ສ້າງຄວາມຊໍານານໃຫ້ ເຈົ້າໜ້າທີ ແລະ ບັນດາຫົວໜ່ວຍທຸລະກິດໃນການນໍາໃຊ້ລະບົບ ອີຊີໂອ ສະບັບປັບປຸງໃໝ່ລ້າສຸດ

     ໃນລະຫວ່າງ ວັນທີ 5-6 ກັນຍາ 2024, ທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ. ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ສະບັບປັບປຸງ (ເວີຊັນ 2). ເປັນປະທານໂດຍ ທ່ານ ພຸດສະຫວັນ ຂຸນຈັນທະ, ຮອງຫົວໜ້າກົມຄ້າຕ່າງປະເທດ, ພ້ອມດ້ວຍນັກສໍາມະນາກອນທັງໝົດ ປະມານ 70 ທ່ານ ທີ່ມາຈາກ ນະຄອນຫຼວງວຽງຈັນ ແລະ 6 ແຂວງພາກເໜືອ ແລະ ພາກກາງ.

     ຫຼັງຈາກການເປີດຕົວຢ່າງເປັນທາງການຂອງລະບົບ e-CO ສະບັບປັບປຸງ ຫຼື ເວີຊັນ 2 ໃນວັນທີ 31 ກໍລະກົດ 2024 ຜ່ານມານັ້ນ. ກົມ ຄຕ ໄດ້ຮ່ວມມືກັບ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ ຂອງອົງການ USAID ຈັດຝຶກອົບຮົມໃຫ້ຫຼາຍແຂວງ ເຊັ່ນ: ນະຄອນຫລວງ, ແຂວງວຽງຈັນ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ເພື່ອຈຸດປະສົງຍົກລະດັບຄວາມຮູ້ຄວາມເຂົ້າໃຈໃນການ ຫັນເປັນທັນສະໄໝ ແລະ ມີການຈັດຕັ້ງປະຕິບັດທີ່ເປັນເອກະພາບກັນທັງພາກລັດ ແລະ ຫົວໜ່ວຍທຸລະກິດ ເພື່ອຄວາມສະດວກ, ວ່ອງໄວ ແລະ ແກ້ໄຂຊ່ອງຫວ່າງ ເວລາອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ເຄີຍມີຄວາມຫຍຸ້ງຍາກ ແລະ ສັບສົນມານັ້ນໃຫ້ມີການປັບປຸງທີ່ດີຂື້ນໄປເລື້ອຍໆ.  

     ທ່ານປະທານ ໄດ້ກ່າວໃນພິທີເປີດວ່າ: "ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນ ໃຫ້ແກ່ພາກລັດ ແລະ ບັນດາຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ ທີ່ຈະໄດ້ຮັບຜົນປະໂຫຍດອັນສູງຈາກລະບົບ e-CO ສະບັບປັບປຸງໃໝ່ ຫຼື ເວີຊັນ 2 ນີ້." ທ່ານປະທານຍັງກ່າວຕື່ມວ່າ ລະບົບ e-CO ເວີຊັນໃໝ່ນີ້ຍັງສາມາດສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກ ແລະ ສົ່ງເສີມການພັດທະນາປັບປຸງສະພາບແວດລ້ອມໃນການດຳເນີນທຸ ລະກິດ ຢູ່ ສປປ ລາວ ໄດ້ຮັບຜົນດີເທົ່າທີ່ຄວນ. ຫຼັງຈາກນັ້ນ, ກົມ ຄຕ ກໍ່ໄດ້ມີແຜນຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີລັດ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ ຢູ່ ແຂວງຈໍາປາສັກ ແລະ ແຂວງອຸດົມໄຊ ອີກດ້ວຍ.

     ພ້ອມດຽວກັນນັ້ນ, ສໍາມະນາກອນ ກໍ່ໄດ້ນໍາສະເໜີ ແລະ ບັນຍາຍ ຄວາມຮູ້ທີ່ໜ້າສົນໃຈດ້ານອື່ນໆທີ່ກ່ຽວຂ້ອງກັບ ລະບົບ e-CO, ການອອກໃບຢັ້ງຢືນ, ກອບກົດໝາຍ ສໍາລັບກົດລະບຽບຂອງແຫຼ່ງກໍາເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ, ອົງປະກອບຂອງລະບົບ, ແລະ ຄໍາແນະນໍາ ກ່ຽວກັບຜົນປະໂຫຍດຈາກກົດລະບຽບຂອງແຫຼ່ງກໍາເນີດທີ່ມີສິດທິພິເສດພາຍໃຕ້ຂໍ້ຕົກລົງທາງການຄ້າສອງຝ່າຍໃນປະຈຸບັນ.

     ສໍາລັບພາກສ່ວນຜູ້ປະກອບການໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450 255 ຫຼື ສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌ https://ecolao.gov.la/

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?