ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກໍາ ແລະ ການຄ້າ

ເລກທີ 0694/ອຄ/ອຄ

ນະຄອນຫຼວງວຽງຈັນ, ວັນທີ 12 ພຶດສະພາ 2023

 

ຂໍ້ຕົກລົງ

ວ່າດ້ວຍ ການປະກາດໃຊ້ ລະບຽບແຫຼ່ງກ​ຳ​ເນີດ​ສິນ​ຄ້າສະເພາະທີ່​ນຳ​ໃຊ້​ກັບ​ແຕ່ລະຜະລິດຕະພັນ (Product Specific Rules: PSR) ພາຍໃຕ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ - ຍີ່ປຸ່ນ (ASEAN - Japan Comprehensive Economic Partnership: AJCEP) ທີ່ໂອນຖ່າຍຈາກລະບົບລະຫັດພາສີເອກະພາບ ສະບັບ HS 2012 ມາເປັນ HS 2017

 

 

  • ອີງ​ຕາມ ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ດໍາລັດ ວ່າດ້ວຍ ແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;
  • ອີງ​ຕາມ ໜັງສືສະ​ເໜີຂອງ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງອອກ ສະບັບເລກທີ 1213/ກຂອ, ລົງວັນທີ 08 ພຶດສະພາ 2023.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

 

ມາດຕາ 1.  ປະກາດໃຊ້ລະບຽບແຫຼ່ງກຳເນີດ​ສິນ​ຄ້າສະເພາະທີ່​ນຳ​ໃຊ້​ກັບ​ແຕ່ລະຜະລິດຕະພັນ (Product Specific Rules: PSR) ພາຍໃຕ້ສັນຍາ​ຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ - ຍີ່ປຸ່ນ (ASEAN - Japan Comprehensive Economic Partnership: AJCEP) ທີ່ໂອນ​ຖ່າຍ​ຈາກ​ລະ​ບົບ​ລະ​ຫັດ​ພາ​ສີ​ເອ​ກະ​ພາບສະ​ບັບ HS 2012 ມາເປັນ HS 2017.

ມາດຕາ 2.  ມອບ​ໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ​​ເຜີຍ​ແຜ່​ວິທີການ​ຈັດ​ຕັ້ງ​ປະຕິບັດໂດຍ​ລະອຽດໃຫ້ພາກສ່ວນກ່ຽວ ຂ້ອງຢ່າງທົ່ວເຖິງ ​ເພື່​ອ​ໃຫ້​ຂໍ້​ຕົກລົງ​ສະບັບ​ນີ້ໄດ້ຮັບການຈັດຕັ້ງ​ປະຕິບັດຢ່າງ​ໄດ້​ຮັບ​ຜົນ​ດີ. 

ມາດຕາ 3. ຂໍ້ຕົກລົງສະບັບນີ້​ມີ​ຜົນ​ບັງຄັບ​ໃຊ້​ເລີ່ມແຕ່ວັນທີ 01 ມີນາ 2023 ​ເປັນ​ຕົ້ນ​ໄປ.

 

(ຊທ) ລັດຖະມົນຕີ

ນ. ຈັນສຸກ ແສງພະຈັນ

# ຫົວຂໍ້ ດາວໂຫຼດ
1 Decision on the Product Specific Rules (PSR) under the ASEAN – Japan Comprehensive Economic Partnership (AJCEP) in transferring from HS 2012 to HS 2017, No.0694/MOIC, date 12 May 2023. PDF
2 ຂໍ້ຕົກລົງ ວ່າດ້ວຍ ການປະກາດໃຊ້ ລະບຽບແຫຼ່ງກໍາເນີດສິນຄ້າສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນ ພາຍໃຕ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ-ຍີ່ປຸ່ນ ທີ່ໂອນຖ່າຍຈາກລະບົບລະຫັດພາສີເອກະພາບສະບັບ HS 2012 ມາເປັນ HS 2017, ເລກທີ 0694/ອຄ, ລົງວັນທີ 12 ພຶດສະພາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?