ໃນຕອນເຊົ້າ ຂອງວັນທີ 05 ຕຸລາ 2021, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ (ກຄອຄສ) ໄດ້ຈັດກອງປະຊຸມປຶກສາຫາລືໃນຮູບແບບທາງໄກ ເພື່ອແກ້ໄຂບາງບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ທີ່ເຄີຍສະເໜີເຂົ້າໃນກອງປະຊຸມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ 3 ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ແລະ ມີຜູ້ເຂົ້າຮ່ວມຕາງໜ້າຈາກກົມການຄ້າພາຍໃນ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມພາສີ, ກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນຂອງລັດ, ກົມປ່າໄມ້ ແລະ ກົມຂົນສົ່ງ ຈໍານວນທັງໝົດ 18 ທ່ານ. 

ພາບປະກອບ


     ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບບັນຫາຂອງພາກທຸລະກິດ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ຊຶ່ງ   ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ຄັດເລືອກມາປຶກສາຫາລືກັນຈໍານວນທັງໝົດ 05 ບັນຫາ ກໍ່ຄື:
1.    ການເຄື່ອນຍ້າຍ ແລະ ສົ່ງອອກ ເຫຼັກເສດ;
2.    ການອອກໃບຢັ້ງຢືນການເສຍພາສີ (ບ9) ສໍາລັບລົດນໍາເຂົ້າເປັນຄັນ (CBU);
3.    ການອອກໃບ ບ88 ສໍາລັບເຄື່ອນຍ້າຍນ້ຳມັນເຊື້ອໄຟພາຍໃນ;
4.    ການເກັບຄ່າຈົດທະບຽນເອກະສານສິນຄ້ານໍາເຂົ້າ-ສົ່ງອອກ ແລະ;
5.    ການອອກອະນຸຍາດເຄື່ອນຍ້າຍຖ່ານຂາວພາຍໃນ ແລະ ສົ່ງອອກ ໄປຕ່າງປະເທດ.

ພາບປະກອບ


     ບັນຫາທີ່ກ່າວມາຂ້າງເທິ່ງນັ້ນແມ່ນໄດ້ຕິດພັນກັບການສ້າງ ແລະ ປັບປຸງລະບຽບການຂອງແຕ່ລະຂະແໜງການ ຊຶ່ງເຫັນວ່າຈະສາມາດແກ້ໄຂໄດ້ໄວກວ່າບັນຫາອື່ນທີ່ເປັນບັນຫາກວ້າງຕິດພັນກັບຫຼາຍຂະແໜງການ. ທັງນີ້, ກໍ່ເພື່ອເປັນກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າທົ່ວປະເທດ ຄັ້ງທີ 4 ຊຶ່ງຄາດວ່າຈະຈັດຂຶ້ນໃນເດືອນ ທັນວາ ປີ 2021  ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຫົວໜ້າ ຄອຄສ ແລະ ມີທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ຮອງເຈົ້າແຂວງ ແລະ ຮອງເຈົ້າຄອງນະຄອນຫຼວງ ຜູ້ຊີ້ນໍາວຽກງານເສດຖະກິດເຂົ້າຮ່ວມ.

ພາບປະກອບ


ຜ່ານການປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ຕໍ່ກັບ 5 ບັນຫາດັ່ງກ່າວ ທີ່ປະຊຸມໄດ້ຕົກລົງເປັນເອກະພາບ ແລະ ສະຫຼຸບດັ່ງນີ້: 
1.    ການເຄື່ອນຍ້າຍ ແລະ ສົ່ງອອກ ເຫຼັກເສດ: ເຫັນດີປັບປຸງແຈ້ງການເລກທີ 0339/ອຄ.ຄພນ;
2.    ການອອກໃບຢັ້ງຢືນການເສຍພາສີ (ບ9) ສໍາລັບລົດນໍາເຂົ້າເປັນຄັນ (CBU): ສະເໜີກົມພາສີ ແລະ ກົມຂົນສົ່ງຮີບຮ້ອນແກ້ໄຂຕາມທາງທີ່ເໝາະສົມ ເຊັ່ນ: ການນໍາໃຊ້ application ເພື່ອຕິດຕາມຂໍ້ມູນການນຳເຂົ້າຍານພາຫະນະເປັນຄັນຢູ່ໃນໃບ ບ40 ແລະ ການສະເໜີຫາກົມຂົນສົ່ງ ກ່ຽວກັບການຢຸດຕິອອກໃບ ບໍ9;
3.    ການອອກໃບ ບ88 ສໍາລັບການເຄື່ອນຍ້າຍນ້ຳມັນເຊື້ອໄຟພາຍໃນ: ສະເໜີກົມພາສີ ຄົ້ນຄວ້ານິຕິກໍາຜັນຂະຫຍາຍແຈ້ງການ ເລກທີ 4491/ກງ ແລະ ປະເມີນຄືນການນໍາໃຊ້ ໃບ 88 ເພື່ອຊອກຫາວິທີການແກ້ໄຂທີ່ເໝາະສົມ ຂື້ນຕື່ມ;
4.    ການເກັບຄ່າຈົດທະບຽນເອກະສານສິນຄ້ານໍາເຂົ້າ-ສົ່ງອອກ: ສະເໜີກົມຄຸ້ມຄອງຊັບສິນຂອງລັດ ຄົ້ນຄວ້າຜັນຂະຫຍາຍລັດຖະບັນຍັດ ເລກທີ 002/ປປທ ໂດຍສະເພາະເນື້ອໃນທີ່ຕິດພັນກັບການເກັບຄ່າຈົດທະບຽນເອກະສານສິນຄ້ານໍາເຂົ້າ-ສົ່ງອອກ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ;
5.    ການອອກອະນຸຍາດເຄື່ອນຍ້າຍ ແລະ ສົ່ງອອກ ຖ່ານຂາວ: ກົມປ່າໄມ້ ເຫັນດີປັບປຸງແຈ້ງການ 0050/ກປ ໂດຍປ່ຽນມາເປັນຄຸ້ມຄອງສະເພາະຂອດການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ຕິ້ວທີ່ເປັນວັດຖຸດິບເພື່ອມາຜະລິດເປັນຖ່ານຂາວ ເທົ່ານັ້ນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?