ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງີນ

ເລກທີ 2268 /ກງ

ນະຄອນຫຼວງວຽງຈັນ, ວັນທີ 27 ກໍລະກົດ 2023

 

ແຈ້ງການ

 

             ເຖິງ:  - ຫົວໜ້າກົມພາສີ;

                     - ຫົວໜ້າພາສີປະຈໍາແຂວງຈໍາປາສັກ;

                     - ຜູ້ອໍານວຍການ ບໍລິສັດ ທ່າບົກວັງເຕົ່າ ຈໍາກັດຜູ້ດຽວ.

 

             ເລື່ອງ: ການປະຕິບັດລະບຽບການທາງພາສີ ຢູ່ທ່າບົກວັງເຕົ່າ.

 

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ດຳລັດວ່າດ້ວຍທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 04 ສິງຫາ 2021;
  • ອີງຕາມ ດຳລັດນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງີນ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021;
  • ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021;
  • ອີງຕາມ ໃບສະເໜີຂອງກົມພາສີ ສະບັບເລກທີ 06629/ກພສ, ລົງວັນທີ 26 ກໍລະກົດ 2023.

 

     ເພື່ອຍົກສຸງປະສິດທິພາບໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ, ຮັບປະກັນການຄຸ້ມຄອງ ແລະ ຈັດເກັບລາຍຮັບງົບປະມານຢ່າງລວມສູນ, ຫຼຸດຜ່ອນຂັ້ນຕອນການແຈ້ງພາສີ ໃຫ້ກະທັດຮັດງ່າຍດາຍ ແນໃສ່ເພີ່ມທະວີການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ຮັບປະກັນ ການຈັດຕັ້ງປະຕິບັດສົນທິສັນຍາສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີ ໂດຍສະເພາະແມ່ນ ສົນທິສັນຍາວ່າດ້ວຍທ່າບົກ ຂອງຄະນະກຳມະທິການ ອົງການສະຫະປະຊາຊາດດ້ານເສດຖະກິດ ແລະ ສັງຄົມ ປະຈຳພາກພື້ນອາຊີ- ປາຊີຟິກ (UNESCAP Intergovernmental Agreement on Dry Port) ໃຫ້ມີປະສິດທິຜົນ.

 

ລັດຖະມົນຕີ ກະຊວງການເງີນ ອອກແຈ້ງການ ດັ່ງນີ້:

 

  1. ສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ ດ່ານພາສີສາກົນວັງເຕົ່າ ຕ້ອງດໍາເນີນການແຈ້ງພາສີໂດຍສັງເຂບ ແລະ ແຈ້ງພາສີເປັນລາຍລະອຽດ ພ້ອມທັງ ຊໍາລະຄ່າພາສີ-ອາກອນ, ຄ່າທຳນຽມຕ່າງໆ ຜ່ານລະບົບເອເລັກໂຕຣນິກຂອງກົມພາສີ ແລະ ດຳເນີນການກວດປ່ອຍສິນຄ້າ ຢູ່ທ່າບົກວັງເຕົ່າ ແບບລວມສູນຈຸດດຽວ ຕາມຫຼັກການບໍລິຫານຄວາມສ່ຽງ ທີ່ກົດໝາຍ ແລະ ລະບຽບການກຳນົດ ຢ່າງເຂັ້ມງວດ, ພາຍໃຕ້ການຄຸ້ມຄອງຂອງລັດຖະການພາສີ;
  • ການນຳເຂົ້າ-ສົ່ງອອກ ສິນຄ້າ ຂອງຜູ້ປະກອບການມາດຕະຖານເອອີໂອ ໃຫ້ດຳເນີນຂັ້ນຕອນການແຈ້ງພາສີ ແລະ ການກວດປ່ອຍສິນຄ້າ ຕາມກົນໄກການອຳນວຍຄວາມສະດວກ ທີ່ໄດ້ກຳນົດໄວ້ໃນກົດ     ໝາຍ ແລະ ລະບຽບການ.
  1. ມອບໃຫ້ ກົມພາສີ ປັບປຸງກົງຈັກການຈັດຕັ້ງ ໂດຍສັບຊ້ອນເຈົ້າໜ້າທີ່ພາສີ ໄປປະຈຳການຢູ່ທ່າບົກວັງເຕົ່າ ເພື່ອດຳເນີນການກວດກາຂໍ້ມູນດ້ານເອກະສານການແຈ້ງພາສີ, ກວດກາສິນຄ້າຕົວຈິງ ແລະ ກວດປ່ອຍສິນຄ້າ ຕາມຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນ;
  2. ມອບໃຫ້ ບໍລິສັດ ທ່າບົກວັງເຕົ່າ ຈຳກັດຜູ້ດຽວ ພັດທະນາລະບົບເອເລັກໂຕຣນິກ ເຂົ້າໃນການຄຸ້ມຄອງສາງສິນຄ້າ ແລະ ເຊື່ອມໂຍງເຂົ້າກັບລະບົບເອເລັກໂຕຣນິກ ຂອງຂະແໜງພາສີ ເພື່ອຮັບປະກັນການຄຸ້ມຄອງ ການນຳສິນຄ້າເຂົ້າ-ອອກສາງ ໃຫ້ມີຄວາມຮັດກຸມ, ປ້ອງກັນບໍ່ໃຫ້ມີຊ່ອງຫວ່າງໃນການຫຼົບຫຼີກພາສີທຸກຮູບແບບ ແລະ ໃຫ້ຈັດສັນຊ່ອງທາງບໍລິການສະເພາະແກ່ຜູ້ປະກອບການມາດຕະຖານເອອີໂອ ເພື່ອອຳນວຍຄວາມສະດວກໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ;
  3. ແຈ້ງການສະບັບນີ້ ມີຜົນສັກສິດຈັດຕັ້ງປະຕິບັດ ນັບແຕ່ວັນທີ 01 ສິງຫາ 2023 ເປັນຕົ້ນໄປ, ລະບຽບການໃດທີ່ມີເນື້ອໃນຂັດກັບແຈ້ງການສະບັບນີ້ ລ້ວນແຕ່ຖືກລົບລ້າງ.

 

                             ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ

 

ລັດຖະມົນຕີ

ສັນຕິພາບ ພົມວິຫານ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?