ໃນວັນທີ 06 ກໍລະກົດ 2023 ທີ່ ຫ້ອງປະຊຸມທາງໄກ ຊັ້ນ 03 ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ). ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມປືກສາຫາລື ຄະນະວິຊາການຮັບຜິດຊອບສຶກສາເວລາໃນການກວດປ່ອຍສິນຄ້າ (Time Release Study: TRS) ປີ 2022” ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ປະຊຸມທາງໄກ ໃນຂອບເຂດທົ່ວປະເທດ. ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ທ່ານ ນາງ ມະນີວອນ ວົງໄຊ ໄດ້ກ່າວໃນທີປະຊຸມວ່າ: ວຽກງານການສຶກສາເວລາກວດປ່ອຍສິນຄ້າ (Time Release Study: TRS) ແມ່ນວຽກບູລິມະສິດໜຶ່ງ ທີ່ໄດ້ກໍານົດໄວ້ໃນ ຄໍາສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍ ສິນຄ້າ ຢູ່ ສປປ ລາວ ໂດຍສະເພາະແມ່ນການທົບທວນ ແລະ ປັບປຸງລະບຽບການ ແລະ ຂັ້ນຕອນໃນການອອກອະນຸຍາດ, ຢັ້ງຢືນສໍາລັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ກະທັດຮັດ ແລະ ວ່ອງໄວຂຶ້ນ ແນໃສ່ຫຼຸດເວລາໃຫ້ໄດ້ຢ່າງໜ້ອຍ 50% ພາຍໃນປີ 2022 ແລະ ກໍານົດໃຫ້ມີການດໍາເນີນການສຶກສາ TRS ເປັນແຕ່ລະໄລຍະ ພ້ອມທັງເຜີຍແຜ່ໃຫ້ສັງຄົມຮັບຊາບ ຢ່າງທົ່ວເຖິງ. ນອກຈາກນີ້, ວຽກງານການສຶກສາ TRS  ຍັງເປັນການຈັດຕັ້ງປະຕິບັດພັນທະ ທີ່ ສປປ ລາວ ມີຕໍ່ສັນຍາ ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA).

     ຜ່ານມາ, ກົມ ຂອ ໄດ້ສົມທົບກັບກົມພາສີ ເພື່ອເຜີຍແຜ່ຜົນການສຶກສາ TRS ປີ 2020 ໃນຂອບເຂດທົ່ວປະເທດ ພ້ອມທັງຊຸກຍູ້ຂະແໜງການທີ່ກ່ຽວຂ້ອງໃນການປັບປຸງຂັ້ນຕອນການອອກອະນຸຍາດ ແລະ ຢັ້ງຢືນ ຕາມຂໍ້ສະເໜີແນະຂອງບົດສຶກສາດັ່ງກ່າວ ຊຶ່ງເຫັນວ່າມີບາງຂະແໜງການໄດ້ມີການປັບປຸງແລ້ວ, ແຕ່ຍັງມີບາງຂະແໜງການທີ່ຍັງມີຄວາມຊັກຊ້າໃນການປັບປຸງ.

     ການສຶກສາເວລາໃນການກວດປ່ອຍສິນຄ້າ (TRS) ຂອງ ສປປ ລາວ ປະຈຳປີ 2022 ໄດ້ອອກແບບວິທີການສຶກສາ ແລະ ຂະຫຍາຍຂອບເຂດການສຶກສາ ໄປສູ່ 3 ຂະແໜງການ ເພີ່ມເຕີມ ເຊັ່ນ: ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ລວມທັງໝົດ 9 ຂະແໜງການ. ສໍາລັບດ່ານແມ່ນເພີ່ມເຕີມອີກ 4 ດ່ານ, ລວມທັງໝົດເປັນ 14 ດ່ານ. ນອກຈາກນັ້ນ, ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບສຶກສາເວລາກວດປ່ອຍສິນຄ້າ TRS ຕາມຂໍ້ຕົກລົງ ເລກທີ 006/ຄອຄສ, ລົງວັນທີ 23 ສິງຫາ 2022 ຊຶ່ງປະກອບມີຄະນະຊີ້ນໍາ ແລະ ຄະນະວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງປະກອບເຂົ້າໃນຄະນະດັ່ງກ່າວ.

    ກອງປະຊຸມຮັບຮອງບົດລາຍງານການສຶກສາເວລາໃນການກວດປ່ອຍສິນຄ້າ (TRS) ຢູ່ ສປປ ລາວ ປະຈຳປີ 2022 ໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ເປັນເອກະພາບໃນຂັ້ນຄະນະຊີ້ນໍາລວມການສຶກສາເວລາກວດປ່ອຍສິນຄ້າ TRS ພ້ອມທັງຮັບຮອງເອົາບົດລາຍງານຜົນການສຶກສາດັ່ງກ່າວ. ຫຼັງຈາກນັ້ນ, ຈະໄດ້ກະກຽມຈັດພິມ ແລະ ເຜີຍແຜ່ຜົນການສຳຫຼວດ TRS ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.         

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?