ອາເມລິກາ ປະມານ 32 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 27 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 254 ລ້ານໂດລາສະຫະລັດ, ຈີນ ປະມານ 245 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 69 ລ້ານໂດລາສະຫະລັດ, ສ.ອາເມລິກາ 26 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 12 ລ້ານ ໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ສິງຫາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?