ເງື່ອນໄຂສົ່ງພືດ 3 ປະເພດ ໄປຈີນ

 

ອີງຕາມ ຄໍາແນະນໍາ ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ພືດທີ່ເປັນວັດຖຸດິບສໍາລັບປຸງແຕ່ງຢາພື້ນເມືອງຈີນ ຂອງ ສປປ ລາວ ໄປ ສປ ຈິນ ສະບັບເລກທີ 0305/ກປຝ, ລົງວັນທີ 16 ມັງກອນ 2024; ຄໍາແນະນໍາ ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກໝາກມ່ວງຫິມະພານ ຂອງ ສປປ ລາວ ໄປ ສປ ຈິນ ສະບັບເລກທີ 0306/ກປຝ, ລົງວັນທີ 16 ມັງກອນ 2024; ແລະ ຄໍາແນະນໍາ ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກໝາກມ່ວງສົດ ຂອງ ສປປ ລາວ ໄປ ສປ ຈິນ ສະບັບເລກທີ 2140/ກປຝ, ລົງວັນທີ 28 ມີນາ 2024. ເຊິ່ງມີເນື້ອໃນສໍາຄັນດັ່ງນີ້:

  1. ມາດຕະການສຸຂານາໄມພືດກ່ອນສົ່ງອອກ ຂອງພືດທີ່ເປັນວັດຖຸດິບສໍາລັບປຸງແຕ່ງຢາພື້ນເມືອງຈີນ:

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັໍ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດ ດັ່ງນີ້:  

  • ຕ້ອງຍືື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ ພ້ອມທັງຄັດຕິດເອກະສານທີ່ກ່ຽວຂ້ອງຫາກົມປູກຝັງ ຫຼື ຂະແໜງປູກຝັງຂັ້ນແຂວງ. ສໍາລັບເງືື່ອນໄຂ, ຂັ້ນນຕອນ ແລະ ວິທີການສະເໜີຂໍ ໃບຢັ້ງຢືນສຸຂານາໄມພືດ ແມ່ນໃຫ້ປະຕິບັດຕາມບົດແນະນຳຂອງກົມປູກຝັງ, ສະບັບເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019;
  • ກໍລະນີກວດກາພົບສັດຕູພືດໃນສິນຄ້າ ແມ່ນຫ້າມສົ່ງອອກສິນຄ້າດັ່ງກ່າວ ແລະ ໃຫ້ລາຍງານກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຊາບທັນທີ ເພືື່ອໂຈະສະຖານທີ່ປະກອບການຜະລິດຊົ່ວຄາວ ພ້ອມຊອກຫາວິທີແກ້ໄຂ;
  • ໃນກໍລະນີເຈົ້າໜ້າທີກັກກັນພືດ ກວດກາບໍ່ພົບເຫັນສັດຕູພືດ ແມ່ນຕ້ອງອອກໃບຢັ້ງຢືນສຸຂານາໄມພືດ ສຳລັບ ສີນຄ້ານັ້ນ ແລະ ຕ້ອງພິມຂໍ້ມູນເພີ່ມຕືື່ມ ໃສ່ໃບຢັ້ງຢືນສຸຂານາໄມພືດ.
  • ເຈົ້າໜ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້້ມູນດ່ານນຳເຂົ້າ ທີ່ກຳນົດໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ.

  1. ການຂື້ນທະບຽນສະຖານທີ່ປະກອບການຜະລິດ ໃນການສົ່ງອອກ ໝາກມ່ວງຫິມະພານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີີ່ມີຈຸດປະສົງ ຂໍຂື້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸຸ້ມຫໍ່ ແລະ ບັນຈຸ  ຕ້ອງປະຕິບັດຕາມຄໍາແນະນຳກ່ຽວກັບ ການຂື້ນທະບຽນສະຖານທີ່ປະກອບການຜະລິດ ສໍາລັບການສົ່ງອອກພືດ ແລະ ຜະລິດຕະພັນພືດ ສະບັບເລກທີ 1753/ກປ, ລົງວັນທີ 25 ສິງຫາ 2020, ໂດຍຍືື່ນຄໍາຮ້ອງເຖິງກົມປູກຝັງ, ກະຊວງກະສີກໍາ ແລະ ປ່າໄມ້ ເພືື່ອພິຈາລະນາຄົ້ນຄວ້າ. ເອກະສານຄໍາຮ້ອງຂໍຂື້ນທະບຽນສະຖານທີ່ປະກອບການຜະລິດ ປະກອບມີ:

1) ໃບຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ;

2) ສຳເນົາໃບອະນຸຍາດດຳເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີສຸດທ້າຍ;

4) ຄູ່ມືດຳເນີນງານ ກ່ຽວກັບ ການຜະລິດ ແລະ ການປ້ອງກັນກຳຈັດສັດຕູພືດ;

5) ໃບມອບສິດ ແລະ ສຳເນົາບັດປະຈຳຕົວຂອງຜູ້ຍືື່ນເອກະສານ ໃນກໍລະນີ ໃຫ້ຜູ້ອືື່ນຍືື່ນຄຳຮ້ອງແທນ.

  1. ການຂື້ນທະບຽນສະຖານທີ່ປະກອບການຜະລິດ ໃນການສົ່ງອອກ ໝາກມ່ວງສົດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີີ່ມີຈຸດປະສົງ ຂໍຂື້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸຸ້ມຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍຮ້ອນ ຫຼື ໂຮງເຮືອນຈຸ່ມນໍ້າຮ້ອນ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກໍາ ແລະ ປ່າໄມ້ ທີ່ປະກາດໃຊ້ໃນແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ຕາມຂັ້ນຕອນ. ເອກະສານຄໍາຮ້ອງຂໍຂື້ນທະບຽນ ປະກອບມີ:

1) ໃບຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ;

2) ສຳເນົາ ໃບອະນຸຍາດດຳເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສຳເນົາ ໃບຢັ້ງຢືນການມອບພັນທະອາກອນປະຈຳປີສຸດທ້າຍ;

4) ຄູ່ມືດຳເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;

5) ໃບມອບສິດ ແລະ ສຳເນົາບັດປະຈຳຕົວຂອງຜູ້ຍືື່ນເອກະສານ ໃນກໍລະນີ ໃຫ້ຜູ້ອືື່ນຍືື່ນຄຳຮ້ອງແທນ.

ສອບຖາມລາຍລະອຽດເພີມເຕີມ ຕິດຕໍ່: ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້, ເບີໂທ +856 21 412350, ເວັບໄຊທ໌: https://doa.maf.gov.la/

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?