ວັນທີ 23 ສິງຫາ 2022 ທີ່ຫ້ອງປະຊຸມທາງໄກ (ຊັ້ນ 3) ກະຊວງ ອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ). ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງ ອຄ ໄດ້ຈັດ “ກອງປະຊຸມປຶກສາຫາລື ແລະ ເປັນເອກະພາບ ກ່ຽວກັບມາດຕະການຮັບມື ແລະ ແກ້ໄຂບັນຫາລົດຕິດແອອັດຢູ່ດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ ລ່ວງໜ້າ”. ເປັນປະທານໂດຍ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການກ່ຽວຂ້ອງ ຈໍານວນທັງໝົດ 50 ທ່ານ ລວມມີການເຂົ້າຮ່ວມແບບທາງໄກຜ່ານລະບົບອອນລາຍ.

      ໃນທ້າຍປີ 2021 ຫາ ຕົ້ນປີ 2022 ໄດ້ເກີດມີບັນຫາລົດຂົນສົ່ງສິນຄ້າຈໍານວນຫຼາຍພັນຄັນ ຕິດແອອັດ ຢູ່ດ່ານສາກົນບໍ່ເຕ່ນ, ແຂວງ ຫຼວງນໍ້າທາ ຊຶ່ງຕິດຍາວຢຽດແຕ່ຫຼັກໝາຍຊາຍແດນ (ເລກທີ 29) ມາຮອດເຂດບ້ານ ນາເຕີຍ ແລະ ບ້ານນາໝໍ້ ປະມານ 20 ກິໂລແມັດ. ສາເຫດຕົ້ນຕໍ ແມ່ນຍ້ອນຝ່າຍຈີນ ໄດ້ເຂັ້ມງວດການປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການປິດດ່ານຊາຍແດນລາວ-ຈີນຕ່າງໆ ເປັນຕົ້ນ ດ່ານລານຕຸຍ, ດ່ານປ່າຄ່າ, ດ່ານປາງໄຮ, ດ່ານພູຫຼັກຄໍາ ແລະ ອື່ນໆ ເຮັດໃຫ້ສິນຄ້າທຸກປະເພດທີ່ຈະສົ່ງອອກໄປ ສປ ຈີນ ຫຼັ່ງໄຫຼເຂົ້າມາຈຸດດຽວ ຄືດ່ານສາກົນບໍ່ເຕ່ນ, ແຂວງ ຫຼວງນໍ້າທາ. ການກໍານົດໃຫ້ມີການປ່ຽນຄົນຂັບລົດຊຸດຂາວ (ຊຸດ PPE), ສີດຢາຂ້າເຊື້ອຫ້ອງຂັບ ແລະ ທຸກຈຸດຂອງລົດຂົນສົ່ງ ຢູ່ຫຼັກໝາຍຊາຍແດນ ແມ່ນມີຄວາມຊັກຊ້າຊຶ່ງໃຊ້ເວລາສະເລ່ຍ 10-15 ນາທີ  ຕໍ່ຄັນ. ໜັກໄປກ່ວານັ້ນ ໃນທ້າຍປີ 2021 ຫາ ຕົ້ນປີ 2022 ແມ່ນໄລຍະເກັບກ່ຽວຜົນຜະລິດ ເພື່ອສົ່ງອອກໄປ ສປ ຈີນ ແລະ ເປັນໄລຍະທີ່ບໍລິສັດສົ່ງອອກຂອງລາວ ໄດ້ຮັບໂກຕ້າສົ່ງອອກພາຍໃຕ້ໂຄງການປູກພືດທົດແທນການປູກຝິ່ນ. ໃນຕອນນັ້ນຝ່າຍລາວເຮົາ ກໍ່ຍັງບໍ່ທັນມີການຈັດຄິວ ແລະ ຈັດລະບຽບການສັນຈອນ ຢ່າງເປັນລະບົບລະບຽບ ແລະ ຍັງເກີດດອຸບັດຕິເຫດຕ່າງໆ ແລະ ສາເຫດອື່ນໆ. ບັນຫາເຫຼົ່ານີ້, ລ້ວນແລ້ວແຕ່ສົ່ງຜົນເຮັດໃຫ້ເກີດບັນຫາລົດຕິດແອອັດ ຢູ່ດ່ານສາກົນບໍ່ເຕ່ນ ແລະ ສົ່ງຜົນໃຫ້ສິນຄ້າກະສິກໍາເນົ່າເປື່ອຍ ແລະ ເສຍຫາຍ ເປັນຈໍານວນຫຼວງຫຼາຍ ເພາະບໍ່ສາມາດສ່ົງອອກໄດ້ທັນກໍານົດເວລາ.

      ທ່ານນາງ ມະນີວອນ ໄດ້ກ່າວໃນທີປະຊຸມວ່າ: ເມື່ອເຫັນໄດ້ບັນຫາດັ່ງກ່າວ, ລັດຖະບານ ໄດ້ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ປະຈໍາການຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ສົມທົບກັບກະຊວງທີ່ກ່ຽວຂອງ ລົງກວດເບິ່ງສະພາບການຕົວຈິງຢູ່ດ່ານສາກົນບໍ່ເຕ່ນ ແລະ ປຶກສາຫາລືຊອກຫາວິທີການແກ້ໄຂໃນທ້າຍເດືອນ ທັນວາ 2021 ຊຶ່ງໄດ້ຕົກລົງກັນໃນຫຼາຍໆມາດຕະການ ແລະ ໄດ້ແກ້ໄຂບັນຫາອັນສໍາຄັນເພື່ອໃຫ້ສາມາດລະບາຍປະລິມານຂອງລົດທີ່ແອອັດຢູ່ ດ່ານບໍ່ເຕ່ນໄດ້ໃນລະດັບໜຶ່ງ.

      ໃນຕອນທ້າຍກ່ອນປິດວາລະ ທີ່ປະຊຸມໄດ້ເຫັນດີເປັນເອກະພາບນໍາກັນ ໃນການນໍາສະເໜີບັນດາມາດຕະການຕ່າງໆທີ່ກ່ຽວຂ້ອງໃນຄັ້ງນີ້ ໃຫ້ຂັ້ນເທິ່ງຮັບຊາບ ແລະ ພິຈາລະນາແກ້ໄຂໃນຂັ້ນຕອນຕໍ່ໄປ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?