ເສີມຂະຫຍາຍວຽກງານການຄ້າ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ 

     ຕອນເຊົ້າ ວັນທີ 08 ເມສາ 2024 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນສັນຍາການຄ້າສອງຝ່າຍ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ພ້ອມທັງປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າ ປະຈຳປີ 2024 ໂດຍໃຫ້ກຽດກ່າວຕ້ອນຮັບຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ສປປ ລາວ ແລະ ການເຂົ້າຮ່ວມຂອງ ທ່ານ ຫງວຽນ ຫົ່ງ ຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ສສ ຫວຽດນາມ ພ້ອມດ້ວຍຄະນະຈາກສອງຝ່າຍເຂົ້າຮ່ວມ.

     ການພົບປະຢ່າງເປັນທາງການລະຫວ່າງສອງກະຊວງໃນຄັ້ງນີ້ ແມ່ນຕີລາຄາສູງເຖິງຄວາມໝາຍຄວາມສໍາຄັນໃນການຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າ ຂອງສອງລັດຖະບານ ໂດຍໄດ້ມີພິທີລົງນາມເຊັນສັນຍາການຄ້າສອງຝ່າຍ(ສະບັບປັບປຸງ) ລະຫວ່າງ ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ; ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນໃນການຄຸ້ມຄອງລັດທີ່ຕິດພັນກັບການຕ້ານ-ສະກັດກັ້ນພຶດຕິກຳການດຳເນີນທຸລະກິດ, ການຄ້າ ທີ່ລະເມີດກົດໝາຍ, ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດຄຸ້ມຄອງຕະຫຼາດ ຕິດພັນກັບວຽກງານກວດກາການຄ້າ ລະຫວ່າງ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ສປປ ລາວ ແລະ ກົມໃຫຍ່ຄຸ້ມຄອງຕະຫລາດ, ສສ ຫວຽດນາມ; ແລະ ລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກຸ່ມບໍລິສັດພອນສັກ, ສະຖາບັນ NARIME ແລະ ບໍລິສັດ GP Holdings.

     ພ້ອມດຽວກັນ, ຍັງໄດ້ປຶກສາຫາລື ເພື່ອຄົ້ນຄ້ວາປັບປຸງກົນໄກທີ່ເໝາະສົມ ໃນການຈັດຕັ້ງປະຕິບັດແຜນຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າ ສອງຝ່າຍ ປະຈຳປີ 2024 ໂດຍເນັ້ນໃສ່ 6 ວຽກບູລິມະສິດ ເຊັ່ນ: (1) ເຈລະຈາສັນຍາການຄ້າ, ການຄ້າຕ່າງປະເທດ, ການສົ່ງເສີມການຄ້າ ແລະ ການຜະລິດ ເພື່ອສົ່ງອອກ ພ້ອມທັງ ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ສູ້ຊົນເພີ່ມມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 10-15% ຕໍ່ປີ; (2) ປຶກສາຫາລືກ່ຽວກັບການຄົ້ນຄວ້າເພື່ອທົດລອງສ້າງເຂດເສດຖະກິດ ແລະ ນິຄົມອຸດສາຫະກຳ ຢູ່ແຂວງເປົ້າໝາຍ ທີ່ມີຊາຍແດນຕິດລະຫວ່າງ ສອງປະເທດ ແລະ ສຶກສາຄວາມເປັນໄປໄດ້ໃນການສ້າງໂຄງການຕົວແບບໃນຂົງເຂດອຸດສາຫະກຳປຸງແຕ່ງທີ່ມີທ່າແຮງ; (3) ປຶກສາຫາລື ກ່ຽວກັບການຄົ້ນຄວ້າ ເພື່ອກຳນົດຈຸດສ້າງສາງນໍ້າມັນທີ່ເໝາະສົມ ຢູ່ ສປປ ລາວ ເພື່ອຮອງຮັບການນຳເຂົ້ານ້ຳມັນຈາກ ສສ ຫວຽດນາມ; ແລະ (4) ປຶກສາຫາລື ກ່ຽວກັບການຮ່ວມມື ແລະ ພັດທະນາວຽກງານການຄ້າ ເອເລັກໂຕຼນິກ, ຊຶ່ງເປັນວຽກທີ່ສຳຄັນໃນຍຸກເສດຖະກິດ ດີຈີຕອນ.

ແຫຼ່ງຂໍ້ມູນຂ່າວສານ:

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?