ໃນລະຫວ່າງວັນທີ 18 ຫາ 19 ຕຸລາ 2022 ທີ່ ໂຮງແຮມ ເມືອງ​ແທ່ງ ລັກ​ເຊີ​ຣີວຽງ​ຈັນ, ​ນະ​ຄອນຫຼວງວຽງ​ຈັນ ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ), ກະຊວງ ອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ “ລະບຽບແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ’’. ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 90 ທ່ານ, ຊຶ່ງໄດ້ຮັບການສະ​ໜັບ​ສະໜູນງົບປະມານຈາກ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື USAID.

     ການຈັດຝຶກອົບຮົມໃນຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ 05 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ລະບຽບແຫຼ່ງກຳເນີດສິນຄ້າໃນຂອບສັນຍາການຮ່ວມມືເສດຖະກິດແບບຮອບດ້ານໃນລະດັບພາກພື້ນ (RCEP) ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ໃຫ້ໄດ້ຍາດແຍ່ງເອົາຜົນປະໂຫຍດຈາກຂອບສັນຍາດັ່ງກ່າວ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.

     ການເຈລະຈາສັນຍາ RCEP ແມ່ນໃຊ້ເວລາເຈລະຈາປະມານ 09 ປີ ຈຶ່ງສຳເລັດ   (2013-2021)  ຊຶ່ງມີຜົນບັງຄັບໃຊ້ ນັບແຕ່ວັນທີ 01 ມັງກອນ 2022 ເປັນຕົ້ນມາ ສັນຍາດັ່ງກ່າວ ແມ່ນເປັນສັນຍ​າການຄ້າເສລີ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ປະກອບມີ 15 ປະເທດສະມາຊິກ ໄດ້ແກ່ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ຄື: ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ໂດຍກວມເອົາອັດຕາສ່ວນທາງດ້ານ ຕະຫຼາດ, ມູນຄ່າການຄ້າ, ມູນຄ່າການລົງທຶນ ແລະ ມູນຄ່າ GDP ເກືອບ 30% ຂອງໂລກ ພ້ອມທັງເປັນສັນຍາທີ່ເນັ້ນໃຫ້ມີຄວາມທັນສະໄໝ, ຄອບຄຸມບັນຫາກວ້າງຂວາງ, ມີຄຸນນະພາບສູງ ແລະ ສາມາດເອື້ອຜົນປະໂຫຍດຮ່ວມກັນໃນການເປັນຄູ່ຮ່ວມທາງດ້ານເສດຖະກິດ ລະຫວ່າງ ອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ.

     ນັບແຕ່ມື້ສັນຍາມີຜົນສັກສິດ ສປປ ລາວ ແມ່ນໄດ້ຮັບການຍົກເວັ້ນອັດຕາພາສີໂດຍທັນທີ ໃນຈຳນວນ 90 ສ່ວນຮ້ອຍຂອງລາຍການສິນ​ຄ້າທັງໝົດຈາກ ສປ ຈີນ,  85 ສ່ວນຮ້ອຍຈາກ ຍີ່ປຸ່ນ, 60 ສ່ວນຮ້ອຍຈາກ ສ. ເກົາ ຫຼີ ແລະ 100 ສ່ວນຮ້ອຍຈາກ ອົດສະຕາລີ ແລະ ນິວຊີແລນ.

    ນອກຈາກນັ້ນ, ວຽກງານສິດທິພິເສດທາງດ້ານການຄ້າ ກໍ່ຄືວຽກງານແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານບູລິມະສິດ​ໜຶ່ງຂອງ​ວຽກ​ງານ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ຊຶ່ງໄດ້ບັນຈຸເຂົ້າໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເນື່ອງຈາກຈະເປັນໂຕກະຕຸ້ນທີ່ສຳຄັນໃນການເພີ່ມທະວີການຜະລິດສິນຄ້າເພື່ອສົ່ງອອກ ເພາະການສົ່ງອອກພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າ ແມ່ນຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ.

     ໃນປະຈຸບັນນີ້, ສປປ ລາວ ຂອງພວກເຮົາ ແມ່ນໄດ້ຮັບນະໂຍບາຍທາງດ້ານອັດຕາພາສີ ພາຍໃຕ້ລະບອບສິດທິພິເສດທາງດ້ານການຄ້າແບບທົ່ວໄປ (GSP) ແລະ ພາຍໃຕ້ສັນຍາການຄ້າເສລີ (FTA) ຈາກ 52 ປະເທດ ແລະ ອີກ 09 ປະເທດສະມາຊິກຂອງອາຊຽນ ໂດຍສິນຄ້າຂອງລາວທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດສົ່ງອອກໄປຍັງບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີເກືອບທັງໝົດ.

 

     ສຳລັບທ່ານທີ່ມີຄວາມສົນໃຈກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການ​ຄ້າ ສາມາດສອບຖາມລາຍລະອຽດ ໄດ້ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມເບີໂທ: 021 450255 ຫຼື ເຂົ້າເບິ່ງໃນເວັບໄຊ: www.laotradeportal.gov.la/www. ecolao.gov.la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?