ໃນລະຫວ່າງ​ວັນ​ທີ 26 ຫາ 27 ມິ​ຖຸ​ນາ 2023 ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 7 ຂອງໂຮງແຮມ ທະວີສຸກ, ເມືອງວັງວຽງ, ແ​ຂວງວຽງຈັນ ໄດ້ມີການຈັດຝຶກ​ອົບ​ຮົມວຽກ​ງານ​ອອກ​ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ພະນັກງານຂອງ ພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງວຽງຈັນ​. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ບຸນພຽນ ວໍລະວົງ ຮອງຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​​ວຽງຈັນ ແລະ ທ່ານ ໄຊ​ຍະ​ສອນ ສີ​ລິ​ພົງ ຫົວ​ໜ້​າ​ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 45 ທ່ານ.

     ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເຈົ້າ​ໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ​ຂອງພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ຜູ້ປະກອບການພາຍໃນແຂວງຈຳນວນໜຶ່ງ ກ່ຽວ​ກັບການນໍາໃຊ້​ລະ​ບົບ​ການ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​​ເອ​ເລັກ​ໂຕ​ຣ​ນິກ (e-CO). ລະ​ບົບ​ການ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​ເລັກ​ໂຕ​ຣ​ນິກ (e-CO) ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມນຳໃຊ້ນັບແຕ່ປີ 2016 ເປັນຕົ້ນມາ.

     ວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຈັດຕັ້ງປະຕິບັດສິດທິພິເສດທາງດ້ານການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກທັງໝົດຫຼາຍກວ່າ 50 ປະເທດ, ໃນນັ້ນໄດ້ຮັບສິດທິພິເສດ ໃນຮູບແບບຝ່າຍດຽວ (Gerneralized System of Preferences: GSP) ຈາກ 42 ປະເທດ  ແລະ ໃນຮູບແບບສັນຍາການຄ້າເສລີ (Free Trade Area: FTA). ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າແບບຝ່າຍດຽວຈາກ 42 ປະເທດປະກອບດ້ວຍ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ ແລະ ຈີນ (ໄຕ້ຫວັນ). ແບບພິມ (Forms) ທີ່ໄດ້ຮັບສິດທິພິເສດທາງການຄ້າທີ່ ສປປ ລາວ ນໍາໃຊ້ທັງໝົດມີ ຈໍານວນ 15 ຊະນິດ ຄື: A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ໃນນັ້ນ, ມີທັງໝົດ 41 ຫ້ອງການຄື: ກົມການໍາເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ, ຫ້ອງການຄຸ້ມຄ້ອງບໍລິຫານນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ, ຄະນະຄຸມຄອງເຂດເສດຖະກິດພິເສດແຂວງສະຫັວນນະເຂດ, ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ.

    ໃນປະຈຸບັນ, ສປປ ລາວ ນໍາໃຊ້ມີທັງໝົດ 03 ຮູບແບບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ (Certificate of Origin: CO) ຄື: ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual), ຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self Certification: ມີ 02 ແບບ ໃນການຢັ້ງຢືນ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ).

     ກົມ ຂອ ມີ​ແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ​ບັນ​ດາ​ຫ້ອງ​ການ​ເຈົ້າ​ໜ້າ​ທີ່ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສ​າ​ມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້​ພາຍໃນປີ 2023, ຊຶ່ງ​ ພະແນກອຸດສາຫະກຳ ແລະ ການຄ້າແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ກໍ່ເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ​ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ​ກໍລະກົດ 2023.

     ລາຍ​ລະ​ອຽດຂໍ້ມູນ​ເພີ່ມ​ຕື່ມ: ທ່ານສາມາດສອບຖາມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450 255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາເບີງ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?