ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງ ອຸດສາຫະກໍາ ແລະ ການຄ້າ

ຫ້ອງການ

ເລກທີ 1662/ຫອຄ

                                                                            ນະຄອນຫຼວງວຽງຈັນ, ວັນທີ 05 ກໍລະກົດ 2024                                                                           

ແຈ້ງການ

 

ເຖິງ:    - ທ່ານ ຫົວຫນ້າກົມ ທະບຽນວິສາຫະກິດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ

- ທ່ານ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

- ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຈຸດປະສົງໃນການດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກພາຫະນະ ໃນຂອບ

ເຂດທົ່ວໄປເທດ.

 

  • ອີງຕາມທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 25/6/2024;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຫ້ອງການກະຊວງ ອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2072/ອຄ, ລົງວັນທີ ລົງວັນທີ 15/11/2023;
  • ອີງຕາມ ບົດລາຍງານຂອງທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1151/ ອຄ, ລົງວັນທີ 28/6/2024.

 

ເພື່ອເຮັດໃຫ້ວຽກງານການຄຸ້ມຄອງການອອກໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກພາຫະນະ ມີປະ ສິດທິຜົນສູງຂຶ້ນ ແລະ ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ ພ້ອມທັງດັດສົມຫົວຫນ່ວຍທຸລະກິດທີ່ດໍາ ເນີນກິດຈະການດັ່ງກ່າວ ໃຫ້ແທດເຫມາະກັບສະພາບຕົວຈິງ, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງຂໍແຈ້ງມາ ຍັງບັນດາທ່ານ ຊາບວ່າ ນັບແຕ່ວັນທີ 09 ກໍລະກົດ ເຖິງວັນທີ 31 ທັນວາ 2024 ກະຊວງ ຈະໄດ້ດໍາເນີນການໂຈະ ຮັບເອກະສານສະເຫນີຂໍດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກຍານພາຫະນະ ດ້ວຍເຫດຜົນທີ່ກ່າວມາຂ້າງເທິງ ແລະ ຈະເລີ່ມ ຮັບເອກະສານສະເຫນີຄືນໃຫມ່ ນັບແຕ່ວັນທີ 01 ມັງກອນ 2025 ເປັນຕົ້ນໄປ.

 

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

 

ຫົວໜ້າຫ້ອງການ

ປອ. ບົວວັນ ວິລະວົງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?