ໃນຕອນບ່າຍ ວັນຈັນທີ 21 ສິງຫາ 2023 ທີ່ ຫ້ອງປະຊຸມສ່ອງແສງ (ຊັ້ນ 3), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ). ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງ ອຄ ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງໄດ້ຈັດ “ກອງປະຊຸມປຶກສາຫາລື ກ່ຽວກັບບັນຫາທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ” ໂດຍການເປັນປະທານ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ກະຊວງ ອຄ ພ້ອມດ້ວຍຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 23 ທ່ານ.

     ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວໃນວາລະເປີດກອງປະຊຸມວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເປັນວຽກງານໜຶ່ງທີ່ລັດຖະບານໃຫ້ຄວາມສໍາຄັນ ຊຶ່ງໄດ້ຖືກກໍານົດເຂົ້າໃນວຽກເຄ່ັງຮ້ອນຂອງລັດຖະບານ, ໜຶ່ງໜ້າວຽກຍ່ອຍຂອງວຽກເຄັ່ງຮ້ອນ ແລະ ແຜນວຽກຈຸດສຸມຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນການແກ້ໄຂບັນຫາຂອງພາກທຸລະກິດທີ່ຕິດພັນກັບວຽກງານການຄ້າ ແລະ ການຂົນສົ່ງ.

     ພາຍຫຼັງລັດຖະບານ ໄດ້ຕົກລົງໂຮມຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ກັບ ຄະນະກໍາມະການຂົນສົ່ງແຫ່ງຊາດ ເຂົ້າກັນ ເປັນຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມດຳລັດ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023. ຄະນະດັ່ງກ່າວກໍ່ໄດ້ສັງລວມເອົາບັນຫາ ແລະ ຂໍ້ສະເໜີຂອງພາກທຸລະກິດທີ່ຕິດພັນກັບວຽກງານການຄ້າ ແລະ ການຂົນສົ່ງ ຊຶ່ງຕິດພັນກັບ 9 ຂະແໜງການທີ່ປິ່ນອ້ອມ ເພື່ອປຶກສາຫາລື ແລະ ຕົກລົງເປັນເອກະພາບທາງດ້ານວິຊາການ ກ່ຽວກັບວິທີການແກ້ໄຂບັນຫາໃນຕໍ່ໜ້າ. ກອງປະຊຸມໄດ້ມີການປຶກສາຫາລື ແລະ ເປັນເອກະພາບໃນຫຼາຍບັນຫາທີ່ປິ່ນອ້ອມ ໂດຍສະເພາະບັນຫາທີ່ຕິດພັນກັບການກວດປ່ອຍສິນຄ້ານໍາເຂົ້າ-ສົ່ງອອກ, ການຄຽນຖ່າຍສິນຄ້າຢູ່ດ່ານ, ການຈົດທະບຽນ, ການກວດສອບການນໍາເຂົ້າອາຫານສົດ, ສົ່ງເສີມປະສິດທິພາບໃນການຂົນສົ່ງ, ແລະ ເງື່ອນໄຂ ແລະ ລະບຽບການທີ່ເຄັງຄັດຂອງປະເທດໃກ້ຄຽງ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງລັດຖະມົນຕີ ໄດ້ກ່າວສະຫຼຸບໂດຍຫຍໍ້ ແລະ ໃຫ້ກອງເລຂາສັງລວມເອົາຜົນຂອງກອງປະຊຸມຄັ້ງນີ້ ເພື່ອສັງລວມລາຍງານຕໍ່ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງ ຂັ້ນສູນກາງ ພິຈາລະນາໃຫ້ທິດຊີ້ນໍາ ໃນກອງປະຊຸມວິສາມັນຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງ ຂັ້ນສູນກາງ ໃນວັນທີ 23 ສິງຫາ 2023 ນີ້. ຫຼັງຈາກນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ສົມທົບ ກັບກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອກະກຽມຈັດກອງປະຊຸມເປີດກວ້າງ ລະຫວ່າງ ພາກລັດ, ຜູ້ພັດທະນາທ່າບົກ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເພື່ອນໍາສະເໜີວິທີການແກ້ໄຂບັນຫາຕໍໍ່ໜ້າ ພ້ອມທັງຮັບຟັງການສະເໜີບັນຫາຈາກພາກທຸລະກິດ ແລະ ການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ຊຶ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ ກັນຍາ 2023.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?