ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ທະນາຄານແຫ່ງ ສປປ ລາວ

ເລກທີ 14/ທຫລ

ນະຄອນຫຼວງວຽງຈັນ, ວັນທີ 13 ສິງຫາ 2023

 

ໜັງສືແຈ້ງການ

                   ເຖິງ:   ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ

                   ເລື່ອງ:  ການນໍາເງິນສົດເຂົ້າ-ອອກ ສປປ ລາວ

  • ອີງຕາມກົດໝາຍວ່າດ້ວຍທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມີຖຸນາ 2018;
  • ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 07 ກໍລະກົດ 2022;
  • ອີງຕາມຂໍ້ຕົກລົງວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນໍາເຂົ້າເງິນສົດ- ເຂົ້າ ສປປ ລາວສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019;
  • ອີງຕາມໜັງສືລາຍງານຂອງກົມຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 104/ກຄງຕ, ລົງວັນທີ 05 ກໍລະກົດ 2022.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນໍາເງິນສົດ-ເຂົ້າ ສປປ ລາວ ສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019 ໃຫ້ສອດຄ່ອງກັບສະພາບເສດຖະກິດປັດຈຸບັນ ທະນາຄານແຫ່ງ ສປປ ລາວ ຂໍແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການນໍາເງິນສົດເປັນເງິນກີບ ແລະ ເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ໄດ້ຈາກວົງເງິນ ບໍ່ເກີນ ຫຼື ທຽບເທົ່າ 100 ລ້ານກີບ ໃນເມື່ອກ່ອນ ມາເປັນວົງເງິນ ບໍ່ເກີນ ຫຼື ທຽບເທົ່າ 150 ລ້ານກີບ. ຖ້ານໍາເງິນສົດເຂົ້າເກີນຈໍານວນດັ່ງກ່າວ ຜູ້ກ່ຽວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນ ເພື່ອອອກໃບຢັ້ງຢືນການນໍາເງິນສົດຈໍານວນທີ່ເກີນນັ້ນເຂົ້າ ສປປ ລາວ ໂດຍປະກອບຂໍ້ມູນຕາມແບບພິມໃບແຈ້ງເຄື່ອງຕິດຕົວຜູ້ໂດຍສານ ຂອງກົມພາສີ ກະຊວງການເງິນ ແລະ ຖ້ານໍາເງິນສົດອອກເກີນຈໍານວນດັ່ງກ່າວ ຜູ້ກ່ຽວຕ້ອງຂໍອະນຸຍາດນໍາ ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ ຫຼື ນໍາ ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ ໂດຍປະກອບຂໍ້ມູນຕາມແບບພິມ ຂອງທະນາຄານແຫ່ງ ສປປ ລາວ ເພື່ອອອກໃບອະນຸຍາດນໍາເງິນສົດຈໍານວນທີ່ເກີນນັ້ນ.

ແຈ້ງການສະບັບນີ້ໃຫ້ໃຊ້ປ່ຽນແທນ ວັກທີ ໜຶ່ງ ແລະ ທີ ສອງ ໃນມາດຕາ 10 ໃນການນໍາເງິນສົດເຂົ້າ-ອອກ ສປປ ລາວ ຂໍ້ຕົກລົງວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນໍາເງິນສົດ-ເຂົ້າ ສປປ ລາວ ສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

 

ຜູ້ວ່າການທະນາຄານແຫ່ງ ສປປ ລາວ

ບຸນເຫຼືອ ສິນໄຊວໍຣະວົງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?