ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວຽກງານຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໃຫ້ເຈົ້າໜ້າທີ່ແຂວງວຽງຈັນ

     ໃນລະຫວ່າງວັນທີ 10-12 ກໍລະກົດ 2024 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມ ກ່ຽວກັບ ວຽກງານຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໃຫ້ພະນັກງານປະຈໍາຫ້ອງການພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຂັນທອງ ດວງປະເສີດ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງວຽງຈັນ ແລະ ທ່ານ ໂພໄຊ ອິນທະບົວລີ ຮອງຫົວໜ້າພະແນກຄຸ້ມຄອງແຫຼ່ງກໍາເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ.

     ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງການ ພະນັກງານປະຈໍາຫ້ອງການພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ຂອບສັນຍາຕ່າງໆ, ໂດຍໄດ້ມີການເນັ້ນໃສ່ຈໍານວນ 06 ຊະນິດຟອມ ຄື: E, AANZ, AJ, AK, SPT ແລະ Co-Korea; ຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນ ແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ ແລະ ສອດຄ່ອງກັບລະບຽບການຂອງບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ. ຊຶ່ງພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ກໍ່ເປັນຫ້ອງການທີ່ໄດ້ຮັບມອບສິດເປັນຜູ້ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ີໄດ້ຮັບສິດທິພິເສດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກຂອງຜູ້ປະກອບການທີ່ດຳເນີນທຸລະກິດຢູ່ພາຍໃນ ແຂວງວຽງຈັນ ໂດຍສອດຄ່ອງກັບນະໂຍບາຍວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ຂອງລັດກຖະບານ ເປັນຕົ້ນແມ່ນຄໍາສັ່ງເລກທີ 12/ນຍ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ - ການເງິນ. ທັງເປັນການຊຸກຍູ້, ສົ່ງເສີມ ແລະ ປະຕິບັດຕາມບັນດານິຕິກຳຂອງ ສປປ ລາວ ບົນພື້ນຖານຄວາມເຂົ້າໃຈ ແລະ ການຮ່ວມມືຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ໃນດ້ານການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ເພື່ອດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ.

     ພາຍຫຼັງໄດ້ຮັບຟັງ ແລະ ຄົ້ນຄວ້ານິຕິກໍາທີ່ກ່ຽວຂ້ອງແລ້ວ ກໍ່ໄດ້ມີການແນະນຳວິທີການປະກອບເອກະສານໃນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ໂດຍໄດ້ລົງເລິກການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການປະກອບເອກະສານ, ການກວດກາເອກະສານ ແລະ ລົງເບິ່ງຂະບວນການຜະລິດຕົວຈິງຂອງບໍລິສັດ ກ່ອນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດສິນຄ້າ (Confirmation Product of Eligibility: CPE), ການຕື່ມຂໍ້ມູນລົງໃບແບບຟອມຊະນິດຕ່າງໆ, ການກວດໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ການສະຫຼຸບສະຖິິຕິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ພ້ອມທັງການເກັບຮັກສາສໍາເນົາເອກະສານ ພ້ອມທັງພາກປະຕິບັດຕົວຈິງໄປຄຽງຄູ່ກັນ.

     ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal. gov.la, www.ecolao.gov.la.  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?