ນະຄອນຫຼວງວຽງຈັນ,  20 ສິງຫາ 2021 – ເສດຖະກິດລາວ ຢູ່ໃນເສັ້ນທາງທີ່ຈະມີການຟື້ນຕົວໃນລະດັບປານກາງ ໃນປີ 2021 ເຖິງວ່າການລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ຮອບສອງ ຈະສົ່ງຜົນກະທົບຕໍ່ຜົນສໍາເລັດໃນການຟື້ນຕົວທາງເສດຖະກິດທີ່ຍາດມາໄດ້ໃນຕົ້ນປີກໍຕາມ. ບົດລາຍງາຍຜົນການຕິດຕາມເສດຖະກິດຂອງ ສປປ ລາວ ໂດຍ ທະນາຄານໂລກ — ເສັ້ນທາງສູ່ການຟື້ນຕົວທາງເສດຖະກິດ — ຄາດຄະເນວ່າ: ການຂະຫຍາຍຕົວຂອງ GDP ຈະເພີ່ມຂຶ້ນ 3,6 ສ່ວນຮ້ອຍໃນປີ 2021 ທຽບໃສ່ 0,5 ສ່ວນຮ້ອຍໃນປີ 2020.

     ອັດຕາການເຕີບໂຕດັ່ງກ່າວ ແມ່ນຫຼຸດຈາກການຄາດຄະເນເບື້ອງຕົ້ນ ໃນເດືອນມີນາ 2021 ເຊິ່ງຕອນນັ້ນໄດ້ຄາດຄະເນ ການຂະຫຍາຍຕົວໄວ້ທີ່ 4 ສ່ວນຮ້ອຍ ເຊິ່ງຂຶ້ນກັບຂໍ້ສົມມຸດຖານຫຼາຍຢ່າງ ເຊິ່ງໃນນັ້ນລວມມີ ປັດໄຈການຟື້ນຕົວທາງເສດ ຖະກິດຂອງບັນດາປະເທດໃກ້ຄຽງ, ການເລັ່ງສັກຢາກັນພະຍາດໂຄວິດ-19 ໃນທົ່ວປະເທດ, ແລະ ການຫຼຸດຜ່ອນການລະບາດໃນຊຸມຊົນ ໃນໄລຍະຈົນຮອດທ້າຍປີນີ້. ການຂະຫຍາຍຕົວຂອງເສດຖະກິດ ອາດຈະຫຼຸດລົງຫຼາຍກ່ວາຕົວເລກທີ່ຄາດຄະເນໄວ້ຖ້າ: ພະຍາດໂຄວິດ-19 ມີການລະບາດຮ້າຍແຮງ ແລະ ມີການສືບຕໍ່ມາດຕະການຈໍາກັດການ ເຄືີ່ອນໄຫວໄປມາຂອງພົນລະເມືອງ (ລອກດາວ) ທີ່ເຂັ້ມງວດ ຫຼື ໃນກໍລະນີ ສປປ ລາວ ຫາກຖືກກະທົບຈາກໄພພິບັດທໍາມະຊາດເຊັ່ນ: ອຸທົກກະໄພ, ໄພແລ້ງ ຫຼື ການລະບາດຂອງພະຍາດສັດລ້ຽງ ທີ່ອາດຈະເກີດຊໍ້າອີກ.

     ຂະແໜງກະສິກໍາແລະອຸດສາຫະກໍາ ເປັນຂະແໜງຕົ້ນຕໍທີ່ຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ໂດຍເຫັນໄດ້ຈາກ ການເພີ່ມຂຶ້ນຂອງການສົ່ງອອກສິນຄ້າກະສິກໍາ ແລະ ອຸດສາຫະກໍາ. ໃນນັ້ນ ສິນຄ້າສົ່ງອອກ ເຊັ່ນ: ໄຟຟ້າ, ບໍ່ແຮ່ ແລະ ອຸດສາຫະກໍາແປຮູບແລະປຸງແຕ່ງ ກໍ່ພົບວ່າມີການຟື້ນຕົວ ເມື່ອທຽບກັບປີກາຍ. ຢ່າງໃດກໍດີ, ໃນຂະແໜງທ່ອງທ່ຽວ,  ການບໍລິການນັກທ່ອງທ່ຽວ, ການຂົນສົ່ງ ແລະ ການບໍລິການອື່ນໆ ວິສາຫະກິດສ່ວນໃຫຍ່ ແມ່ນກໍາລັງພົບຄວາມຫຍຸ້ງຍາກໃນການຟື້ນຕົວ ຍ້ອນມີການລອກດາວ ແລະ ການສືບຕໍ່ຈໍາກັດການເດີນທາງລະຫວ່າງປະເທດ ເຊິ່ງເປັນການຕັດໂອກາດຂອງປະເທດໃນການສ້າງລາຍຮັບຈາກຂະແໜງ ການສໍາຄັນນີ້.

