ໃນຕອນເຊົ້າຂອງວັນສຸກ ທີ 16 ທັນວາ 2022 ທີ່ ຫ້ອງປະຊຸມສ່ອງແສງ (ຊັ້ນ 3), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ), ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໄດ້ຈັດ “ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດແຈ້ງການຂອງກົມສ່ວຍສາອາກອນ ສະບັບເລກທີ 4273/ກສອ, ລົງວັນທີ 02 ກັນຍາ 2022 ແລະ ບັນຫາປິ່ນອ້ອມວຽກງານອໍານວຍຄວາມສະດວກທາງການຄ້າ ຢູ່ 5 ແຂວງພາກກາງ ແລະ ໃຕ້”. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ, ກະຊວງ ອຄ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ພາກລັດ-ທຸລະກິດ ຂອງ 5 ແຂວງພາກກາງ ແລະ ໃຕ້ ໃນຮູບແບບກອງປະຊຸມເຊິ່ງໜ້າ ແລະ ທາງໄກ. ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ກອງປະຊຸມໄດ້ປຶກສາ ລ​ະ​ຫວ່າງ ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ພາກທຸລະກິດ ຂອງ 5 ແຂວງພາກກາງ ແລະ ໃຕ້ ຄື: ແຂວງ ສະຫວັນນະເຂດ, ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ກ່ຽວກັບແຈ້ງການຂອງກົມສ່ວຍສາອາກອນ ສະບັບເລກທີ 4273/ກສອ, ລົງວັນທີ 02 ກັນຍາ 2022 ໃນການຈັດຕັ້ງປະຕິບັດເກັບພັນທະອາກອນຈາກຜົນຜະລິດກະສິກຳຕາມລະດູການ, ການຄິດໄລ່ເກັບອາກອນຈາກບໍລິການຂົນສົ່ງ ແລະ ການຄິດໄລ່ເກັບອາກອນແບບບັງຄັບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

     ໃນການຈັດຕັ້ງປະຕິບັດເກັບພັນທະອາກອນຕົວຈິງ ເຫັນວ່າຍັງບໍ່ທັນເປັນເອກະພາບກັນ ເປັນຕົ້ນແມ່ນ: ການກຳນົດລາຄາອິນວອຍສົ່ງອອກ ຂອງພາກທຸລະກິດທີ່ຍື່ນເສຍພັນທະອາກອນ ແລະ ອິນວອຍທີ່ຍື່ນຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຍັງບໍ່ເປັນເອກະພາບກັນ ຊຶ່ງສົ່ງຜົນກະທົບຕໍ່ການເກັບລາຍຮັບຈາກອາກອນເຂົ້າງົບປະມານແຫ່ງລັດ. ນອກຈາກບັນຫາດັ່ງກ່າວ, ຍັງມີບາງບັນຫາປິ່ນອ້ອມທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກ ໂດຍສະເພາະແມ່ນການຂົນສົ່ງສິນຄ້າ ເຊັ່ນ: ການນໍາເຂົ້າລົດ ຫຼື ຕູ້ຄອນເທນເນີ້ເປົ່າ, ຂັ້ນຂອດການອອກອະນຸຍາດມີຄວາມລ່າຊ້າ, ການພັດທະນາພື້ນຖານໂຄງລ່າງຂອງດ່ານ, ຄວາມອາດສາ ມາດໃນການຂົນສົ່ງສິນຄ້າໄປປະເທດປາຍທາງ ແລະ ອື່ນໆ.

     ກອງປະຊຸມດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເປັນເອກະພາບກັນໃນຫຼາຍຈຸດ ລະຫວ່າງ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ແຂວງ. ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງຕໍ່ກັບຄຳຖາມເຈະຈີ້ມຂອງພາກທຸລະກິດ 5 ແຂວງພາກກາງ ແລະ ໃຕ້ ແລະ ກອງເລຂາຮັບຜິດຊອບກອງປະຊຸມ ຈະນໍາເອົາຜົນຂອງກອງປະຊຸມຄັ້ງນີ້ລາຍງານຕໍ່ຂັ້ນເທິງ ເພື່ອມີທິດຊີ້ນຳໃນຂັ້ນຕໍ່ໄປ.

         

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?