ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາ ປີ 2022 ບັນລຸໄດ້ ປະມານ 15,000 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ມີປະມານ 8,198 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 6,808 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 1,390 ລ້ານໂດລາສະຫະລັດ.

ພາບປະກອບ

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ

ສິນຄ້າສົ່ງອອກທັງໝົດ ປະມານ 8,198 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​ໄຟຟ້າ ປະມານ 2,358 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 805 ລ້ານໂດລາສະຫະລັດ, ເຈ້ຍ ປະມານ 491 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 360 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 336 ລ້ານໂດລາສະຫະລັດ, ​ຢາງ​ພາ​ລາ ປະມານ 336 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 329 ລ້ານໂດລາສະຫະລັດ, ເກືອກາລີ ​ປະມານ 320 ລ້ານໂດລາສະຫະລັດ, ເຄື່ອງ​ນຸ່ງ​ຫົ່ມ ປະມານ 254 ລ້ານໂດລາສະຫະລັດ ແລະ ນໍ້າຕານ ປະມານ 236 ລ້ານໂດລາສະຫະລັດ.

ພາບປະກອບ

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ

ສິນຄ້ານຳເຂົ້າທັງໝົດ ປະມານ 6,808 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 953 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ປະມານ 572 ລ້ານໂດລາສະຫະລັດ, ພາຫະນະທາງບົກ ປະມານ 454 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 323 ລ້ານໂດລາສະຫະລັດ, ວັດ​ຖຸ​ມີ​ຄ່າ ປະມານ 286 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ ປະມານ 248 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ ປະມານ 238 ລ້ານໂດລາສະຫະລັດ,  ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 227 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 225 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 206 ລ້ານໂດລາສະຫະລັດ.

ພາບປະກອບ

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ໄທ ປະມານ 2,940 ລ້ານໂດລາສະຫະລັດ, ຈີນ ປະມານ 2,238 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 1,355 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 395 ລ້ານໂດລາສະຫະລັດ ແລະ ກໍາປູເຈຍ ປະມານ 185 ລ້ານໂດລາສະຫະລັດ.

 

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ ປະມານ 3,377 ລ້ານໂດລາສະຫະລັດ, ຈີນ ປະມານ 1,646 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 423 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 311 ລ້ານໂດລາສະຫະລັດ, ສະວິດເຊີແລນ ປະມານ 282 ລ້ານໂດລາສະຫະລັດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?