ໃນຕອນເຊົ້າຂອງ ວັນທີ 10 ພຶດສະພາ 2024 ທີ່ ຫ້ອງປະຊຸມທາງໄກ ຊັ້ນ 03 ກະຊວງອຸດສາຫະກຳ ແລະ ການຄ້າ. ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ໃນນາມເປັນ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດ “ກອງປະຊຸມປຶກສາຫາລືຄັ້ງທຳອິດ (Kick-off Meeting) ກ່ຽວກັບການສຶກສາເວລາກວດປ່ອຍສິນຄ້າ (Time Release Study: TRS) ຂອງ ສປປ ລາວ ປະຈຳປີ 2024” ໂດຍການເປັນປະທານ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມ ຄຕ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກກະຊົນ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍໃນຂອບເຂດທົ່ວປະເທດ.

     ຜ່ານມາ, ກົມພາສີ ໄດ້ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງປະຈໍາດ່ານ ດໍາເນີນການສຶກສາ TRS ຈໍານວນທັງໝົດ 5 ຄັ້ງ ນັບແຕ່ປີ 2009, 2012, 2016, 2017 ແລະ 2019 ຊຶ່ງໃນຕອນນັ້ນໄດ້ສຶກສາພຽງແຕ່ເວລາໃນການດໍາເນີນການກວດປ່ອຍສິນຄ້າ ຢູ່ 10 ດ່ານສາກົນ ເທົ່ານັ້ນ. ມາຮອດປີ 2020, ກົມການຄ້າຕ່າງປະເທດ ແລະ ກົມພາສີ ໄດ້ຮ່ວມກັນສຶກສາ TRS ແລະ ໄດ້ຂະຫຍາຍຂອບເຂດການສຶກສາ ກວມເອົາ 6 ຂະແໜງການກ່ຽວຂ້ອງທີ່ອອກອະນຸຍາດ ແລະ ຢັ້ງຢືນຄື: ກົມການຄ້າຕ່າງປະເທດ, ກົມຂົນສົ່ງ, ກົມອາຫານ ແລະ ຢາ, ກົມລ້ຽງສັດ ແລະ ການປະມົງ, ກົມມາດຕະຖານ ແລະ ວັດແທກ ແລະ ກົມຄຸ້ມຄອງບໍ່ແຮ່, ຊຶ່ງໄດ້ກວມເອົາ 12 ໃບອະນຸຍາດ ແລະ ຢັ້ງຢືນ ທີ່ຕິດພັນກັບຂະແໜງການດັ່ງກ່າວ.

     ມາເຖິງຄັ້ງລ່າສຸດກໍ່ຄື TRS ປີ 2022 ໄດ້ຂະຫຍາຍຂອບເຂດການສຶກສາເພີ່ມອີກ 3 ຂະແໜງການ, ໂດຍລວມທັງໝົດເປັນ 9 ຂະແໜງການ ແລະ ມີທັງໝົດ 19 ໃບອະນຸຍາດ ແລະ ຢັ້ງຢືນ. ສໍາລັບດ່ານແມ່ນເພີ່ມເຕີມ 4 ດ່ານ, ລວມທັງໝົດເປັນ 14 ດ່ານ. ການສຶກສາໄດ້ສໍາເລັດ ແລະ ເຜີຍແຜ່ບົດສຶກສາ TRS ປະຈໍາປີ 2022 ໃນຂອບເຂດທົ່ວປະເທດໃນ ເດືອນ ກຸມພາ 2024, ຜ່ານການສຶກສາ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນເວລາຂອງການອອກອະນຸຍາດແມ່ນປະຕິບັດໄດ້ 38% ໂດຍຍັງອີກພຽງ 12% ຈະບັນລຸເປົ້າໝາຍທີ່ວາງໄວ້ຄື 50%.

 

     ສຳລັບການສຶກສາ TRS ປະຈໍາປີ 2024 ແມ່ນຈະເລີ່ມສຶກສາ ໃນເດືອນ ພຶຶດສະພາ 2024 ເປັນຕົ້ນໄປ ຊຶ່ງການສຶກສາຄັ້ງນີ້ຄາດວ່າຈະຂະຫຍາຍຂອບເຂດການສຶກສາເວລາໃນການອອກອະນຸຍາດນໍາເຂົ້າສິນຄ້າຂອງບາງຂະແໜງການທັງຢູ່ສູນກາງ ແລະ ແຂວງ ຕື່ມ.

     ໃນຕອນທ້າຍຂອງທີປະຊຸມ ທ່ານ ມົວວິໄຊ ແລະ ຜູ້ເຂົ້າຮ່ວມທັງໝົດ ເຫັນດີເປັນເອກະພາບຕໍ່ກັບ ຮ່າງຂໍ້ຕົກລົງ ຄະນະຮັບຜິດຊອບສຶກສາ TRS, ແຜນການ ແລະ ວິທີການສຶກສາ ທີ່ຈະດໍາເນີນການໃນຕໍ່ໜ້າ ຂອງບັນດາຂະແໜງການກ່ຽວຂ້ອງ ທີ່ຈະເຂົ້າຮ່ວມການສຶກສາ ແລະ ເປັນຜູ້ຄຸ້ມຄອງ ໃນການສຶກສາຄັ້ງນີ້.  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?