     ທ່ານ ອາເລກສ໌ ເຄຣມເມີ (Alex Kremer) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ:  “ສປປ ລາວ ເຮັດໄດ້ດີຫຼາຍໃນດ້ານການຈໍາກັດການລະບາດຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດການສັກຢາກັນພະຍາດ ດັ່ງກ່າວໃຫ້ປະຊາຊົນ”. ທ່ານ ຍັງກ່າວຕື່ມອີກວ່າ: “ຢ່າງໃດກໍດີ, ຄວາມສ່ຽງດ້ານ ຄວາມຫຍຸ້ງຍາກ ໃນການແກ້ໄຂໜີ້ສາທາ ລະນະ, ການອ່ອນຄ່າຂອງເງິນກີບ, ແລະ ລາຍຮັບພາກລັດທີ່ຕໍ່າ ຍັງຈະສືບຕໍ່ຈໍາກັດທາງເລືອກຂອງລັດຖະບານ ໃນດ້ານ ການຟື້ນຟູເສດຖະກິດຂອງປະເທດ. ການປະຕິຮູບທີ່ຈະຊ່ວຍ ກະຕຸ້ນການລົງທຶນຂອງພາກເອກະຊົນ, ການມອບ ອາກອນ ແລະ ສົ່ງເສີມການຄ້າ ຈະຊ່ວຍແກ້ໄຂບັນຫາດັ່ງກ່າວໄດ້.”

     ອີງຕາມບົດລາຍງານສະພາບເສດຖະກິດຂອງ ສປປ ລາວ, ການອ່ອນຄ່າຂອງເງິນກີບ ເປັນສາເຫດຫນຶ່ງທີ່ເຮັດໃຫ້ອັດຕາ ເງິນເຟີ້ເພີ່ມຂຶ້ນ ເຊິ່ງພາໃຫ້ມີ ຄວາມກັງວົນກ່ຽວກັບການເຂົ້າເຖິງສະບຽງອາຫານ ແລະ ສິນຄ້າພື້ນຖານ. ເວົ້າສະເພາະ ບັນຫາດັ່ງກ່າວໄດ້ເພີ່ມຄວາມກົດດັນຕໍ່ຜູ້ທຸກຍາກໃນເຂດຕົວເມືອງແລະເມືອງໃຫຍ່ຕ່າງໆ. ພາກຫົວຂໍ້ສະເພາະຂອງບົດລາຍງານ ‘ຜົນກະທົບຂອງພະຍາດລະບາດໂຄວິດ-19 ທີ່ມີຕໍ່ທຸລະກິດແລະຄົວເຮືອນ’  ສະແດງໃຫ້ເຫັນວ່າ: ການຈ້າງງານໄດ້ຫຼຸດ ລົງຫລາຍໃນເດືອນພຶດພະພາຂອງປີນີ້ ໃນຂະນະທີ່ ທຸລະກິດຄົວເຮືອນຕ່າງໆ ຫລາຍກ່ວາ 30% ຕ້ອງປິດກິດຈະການລົງ ນັບແຕ່ເກີດພະຍາດລະບາດ. ການສໍາຫຼວດທຸລະກິດ ທີ່ຈັດຕັ້ງປະຕິບັດໂດຍທະນາຄານໂລກ ບອກໃຫ້ຮູ້ວ່າ: ຍອດຂາຍ ຕໍ່ເດືອນ ຂອງທຸລະກິດ ຫຼຸດລົງ 48 ສ່ວນຮ້ອຍໃນຊ່ວງໄລຍະເດືອນມີນາ ເຖິງ ເດືອນເມສາ 2021. ເກືອບເຄິ່ງໜຶ່ງຂອງ ຈໍານວນວິສາຫະກິດທີ່ຖືກສຳຫລວດ ໄດ້ລາຍງານວ່າປະສົບບັນຫາການຂາດແຄນກະແສເງິນສົດ, ແລະ ຫຼາຍກ່ວາໜຶ່ງ ສ່ວນສີ່ຂອງຈໍານວນວິສາຫະກິດທັງໝົດ ແມ່ນຄາດວ່າຈະຕົກ ໃນສະພາວະຕິດໜີ້ໃນໄລຍະຫົກເດືອນຂ້າງໜ້າ.

