​ກົມ​ການ​ນຳ​ເຂົ້າ ແລະ ສົ່ງອອກ (ຂອ) ໃນລະຫວ່າງ​ວັນ​ທີ 24 - 28 ມັງ​ກອນ 2022 ທີ່ຫ້ອງປະ​ຊຸມ​ຂອງຄະ​ນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ວຽກ​ງານ​ການ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ ໃຫ້​​ພະນັກງານປະຈໍາຫ້ອງການ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ ຕາມການ​ສະ​ເໜີ​ຂອງ​ພາກ​ສ່ວນ​ດັ່ງ​ກ່າວ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ​ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ ແລະ ທ່ານ ທະ​ນົງ​ໄຊ ຄຸດ​ໄພ​ທູນ ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງ​ຈັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 25 ທ່ານ.

     ເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງ​ການຄະນະຄຸ້ມຄອງເຂດເສດຖະ ກິດພິເສດນະຄອນຫຼວງວຽງຈັນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ, ແລະ ສອດຄ່ອງກັບພັນທະຂອງ ສປປ ລາວ ທີ່ໄດ້ຮັບສິດທິພິເສດທາງການຄ້າ ກ່ອນການ​ຈັດ​ຕັ້ງ​ປະ​ຕິ​ບັດການອອກ ແລະ ຄຸ້ມ​ຄອງ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່​ໄດ້​ຮັບ​ສິດທິ​ພິ​ເສດ. ຊຶ່ງຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ​ຈະສາມາດ​ອອກໄດ້ທັງໝົດທຸກແບບ​ພິມ (Form). ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ມີ 03 ຮູບ​ແບບຄື: ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​ແບບ​ປົກ​ກະ​ຕິ (Manual), ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຜ່ານລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO), ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self-Certification). ໃນນັ້ນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງປະກອບມີ 02 ແບບຄື: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ.

     ນອກຈາກນັ້ນ, ການຝຶກອົບຮົມຍັງເນັ້ນໜັກໃຫ້ນັກສຳມະນາກອນໄດ້ຮັບຂໍ້ມູນໃໝ່ໆ ກ່ຽວກັບ ສິດທິພິເສດທາງການຄ້າໃນແບບຝ່າຍດຽວ ແລະ ຕ່າງຝ່າຍຕ່າງຕອບແທນກັນ ລວມເຖິງກາລະໂອກາດເຂົ້າສູ່ຕະຫຼາດຂອງບັນດາປະ ເທດທີ່ເປັນພາຄີຂອງສັນຍາການຄ້າເສລີ ບໍ່ວ່າຈະເປັນຕະຫຼາດອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ເຊັ່ນ: ສປ ຈີນ, ຢີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ. ນອກນັ້ນ, ໄດ້ລົງເລິກວິທີໃນການກວດເງື່ອນ​ໄຂແຫຼ່ງ ກຳເນີດສິນຄ້າໃນຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ​ໃບ CO, ວິທີໃນການເກັບກຳສະຖິຕິ ແລະ ລະບຽບ ການຕ່າງໆທີ່ປິ່ນອ້ອມວຽກງານ CO. ນອກຈາກການແນະນຳດ້ານທິດສະດີແລ້ວ, ທີມງານຈາກ ກົມ ຂອ ກໍ່ຍັງໄດ້ແນະ ນຳວິທີ, ຂັ້ນຕອນຕ່າງໆໃນການລົງຢ້ຽມ​ຢາມ ບໍ​ລິ​ສັດ/ໂຮງ​ງານ ກ່ອນ​ການອອ​ກ​ໃບ CPE ແລະ ໄດ້ນໍາພາລົງຢ້ຽມຢາມເບິ່ງຂະບວນການຜະລິດຕົວຈິງຂອງບາງໂຮງງານພາຍໃນເຂດເສດ​ຖະ​ກິດ​ພິ​ເສດ.

     ພາຍຫຼັງທີ່ສຳເລັດການຝຶກອົບຮົມທີມງານວິຊາການຈາກ ກົມ ຂອ ກໍ່ໄດ້ມີການປະເມີນຄືນ ຄວາມເຂົ້າໃຈຂອງ ນັກສຳ ມະນາກອນ ໂດຍສະເພາະເຈົ້າໜ້າທີ່ປະຈຳຢູ່ ຫ້ອງ​ການຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ຜູ້ທີ່ຈະຮັບຜິດຊອບຄຸ້ມຄອງ ແລະ ອອກໃບ CO.

     ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ໃນ​ການ​ອອກ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?