ພາບລວມການນຳເຂົ້າ ແລະ ສົ່ງອອກສິນຄ້າ ແຕ່ປີ 2020 ຫາ 2021

    ການນຳເຂົ້າ ແລະ ສົ່ງອອກ ສິນຄ້າຂອງ ສປປ ລາວ ປະກອບດ້ວຍ 02 ຮູບແບບຄື: ການນຳເຂົ້າ ແລະ ສົ່ງອອກແບບທົ່ວໄປ ແລະ ການນຳເຂົ້າ ແລະ ສົ່ງອອກແບບທີ່ໄດ້ຮັບສິດທິພິເສດທາງການຄ້າ (ການຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີ). ໃນນັ້ນ, ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແບ່ງອອກເປັນ 02 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ  ແລະ ແບບຕອບແທນກັນ ຫຼື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ . ສຳລັບການນຳເຂົ້າ ແລະ ສົ່ງອອກແບບທົ່ວໄປ ຂອງ ສປປ ລາວ ປະຈຳປີ 2021 ແມ່ນອີງຕາມຂໍ້ມູນທີ່ໄດ້ຮັບຈາກ ກົມພາສີ, ກະຊວງການເງິນ ແລະ ຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນປີນີ້ ເຫັນວ່າ ການສົ່ງອອກແບບທົ່ວໄປທັງໝົດ ສາມາດບັນລຸ 7,626,919,544.09 ໂດລາສະຫະລັດ ເມື່ອທຽບໃສ່ການນໍາເຂົ້າແບບທົ່ວໄປທັງໝົດ 5,887,331,437.05 ໂດລາສະຫະລັດ ເຫັນວ່າ ມູນຄ່າການສົ່ງອອກ ຂອງ ສປປ ລາວ ໃນປີ 2021 ນີ້ສູງກວ່າມູນຄ່າການນຳເຂົ້າເຖິງ 1,739,588,107.04 ໂດລາສະຫະລັດ. ເມື່ອສົມທຽບມູນຄ່າການສົ່ງອອກແບບທົ່ວໄປທັງໝົດໃນປີ 2021 ກັບປີ 2020 ເຫັນວ່າເພີ່ມຂຶ້ນ 23.65%, ສ່ວນມູນຄ່າການນຳເຂົ້າແບບທົ່ວໄປທັງໝົດແມ່ນເພີ່ມຂຶ້ນພຽງ 16.25%. 
    ສຳລັບການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າໃນໄລຍະປີ 2020 ຫາ 2021 ແມ່ນມີມູນຄ່າສູງພໍສົມຄວນ ຄື: 1,358,874,382.44 ໂດລາສະຫະລັດ ແລະ 2,798,241,747.40 ໂດລາສະຫະລັດ ຕາມລຳດັບ. ຊຶ່ງການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າໄດ້ກວມເອົາອັດຕາສ່ວນຂອງການສົ່ງອອກທັງໝົດຫຼາຍພໍສົມຄວນຄື: 22.03% ແລະ 36.68% ຕາມລຳດັບ, ເມື່ອສົມທຽບມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າປີ 2021 ກັບ 2020 ເຫັນວ່າ ມີເປີເຊັນເພີ່ມຂຶ້ນສູງເຖິງ 105.92%. ສ່ວນເບື້ອງການນໍາເຂົ້າພາຍໃຕ້ສິດທິພິເສດທາງການຄ້າໃນປີ 2020 ຫາ 2021 ແມ່ນມີມູນຄ່າ 605,446,803.42 ໂດລາສະຫະລັດ ແລະ 761,180,504.69 ໂດລາສະຫະລັດ ຕາມລຳດັບ ເຫັນວ່າ ການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າກວມເອົາພຽງແຕ່ 12.92% ແລະ 11.95% ຂອງມູນຄ່າການນຳເຂົ້າທັງໝົດ, ເມື່ອສົມທຽບມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປີ 2021 ກັບ 2020 ເຫັນວ່າ ມີເປີເຊັນເພີ່ມຂຶ້ນພຽງ 25.72%.
    ສັງເກດເຫັນວ່າ ມູນຄ່າການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດຂອງ ສປປ ລາວ ໃນປີ 2021 ນີ້ ແມ່ນເພີ່ມຂຶ້ນສູງພໍສົມຄວນ ຖ້າທຽບໃສ່ປີ 2020 ທີ່ຜ່ານມາ ເພີ່ມຂຶ້ນ 81.20%. ສາເຫດອາດເນື່ອງມາຈາກໃນປີ 2020 ທີ່ຜ່ານມາເປັນຊ່ວງໄລຍະເວລາທີ່ມີການເລີ່ມຕົ້ນແຜ່ລະບາດຂອງພະຍາດໂຄວິດ 19 ໂດຍຫຼາຍປະເທດຜູ້ນຳເຂົ້າ ແລະ ສົ່ງອອກ ໄດ້ເພີ່ມມາດຕະການລະມັດລະວັງ ແລະ ສະກັດກັ້ນ, ຊຶ່ງເຮັດໃຫ້ທຸກພາກສ່ວນຕ້ອງໄດ້ປັບປຸງຕົວເອງໃຫ້ສາມາດຢູ່ລອດໃນສະຖານະການດັ່ງກ່າວ ແລະ ຮັບມືກັບການປ່ຽນແປງໃນແຕ່ລະໄລຍະ. ພໍມາເຖິງປີ 2021 ເຖິງແມ່ນວ່າການແຜ່ລະບາດຂອງພະຍາດໂຄວິດ 19 ຈະຍັງສືບຕໍ່ ແຕ່ວ່າລັດຖະບານມີຄວາມພ້ອມສາມາດຮັບມືກັບພະຍາດດັ່ງກ່າວ ເຮັດໃຫ້ບັນຫາຕ່າງໆແມ່ນຖືກແກ້ໄຂໄດ້ຢ່າງວ່ອງໄວ ແລະ ທັນເຫດການ ຈຶ່ງເຮັດໃຫ້ການຜະລິດສິນຄ້າເພື່ອສົ່ງອອກ ແລະ ການນຳເຂົ້າສິນຄ້າປະເພດຕ່າງໆມີຄວາມສະດວກຫຼາຍຂຶ້ນ. 
 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?