ເຖິງວ່າຂະແຫນງການສົ່ງອອກມີການຂະຫຍາຍຕົວທີ່ໜ້າປະທັບໃຈ, ແຕ່ຍັງມີຄວາມເປັນຫ່ວງຢ່າງໃຫຍ່ຫຼວງຕໍ່ຄວາມຍືນຍົງ ເນື່ອງຈາກການຄ້າຂອງລາວຍັງຂາດຄວາມຫຼາກຫຼາຍ ແລະ ສຸມໃສ່ການສົ່ງອອກທີ່ມີມູນຄ່າເພີ່ມຕໍ່າ ແລະ ວັດຖຸດິບເຊັ່ນ: ແຮ່ທອງແດງ. ເຖິງຢ່າງໃດກໍຕາມ, ຍັງມີກາລະໂອກາດທາງທຸລະກິດຫລາຍຂຶ້ນໃນການສົ່ງອອກຜະລິດຕະພັນກະເສດ ເພາະວ່າມີຄວາມຕ້ອງການຂອງຕະຫຼາດໃນການປູກພືດ, ໝາກໄມ້, ແລະ ສັດທີ່ມີຊີວິດຢູ່ໃນແຂວງຢຸນນານຂອງຈີນສູງ. ສະນັ້ນ, ເອກະສານສະບັບນີ້ຈຶ່ງໄດ້ກວດກາເບິ່ງບັນດາປັດໃຈທີ່ຈຳກັດຄວາມຫຼາກຫຼາຍຂອງການສົ່ງອອກກະສິກຳຢູ່ ສປປ ລາວ, ໂດຍເນັ້ນໃສ່ລະດັບລວມຂອງຄວາມຫຼາກຫຼາຍຂອງການສົ່ງອອກກະສິກຳ. ຕົວເລກສະຖິຕິທີ່ໃຊ້ໃນບົດສຶກສາສະບັບນີ້ແມ່ນນຳໃຊ້ຂໍ້ມູນການຄ້າຫຼ້າສຸດເຊັ່ນ: ການໄຫຼວຽນຂອງການຄ້າໃນປະລິມານມ, ມູນຄ່າ, ຜົນມາຈາກຜະລິດຕະພັນປະເທດຕ່າງໆ. ນອກຈາກນັ້ນ ຍັງໃຊ້ HHI ເປັນຕົວຊີ້ວັດຂອງຄວາມຫຼາກຫຼາຍຂອງການສົ່ງອອກ. ນອກຈາກນັ້ນ, ຍັງໄດ້ມີການສໍາພາດຜູ້ໃຫ້ຂໍ້ມູນຫຼັກໆ ທັງສູນກາງ ແລະ ຂັ້ນແຂວງ ເພື່ອຢືນຢັນ ແລະ ກວດສອບຜົນໄດ້ຮັບເບື້ອງຕົ້ນຂອງການສຶກສາຄັ້ງນີ້. ຜົນການສຶກສາ ຊີ້ໃຫ້ເຫັນວ່າ ການສົ່ງອອກສິນຄ້າກະສິກຳຂອງລາວ ຍັງສືບຕໍ່ມີຄວາມຫຼາກຫຼາຍ ແຕ່ກໍ່ຍັງບໍ່ສາມາດຕີຄວາມໝາຍໄດ້ເທື່ອ ໃນການປຽບທຽບຄວາມອາດສາມາດໃນການແຂ່ງຂັນກັບປະເທດອື່ນ ໂດຍສະເພາະປະເທດໃກ້ຄຽງ. ການສຶກສາຍັງພົບວ່າປະເທດລາວສືບຕໍ່ມີລະດັບຄວາມອັດຕາທີ່ສູງຂອງ ດັດຊະນີ HHI ທີ່ຜ່ານມາ ເຊິ່ງກໍ່ສາມາດຕີລາຄາໄດ້ວ່າ ສິນຄ້າບາງລາຍການທີ່ ສປປ ລາວ ສົ່ງອອກແມ່ນມີຄວາມຕ້ອງການສູງກ່ວາ ຜະລິດດຕະພັນຂອງປະເທດໃກ້ຄຽງ.ເຖິງຢ່າງໄດກໍ່ຕາມ ປັດໄຈຕົ້ນຕໍທີ່ສົ່ງຜົນໃຫ້ຄວາມຫຼາກຫຼາຍຂອງການສົ່ງອອກກະສິກໍາໃນລາວມີຫນ້ອຍລົງ ແມ່ນ. 1) ຂະບວນການອຸດສາຫະກໍາໃນລາວແມ່ນຢູ່ໃນໄລຍະຕົ້ນຂອງການພັດທະນາ. 2) ສິນຄ້າກະສິກຳສົ່ງອອກໄປຕະຫຼາດຕ່າງປະເທດປະສົບກັບຄວາມຫຍຸ້ງຍາກຍ້ອນມີຄວາມຮຽກຮ້ອງຕ້ອງການ ແລະ ມາດຕະການຫຼາຍຢ່າງ. 3) ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການສົ່ງອອກແມ່ນຂ້ອນຂ້າງສູງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?