ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກໍາ ແລະ ການຄ້າ

ເລກທີ 1197/ອຄ

ນະຄອນຫຼວງວຽງຈັນ, ວັນທີ 08 ກັນ​ຍາ 2022

 

ຂໍ້ຕົກລົງ

ວ່າດ້ວຍ ການມອບສິດໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

ອອກ ແລະ ຄຸ້ມ​ຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

 

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ດຳລັດວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;
  • ອີງຕາມ ໜັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 2638/ກ​ຂອ, ລົງວັນທີ 30    ສິງຫາ 2022.

 

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

 

ມາດຕາ 1   ມອບສິດໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ອອກ ແລະ ຄຸ້ມ​ຄອງໃບຢັ້ງຢືນແຫຼ່ງກຳ​ເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ປະເພດຕ່າງໆ ດັ່ງນີ້:

  1. ແບບພິມ ເອ (Form A) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສິດທິ​ພິ​​ເສດ​ທາງການ​ຄ້າ​ແບບ​ທົ່ວ​ໄປ​;
  2. ແບບພິມ ດີ (Form D) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສັນຍາການຄ້າດ້ານ​ສິນຄ້າ​​ອາຊຽນ;
  3. ແບບພິມ ເອສ໌ (Form S) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສັນຍາການຄ້າ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ;
  4. ແບບພິມ ດີເອັຟທີພີ (Form DFTP) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສິດທິພິເສດທາງການຄ້າ​ແບບ​ຝ່າຍ​ດຽວຈາກ ປະເທດອິນ​ເດຍ;
  5. ແບບພິມ ເອພີທີເອ (Form APTA) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສັນຍາການຄ້າ ອາຊີ-ປາຊີຟິກ;
  6. ແບບພິມ ເອໄອ (Form AI) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສັນຍາເຂດການ​ຄ້າ​ເສລີ ອາຊຽນ-ອິນ​ເດຍ;
  7. ແບບພິມ ເອເຮັດເຄ (Form AHK) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສັນຍາເຂດ​ການ​ຄ້າ​ເສລີ​ ອາຊຽນ-ຮົງ​ກົງ, ສປ ຈີນ;
  8. ແບບພິມ ອາຊີອີພີ (Form RCEP) ອອກໃຫ້ແກ່ສິນຄ້າທີ່ໄດ້ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ ສັນຍາ​ການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ.

ມາດຕາ 2  ການພິຈາລະນາອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ປະກາດໃຊ້ໃນແຕ່ລະໄລຍະ ແລະ ເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນແຕ່ລະຂອບສັນຍາ.

ມາດຕາ 3 ມອບ​ໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການສົມທົບ ແລະ ຊີ້ນຳ ພະ​ແນກ​ອຸດ​ສາ​ຫະ​ກຳ​ ແລະ  ການ​ຄ້າ​ແຂວງ, ນະ​ຄອນຫຼວງ ເພື່ອຈັດຕັ້ງປະຕິບັດຂໍ້​ຕົກ​ລົງ​ສະ​ບັບ​ນີ້ ໃຫ້ໄດ້​ຮັບປະສິດທິຜົນສູງ.

ມາດຕາ 4 ຂໍ້ຕົກລົງສະບັບນີ້ ມີ​ຜົນສັກສິດ​ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ.

              ຂໍ້ຕົກລົງສະບັບນີ້ ປ່ຽນ​ແທນ ຂໍ້​ຕົກ​ລົງວ່າ​ດ້ວຍ​ການມອບ​ສິດ​ໃຫ້ພະ​ແນ​ກ​ອຸດ​ສາ​ຫະ​ກຳ ແລະ ການຄ້າ​ໃນ​ທົ່ວ​ປ​ະເທດອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ພິ​ເສດ ສະ​ບັບ​ເລກ​ທີ 2036/ອ​ຄ.ກ​ຂອ, ລົງ​ວັນ​ທີ 12  ຕຸ​ລາ 2010 ແລະ ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການມອບ​ສິດ​ໃຫ້ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ນະຄອນຫຼວງວຽງ​ຈັນ ອອກ ແລະ ຄຸ້ມ​ຄອງໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ສິດ​ພິ​ເສດ ສະ​ບັບ​ເລກ​ທີ 1880/ອ​ຄ.ກ​ຂອ, ລົງ​ວັນ​ທີ 05 ກັນ​ຍາ 2012.

 

ລັດຖະມົນຕີ

ມະໄລທອງ ກົມມະສິດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?