ການນໍາຂັ້ນສູງ ລົງເຄື່ອນໄຫວຢ້ຽມຢາມ ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ

     ໃນຕອນເຊົ້າ ວັນພຸດທີ 5 ມິຖຸນາ 2024, ກົມການຄ້າຕ່າງປະເທດ ໃນນາມກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມດ້ວຍການປະສານງານ ແລະ ຮ່ວມມືກັບ ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ, ໄດ້ຈັດວາລະການລົງເຮັດວຽກຢູ່ສະຖານີຂົນສົ່ງວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມດ້ວຍຄະນະການນໍາຂ້ັ້ນ ລັດຖະມົນຕີ, ຂັ້ນຮອງລັດຖະມົນຕີ, ຂັ້ນກົມ ຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ.

     ຈຸດປະສົງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອ ຢ້ຽມຢາມ ແລະ ຕິດຕາມ ການໃຫ້ບໍລິການ ພາຍຫຼັງການເປີດນຳໃຊ້ບໍລິການສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ດໍາເນີນງານທ່າບົກທ່ານາແລ້ງ ຄົບຮອບ 2 ປີ ນັບແຕ່ວັນທີ 04 ທັນວາ 2021 ມາເຖິງປະຈຸບັນ ແລະ ຮັບຟັງການລາຍງານຄວາມຄືບໜ້າການແກ້ໄຂສິ່ງທ້າທາຍຕ່າງໆ ທີ່ໄດ້ຮັບການສະເໜີຈາກພາກເອກະຊົນຜ່ານມາ ແລະ ບັນຫາທີ່ກໍາລັງປະເຊີນ ໃຫ້ຂັ້ນເທິ່ງຮັບຊາບ ແລະ ມີທິດຊີ້ນໍາແກ້ໄຂໃຫ້ທັນການ.

     ການລົງຢ້ຽມຢາມໃນຄັ້ງນີ້ຖືໄດ້ວ່າເປັນກາລະໂອກາດອັນສໍາຄັນທີ່ສຸດໃຫ້ແກ່ພາກເອກະຊົນ ກໍ່ຄືຜູ້ປະກອບການທີ່ດໍາເນີນທຸລະກິດ ນໍາເຂົ້າ ແລະ ສົ່ງອອກ ຜ່ານທ່າບົກທ່ານາແລ້ງ ແລະ ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ເຫັນໄດ້ເຖິງຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມໃນການແກ້ໄຂບັນຫາທີ່ເປັນສິ່ງກີດຂວາງຕ່າງໆ ໂດຍການນໍາຂັ້ນສູງໄດ້ລົງມາຕິດຕາມເບິ່ງສະພາບຕົວຈິງ ແລະ ຮັບຟັງເພື່ອມີທິດແກ້ໄຂໃຫ້ທັນການທີ່ສຸດ.

      ໃນວາລະລົງຢ້ຽມຢາມຄັ້ງນີ້ ທ່ານຮອງນາຍົກໄດ້ລົງເຄື່ອນໄຫວຕິດຕາມສະຖານທີ່ຕົວຈີງຂອງການໃຫ້ບໍລິການຂອງບໍລິສັດ ລົດໄຟລາວ-ຈີນ ຢູ່ລານຕູ້ສີນຄ້າ, ຫ້ອງບໍລິການພາສີ ແລະ ຈຸດຄ່ຽນຖ່າຍຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ. ໃນຕອນທ້າຍຂອງວາລະ ໄດ້ມີກອງປະຊຸມຮັບຟັງການລາຍງານຄວາມຄືບໜ້າການປັບປຸງການບໍລິການ ແລະ ຂັ້ນຕອນການຂົນສົ່ງຈາກ ບໍລິສັດ ທ່າບົກທ່ານາແລ້ງ, ບໍລິສັດລົດໄຟ ລາວ-ຈີນ ແລະ ຮັບຟັງການປະກອບຄໍາຄິດຄໍາເຫັນຈາກຂະແໜງການລັດທີ່ກ່ຽວຂ້ອງ ເພື່ອນໍາໄປພິຈາລະນາ ແລະ ຫາແນວທາງແກ້ໄຂໃນຕໍ່ໜ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?