ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ

ເລກ​ທີ 0982/ອ​ຄ

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 19 ຕຸລາ 2021

ຄໍາສັ່ງ

ວ່າ​ດ້ວຍ ການລົບລ້າງການ​​ອອກໃບອະນຸຍາດນຳ​ເຂົ້າລົດແທ​ຣັກ​ເຕີ ທີ່ຮັບໃຊ້ສະເພາະການຜະລິດກະສິກຳ

 

  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມ ຄຳ​ສັ່ງຂອງນາ​ຍົກ​ລັດ​ຖະ​ມົ​ນ​ຕີ ວ່າ​ດ້ວຍ​ການ​ປັບ​ປຸງ​ບັນ​ດາ​ລະ​ບຽບ​ການ ແລະ ກົນ​ໄກ​ປະ​ສານ​ງານ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດໃນ ສ​ປ​ປ ລາວ ເລກ​ທີ 02/ນຍ, ລົງ​ວັນ​ທີ 01 ກຸມ​ພາ 2018;
  • ອີງຕາມ ໜັງສືສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 3431/ກຂອ, ລົງວັນທີ 14 ຕຸລາ 2021.

                           

ເພື່ອ​ຫຼຸດຜ່ອນຂັ້ນຕອນ ແລະ ຕົ້ນ​ທຶນໃນການຜະລິດກະສິກໍາ ແນໃສ່ຊຸກຍູ້ສົ່ງ​ເສີ​ມ​ການ​ຜະ​ລິດ​ກະ​ສິ​ກຳໃຫ້ ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

                                                                   

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງ:

 

