ພາບປະກອບຈາກອີນເຕີເນັດ

 

ອີງຕາມ ຄໍາແນະນໍາ ກ່ຽວກັບການຄຸ້ມຄອງການຂົນສົ່ງສິນຄ້າ, ຕູ້ສິນຄ້າ ແລະ ເອກະສານ ຂົນສົ່ງສິນຄ້າດ້ວຍລະບົບຄຸ້ມຄອງການຂົນສົ່ງຂ້າມແດນ ເອເລັກໂຕຣນິກ, ເລກທີ 2525/ຍທຂ, ລົງວັນທີ 30 ມັງກອນ 2023.

ການຈັດຕັ້ງປະຕິບັດຂັ້ນຕອນຄຸ້ມຄອງໃຫ້ລົດຂົນສົ່ງສິນຄ້າຕ່າງປະເທດ ຜ່ານເຂົ້າຊົ່ວຄາວໃນອານາເຂດພາສີລາວ ຜູ້ຂົນສົ່ງສິນຄ້າຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

  1. ຕ້ອງເປັນສະມາຊິກຂອງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ສປປ ລາວ LITFA ຕາມປະເພດທີ່ໄດ້ຮັບອະນຸມັດ ແລະ ໄດ້ເສຍຄ່າບໍາລຸງສະມາຄົມຄົບຖ້ວນພາຍໃນໄຕມາດໜຶ່ງ (ສໍາລັບສະມາຊິກເກົ່າ) ຫຼື ຖ້າເປັນສະມາຊິກສາມັນໃໝ່ແມ່ນພາຍຫຼັງໄດ້ຮັບການອະນຸມັດເປັນສະມາຊິກສາມັນ ແລະ ເສຍຄ່າລົງທະບຽນ ແລະ ຄ່າບໍາລຸງສະມາຄົມ ຢ່າງຄົບຖ້ວນ;
  2. ເປັນຄູ່ສັນຍາກັບບໍລິສັດຂົນສົ່ງຕ່າງປະເທດ ທີ່ໄດ້ອະນຸຍາດການດໍາເນີນທຸລະກິດການຂົນສົ່ງຢ່າງຖືກຕ້ອງ ແລະ ມີເອກະສານຢັ້ງຢືນການເປັນຜູ້ຄໍ້າປະກັນໃຫ້ແກ່ຄູ່ສັນຍາຕາມແບບຟອມຂໍ້ຕົກລົງ LITFA ໃນລະບົບ CBTM;
  3. ຮັບຜິດຊອບຄ່າໃຊ້ຈ່າຍ, ຄ່ານໍາໃຊ້ລະບົບ ແລະ ຄ່າພັນທະອື່ນ ທີ່ອອກໂດຍສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ສປປ ລາວ LITFA;
  4. ຕ້ອງໄດ້ຜ່ານການຝຶກອົບຮົມການນໍາໃຊ້ລະບົບ CBTM, ຜ່ານສອບເສັງ ແລະ ມີລະຫັດເຂົ້າລະບົບເປັນຂອງຕົວເອງ;
  5. ຮັບຜິດຊອບອອກເອກະສານຂົນສົ່ງໃນນາມຜູ້ຂົນສົ່ງຕ່າງປະເທດ ແລະ ຮັບຜິດຊອບໃນການຄໍ້າປະກັນການຂົນສົ່ງພ້ອມທັງປະກັນໄພ ໃນແຕ່ລະຖ້ຽວ;
  6. ບໍ່ຖືກດໍາເນີນຄະດີ ຫຼື ບໍ່ຖືກສານຕັດສິນລົງໂທດ ຕັດສິນອິດສະລະພາບ ກ່ຽວກັບການດໍາເນີນທຸລະກິດການຂົນສົ່ງສິນຄ້າ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

 

ການດໍາເນີນການຄຸ້ມຄອງຕູ້ສິນຄ້າ, ນໍາເຂົ້າ, ເກັບຮັກສາ ແລະ ສົ່ງອອກ ຕ້ອງປະຕິບັດ ດັ່ງນີ້:

  1. ຕູ້ສິນຄ້າຂອງຜູ້ປະກອບການທີ່ໄດ້ລົງທະບຽນຖືກຕ້ອງມາກ່ອນແລ້ວ ແລະ ມີອາຍຸການໃຊ້ງານທີ່ນໍາໃຊ້ໄດ້ຢູ່ຕາມເງື່ອນໄຂການຂົນສົ່ງສາກົນ ແມ່ນໃຫ້ປະຕິບັດຄືພາຫະນະ;
  2. ຕູ້ສິນຄ້າສ່ວນຕົວ (ທີ່ບໍ່ໄດ້ລົງທະບຽນມາກ່ອນ ຫຼື ໝົດອາຍຸການໃຊ້ງານ) ແມ່ນຕ້ອງໄດ້ມາລົງທະບຽນໃນລະບົບ CBTM ກ່ອນ ໂດຍການໃຊ້ລະຫັດຕູ້ສະເພາະຂອງຜູ້ປະກອບການເພື່ອຕິດຕາມການເຂົ້າມາຂອງ ຕູ້ບັນຈຸສິນຄ້າ ແລະ ຕູ້ເປົ່າ ໃນການເກັບຮັກສາ ແລະ ການນໍາໃຊ້ຕູ້ບັນຈຸສິນຄ້າໂດຍຜູ້ປະກອບການຕ່າງໆໃນການເຄື່ອນໄຫວຂົນສົ່ງສິນຄ້າໃນອານາເຂດພາສີລາວ;
  3. ການເກັບຮັກສາຕູ້ສິນຄ້າເປົ່າແມ່ນໃຫ້ເກັບຢູ່ໃນເຂດທ່າບົກ ຫຼື ລະບົບສາງ ທີ່ໄດ້ຮັບການອະນຸຍາດຈາກກົມຂົນສົ່ງ, ກົມພາສີ ແລະ ດໍາເນີນການຄຸ້ມຄອງດ້ວຍລະບົບ CBTM;
  4. ສະຖານທີ່ເກັບມ້ຽນຕູ້ທີ່ຖືກຮັບຮອງເປັນລະບົບສາງຕາມກົດໝາຍພາສີ ແມ່ນໃຫ້ຖືເອົາໄລຍະເວລາສູງສຸດຂອງລະບົບສາງເປັນໄລຍະເວລາສູງສຸດຂອງການເກັບຮັກສາຕູ້ (ຖ້າເກີນໃຫ້ປະຕິບັດຕາມລະບຽບການຂອງພາສີ).

 

ສຳລັບຜູ້ນໍາໃຊ້ລະບົບ User ID ຢູ່ໃນລະບົບ CBTM ໄດ້ກໍານົດການຄຸ້ມຄອງໄວ້ຢູ່ 3 ລະດັບ ຄື: (1) User ID ຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ; (2) User ID ຂອງດ່ານສາກົນ; ແລະ (3) User ID ຂອງຜູ້ປະກອບການ.

 

ລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ພົວພັນກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ເບີໂທ: 856-21 412255, ສາຍດ່ວນ: 1518, ແຟັກ: 856-21 412250 ແລະ ເວັບໄຊ໌ທ https://www.mpwt.gov.la/

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?