     ເພື່ອຫຼຸດຜ່ອນຜົນກະທົບຈາກການຂະຫຍາຍຕົວຊ້າລົງຂອງເສດຖະກິດ, ບົດລາຍງານສະບັບນີ້ ແນະນໍາໃຫ້ ສປປ ລາວ ເພີ່ມທະວີການປະຕິຮູບດ້ານທຸລະກິດ ແລະ ອໍານວຍຄວາມສະດວກດ້ານການຄ້າ ເພື່ອໃຫ້ປະເທດ ໄດ້ຮັບຜົນປະໂຫຍດທີ່ ເໝາະສົມຈາກໂຄງລ່າງພື້ນຖານທີ່ສ້າງຂຶ້ນໃຫມ່ແລະ ຈາກບັນດາສັນຍາຜ່ອນຜັນການຄ້າທີ່ ສປປ ລາວ ເປັນພາຄີ. ການ ປະຕິຮູບດັ່ງກ່າວ ຈະສາມາດບັນລຸໄດ້ດ້ວຍການປັບປຸງລະບຽບແລະຂັ້ນຕອນການລົງທຶນໃຫ້ກະທັດຮັດຂຶ້ນ, ເພີ່ມຄວາມ  ສະດວກໃນການດໍາເນີນທຸລະກິດ, ເຮັດໃຫ້ຄ່າບໍລິການດ້ານການຂົນສົ່ງ, ຝາກສາງແລະປ່ຽນທ່າຍສິນຄ້າຖືກລົງ ແລະ ຊ່ວຍ ປັບປຸງຄຸນນະພາບສິນຄ້າໂດຍສະເພາະແມ່ນສິນຄ້າສົ່ງອອກຈາກກະສິກໍາ. ການຂະຫຍາຍໂຄງການ ຊ່ວຍເຫຼືອຂອງລັດຖະ ບານ ແກ່ພາກທຸລະກິດ ໄປຄຽງຄູ່ກັບການໂຄສະນາສົ່ງເສີມແຜນງານດັ່ງກ່າວ ຈະຊ່ວຍໃຫ້ບັນດາ ວິສາຫະກິດ ສາມາດ ປັບຕົວໄດ້ ແລະ ສ້າງລາຍຮັບທີ່ຈໍາເປັນແກ່ຕົນເອງ. ໃນເວລາດຽວກັນ ມາດຕະການຕ່າງໆ ເພື່ອຊ່ວຍສົ່ງເສີມ ແລະ ຊຸກຍູ້ໃຫ້ວິສາຫະກິດລາວ ໃຫ້ມາລົງທຶນໃນດ້ານເຕັກໂນໂລຊີດີຈີຕ໋ອນ ຫຼື ວິທີການໃໝ່ໃນການຈັດສົ່ງ-ສະໜອງສິນຄ້າ ແລະ ບໍລິການ ຈະສາມາດຊ່ວຍປ່ຽນວິກິດໃຫ້ເປັນໂອກາດແກ່ເຂົາເຈົ້າໄດ້.

 

ແຫຼ່ງທີ່ມາຂອງບົດຄວາມ: https://www.worldbank.org/lo/news/press-release/2021/08/19/lao-pdr-economy-recovers-then-falters-again-under-covid-19

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?