  1. ລົບ​ລ້າງ​ການ​ອອກ​ໃບອະ​ນຸ​ຍາດ​ການ​​ນຳ​ເຂົ້າລົດແທ​ຣັກ​ເຕີທຸກປະເພດທີ່ຮັບໃຊ້ສະເພາະການຜະລິດກະສິກຳ ທີ່ ນອນຢູ່ໃນໝວດລະຫັດພາສີ 8701 ຂອງສາລະບານອັດຕາພາສີ ຂອງ ສປປ ລາວ ຊຶ່ງປະກອບມີ ລົດ​ແທ​ຣັກ​ເຕີແບບນັ່ງຂັບ ແລະ ລົດແທຣັກເຕີຊະນິດທີ່ຄົນຂັບຕ້ອງຍ່າງນຳຫຼັງ (ລົດໄຖນາເດີນຕາມ) ຊຶ່ງການນຳເຂົ້າແມ່ນໃຫ້ປະຕິບັດ ຕາມເງື່ອນໄຂ ທີ່ກຳນົດໃນຄຳສັ່ງສະບັບນີ້ ຄືດັ່ງນີ້:
    1. 2 ການນຳເຂົ້າ ລົດ​ແທ​ຣັກ​ເຕີ​ແບບນັ່ງຂັບ ຕ້ອງໄດ້ຂໍໃບອະນຸຍາດດ້ານເຕັກນິກຍານພາຫະນະກົນຈັກນຳເຂົ້າ ແລະ ຂຶ້ນທະບຽນຢູ່ ສປປ ລາວ ນຳ ກົມຂົນສົ່ງ, ​ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ອນການແຈ້ງເສຍພາສີ-ອາກອນນຳເຂົ້າຢູ່ດ່ານພາສີ ແລະ ຕ້ອງນຳເຂົ້າຜ່ານດ່ານສາກົນ ເທົ່ານັ້ນ;
    2. 3 ການນຳເຂົ້າລົດແທຣັກເຕີຊະນິດທີ່ຄົນຂັບຕ້ອງຍ່າງນຳຫຼັງ (ລົດໄຖນາເດີນຕາມ) ສາມາດດຳເນີນການແຈ້ງເສຍພາສີ-ອາກອນນຳເຂົ້າຢູ່ດ່ານພາສີໄດ້ເລີຍ ໂດຍບໍ່ຕ້ອງໄດ້ຂໍໃບອະນຸຍາດດ້ານເຕັກນິກຍານພາ ຫະນະກົນຈັກນຳເຂົ້າ ແລະ ຂຶ້ນທະບຽນ ຢູ່ ສປປ ລາວ ນຳ ກົມຂົນສົ່ງ, ​ກະຊວງໂຍທາທິການ ແລະ ຂົນສົ່ງ. ການນຳເຂົ້າສາມາດນຳເຂົ້າຜ່ານ ດ່ານ​ຊາຍ​ແດນ​ທ້ອງ​ຖິ່ນ, ດ່ານຊາຍ​ແດນ​ປະ​ເພ​ນີ ແລະ ດ່ານສາກົນ;
    3. 4 ການນຳເຂົ້າ​ລົດ​ແທ​ຣັກ​ເຕີ ສຳລັບການຜະລິດກະສິກຳທຸກປະເພດ ທີ່ນຳເຂົ້າເພື່ອນຳໃຊ້ໃນການ​ຜະ​ລິດ​ກະສິກຳສະເພາະຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ ໜຶ່ງ ຄັນ ຕໍ່ ໜຶ່ງ ຄອບຄົວ ໂດຍຕ້ອງມີການຢັ້ງຢືນຈຸດປະສົງການນຳເຂົ້າເພື່ອຮັບໃຊ້ການຜະລິດກະສິກຳຂອງຄອບຄົວ ຈາກອຳນາດການປົກຄອງບ້ານ ບ່ອນທີ່ຕົນອາໄສຢູ່. ສຳລັບການນຳເຂົ້າຂອງກຸ່ມການຜະລິດ ຫຼື ສະຫະກອນ ແມ່ນຕ້ອງໄດ້ຮັບການຢັ້ງຢືນຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນ ບ່ອນທີ່ ກຸ່ມການຜະລິດ ຫຼື ສະຫະກອນ ຕັ້ງຢູ່  ໂດຍຢັ້ງຢືນຈຸດປະສົງການນຳເຂົ້າເພື່ອນຳໃຊ້ໃນກຸ່ມການຜະລິດ ຫຼື ສະຫະກອນ  ແລະ ຈຳນວນການນຳເຂົ້າ ທີ່ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ;
    4. 5 ການນຳເຂົ້າ​ລົດ​ແທ​ຣັກ​ເຕີ, ອາໄຫຼ່ ແລະ ອຸປະກອນຂອງລົດແທ​ຣັກ​ເຕີ ທີ່ຮັບໃຊ້ສະເພາະການຜະລິດກະສິກຳ ເພື່ອຈຳໜ່າຍພາຍໃນ ຕ້ອງເປັນຫົວໜ່ວຍທຸລະກິດທີ່ມີໃບທະບຽນວິສາຫະກິດ,​ ມີການບໍລິການຫຼັງການຂາຍ ແລະ ໃບອະນຸຍາດດຳເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ (ສຳລັບຜູ້ລົງທຶນຕ່າງປະເທດ). ການນຳເຂົ້າ ຕ້ອງຜ່ານດ່ານສາກົນເທົ່ານັ້ນ;
  2. ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ​ເປັນ​ເຈົ້າ​ການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ​ໃນ​ການເຜີຍແຜ່ ແລະ ຈັດຕັ້ງປະຕິບັດຄຳສັ່ງສະບັບ​ນີ້​ ໃຫ້ມີ​ປະສິດທິ​ຜົນສູງ;
  3. ຄຳສັ່ງສະບັບນີ້ ມີຜົນສັກ​ສິດ ພາຍຫຼັງລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ ແລະ ນຳໃຊ້ປ່ຽນແທນ ຄຳສັ່ງວ່າດ້ວຍ​ການ​ລົບ​ລ້າງ​ການ​ອອກ​ໃບ​ອະ​ນຸ​ຍາດນຳ​ເຂົ້າ​ລົດ​ແທ​ຣັກ​ເຕີ ເລກທີ 0807/ອຄ.ກຂອ, ລົງວັນທີ 02 ກັນຍາ 2020.

 

ລັດ​ຖະ​ມົນ​ຕີ

 

ປອ ຄໍາແພງ ໄຊສົມແພງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?