ໃນວັນທີ 26 ສິງຫາ ຜ່ານມານີ້, ແຂວງຈໍາປາສັກ ໄດ້ສໍາເລັດກອງປະຊຸມສະຫຼຸບຜົນໂຄງການ ກະສິກໍາຂອງບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ ໂດຍການເປັນປະທານຮ່ວມມີ ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ (ການຮ່ວມປະຊຸມແບບທາງໄກ), ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ ແລະ ມີບັນດາທ່ານ ຫົວໜ້າພະແນກ, ເຈົ້າເມືອງ ຂະແໜງການທີກ່ຽວຂ້ອງຂັ້ນກະຊວງ ແລະ ຂັ້ນແຂວງ.

     ແຂວງ ຈໍາປາສັກ ໄດ້ລົງນາມເຊັນສັນຍາກັບພາກທຸລະກິດ ສ້າງໂຮງງານແປ້ງມັນຕົ້ນ ມູນຄ່າປະມານ 70 ລ້ານໂດລາສະຫະລັດ ໃນເນື້ອທີ່ 250 ເຮັກຕາ ເຊິ່ງຈະກາຍເປັນໂຮງງານແປ້ງມັນຕົ້ນໃຫຍ່ທີ່ສຸດໃນ ສປປ ລາວ ແມ່ນ ຕັ້ງຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ.

     ທ່ານ ປອ ຄໍາແພງ ໄຊສົມແພງ ກ່າວວ່າ: “ໃນນາມຕາງໜ້າ ກະຊວງ ອຄ, ພ້ອມດ້ວຍຄະນະກົມຈາກກະຊວງ, ຂະແຫນງການ ອຄ ຂັ້ນແຂວງ, ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບກຽດໃຫ້ຄຳເຫັນໃນພິທີເຊັນສັນຍາ ການຮ່ວມມື ການລິເລີ່ມໂຄງການ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ຢູ່ເມືອງບາຈຽງຈະເລີນສຸກ ໃນຄັ້ງນີ້  ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດຂອງທີມງານທຸກຂັ້ນ ແລະ ທຸກພາກສ່ວນ ທີ່ປະກອບສ່ວນໃນການຄົ້ນຄວ້າ ແລະ ສ້າງແຜນງານສົ່ງເສີມການປຸງແຕ່ງແປ້ງມັນຕົ້ນ ໃຫ້ເປັນສິນຄ້າ ທີ່ມີເປົ້າໝາຍໃນການສົ່ງອອກ ແລະ ເພື່ອສ້າງໃຫ້ສິນຄ້າດັ່ງກ່າວກາຍເປັນສ່ວນຫນຶ່ງໃນການສະໜັບສະໜູນໃຫ້ ຍຸດທະສາດການພັດທະນາ ເສດຖະກິດສັງຄົມຂອງແຂວງ”.

     ໃນໄລຍະ 5 ປີ ຜ່ານມາ (ແຕ່ປີ 2016-2020) ການສົ່ງອອກມັນຕົ້ນ ບັນລຸມູນຄ່າສະເລ່ຍທັງໝົດແມ່ນ 585 ລ້ານໂລດາສະຫະລັດ ໃນນັ້ນ ປີ 2016 ເຖິງ 2020 ມີມູນຄ່າສົ່ງອອກປະມານ 81 ລ້ານໂດລາສະຫະລັດ, 97 ລ້ານໂດລາສະຫະລັດ, 86 ລ້ານໂດລາສະຫະລັດ, 111 ລ້ານໂດລາສະຫະລັດ ແລະ 210 ລ້ານໂດລາສະຫະລັດ ຕາມລໍາດັບ. ສໍາລັບປະເທດທີ່ນໍາເຂົ້າມັນຕົ້ນຈາກ ສປປ ລາວ ຫຼາຍສຸດ ຄື: ປະເທດໄທ ມີມູນຄ່າທັງໝົດ 183 ລ້ານໂດລາສະຫະລັດ, ຫວຽດນາມ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ ແລະ ຈີນ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ.

 

ແຫຼ່ງຂໍ້ມູນ:

  • ໜັງສືພີມ ເສດຖະກິດການຄ້າ https://laoedaily.com.la/2021/08/27/102218/
  • ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ
  • ກົມພາສີ, ກະຊວງການເງິນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?