ພາບປະກອບ

 

ອີງຕາມ ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນໜອງນົກຂຽນ ແຂວງຈໍາປາສັກ ເລກທີ 2699/ຫກ, ລົງວັນທີ 22 ກັນຍາ 2022. ດັ່ງລາຍລະອຽດຕໍ່ໄປນີ້: 

1. ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window “LNSW”) ໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດຜ່ານດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນໜອງນົກຂຽນ, ແຂວງຈໍາປາສັກ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ເລີ່ມແຕ່ວັນທີ 23 ກັນຍາ 2002 ເປັນຕົ້ນໄປ;

2. ໃຫ້ບັນດາຜູ້ປະກອບການທັງໝົດ ທີ່ນໍາເຂົ້າ-ສົ່ງອອກ, ຜ່ານແດນສາກົນ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດສິນຄ້າ, ເຄື່ອງຂອງ ຊໍາລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທໍານຽມແລະ ຄ່າບໍລິການ ຂອງຂະແໜງການກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ Smart tax, i-Banking, BCEL One Corporate Banking, ເງິນໂອນ ແລະ ເງິນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ;

3. ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ ໃນອັດຕາ 120.000 ກີບ (ໜຶ່ງແສນຊາວພັນກີບ) ຕໍ່ການແຈ້ງພາສີເປັນລາຍລະອຽດ 1 ຊຸດ ຕາມທີ່ກໍານົດໄວ້ໃນສັນຍາສໍາປະທານໂຄງການ ຊຶ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງ;

4. ສໍາລັບຜູ້ປະກອບການ ທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝຶກອົບຮົມການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ນັ້ນ ໃຫ້ຮີບຮ້ອນດໍາເນີນຂັ້ນຕອນການລົງທະບຽນ, ອອກລະຫັດຜູ້ນໍາໃຊ້ໂດຍດ່ວນ ກ່ອນວັນທີ 23 ກັນຍາ 2022.ເລີ່ມແຕ່ວັນທີ 23 ກັນຍາ 2002 ເປັນຕົ້ນໄປ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາ ເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ຜ່ານດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນໜອງນົກຂຽນ, ແຂວງຈໍາປາສັກ ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ.

 

ປະຈຸບັນ, ດ່ານພາສີສາກົນ ແລະ ຫ້ອງການພາສີປະຈຳເຂດ ທີ່ສາມາດນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ມີທັງໝົດ 11 ດ່ານ, ປະກອບມີ: ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນຂົວມິດຕະພາບ III, ດ່ານພາສີສາກົນນາເພົ້າ, ດ່ານພາສີສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ, ດ່ານພາສີສາກົນບໍ່ເຕ່ນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ,​ ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນຫນອງນົກຂຽນ.

 

ລາຍລະອຽດເພີ່ມເຕີມ ກະລຸນາຕິດຕໍ່ເບີ ຜູ້ປະສານງານ ທ່ານນາງ ອີນທະສອນ ໄຊຍະນາສີ (+856) 20 28145652 ຫຼື ທ່ານນາງ ເພັດດາວັນ ແກ້ວພະຈັນ (+856) 20 28035751

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?