ໃນຕອນເຊົ້າ ວັນທີ 30 ກໍລະກົດ 2021 ທີ່ແຂວງບໍລິຄໍາໄຊ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ໃນຈັດກອງປະຊຸມ “ ເຜີຍແຜ່ ແລະ ນຳສະເໜີວີທີການແກ້ໄຂກ່ຽວກັບ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃຫ້ແກ່ສະມາຊິກສະພາແຂວງ” ໂດຍການເປັນປະທານຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ພ້ອມດ້ວຍການເຂົ້າຮ່ວມຈາກສະມາຊິກສະພາແຂວງ, ພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງຢ່າງພ້ອມພຽງ.

     ຈຸດປະສົງໃນການເປີດກອງປະຊຸມດັ່ງກ່າວ ເພື່ອນຳສະເໜີ ການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ພ້ອມທັງສະເໜີບາງບັນຫາ ແລະ ວິທີການແກ້ໄຂ ບັນຫາຂອງພາກທຸລະກິດ ໃນໄລຍະຜ່ານມາໃຫ້ສະມາຊິກສະພາແຂວງເພື່ອຊາບ ແລະ ຄວາມເປັນເອກະພາບລວມໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ສິນຄ້າຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ.

     ພາຍຫຼັງຮັບຟັງການນຳສະເໜີ, ປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາແລ້ວ, ກອງປະຊຸມໄດ້ເຫັນດີເປັນເອກພາບຕໍ່ການນຳສະເໜີ, ບັນຫາ ແລະ ວິທີການແກ້ໄຂ ແລະ ການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມທັງໃຫ້ສຶບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ນຳເອົາຜົນຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມເນື້ອໃນຈິດໃຈ ຄຳສັ່ງເລກທີ່ 02/ນຍ ແລະ ຄຳສັ່ງເລກທີ່ 12/ນຍ ເປັນຕົ້ນແມ່ນການຕັ້ງດ່ານກວດກາຖາວອນ ແລະ ດ່ານກວດກາຕາມເສັ້ນທາງຂອງຂະແໜງການກ່ຽວຂ້ອງ ຂໍໃຫ້ເປັນເຈົ້າການ ປັບປຸງແກ້ໄຂ ຕາມພາລະບົດບາດຂອງຕົນ, ຖ້າບໍ່ສາມາດຕົກລົງ ຫຼື ຕັດສິນໃຈໄດ້ຢູ່ໃນລະດັບແຂວງແມ່ນນຳສະເໜີຫາຄະນະອຳນວຍຄວາມສະດວກຂັ້ນສູນກາງເພື່ອພິຈາລະນາແກ້ໄຂ. 

     ມອບໃຫ້ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ສຶບຕໍ່ສົມທົບກັບຂະແໜງການກ່ຽວຂ້ອງສັງລວມບັນດານິຕິກຳ, ຄົ້ນຄ້ວາເບີ່ງອັນໃດທີ່ເຫັນວ່າບໍ່ສອດຄ່ອງ, ບໍ່ຈຳເປັນ ແລະ ເປັນອຸປະສັກຕໍ່ການດຳເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ໃຫ້ດັດແກ້ ຫຼື ລົບລ້າງ ແລະ ນຳເອົາຂໍ້ສະເໜີຕ່າງໆ ຈາກພາກສ່ວນກ່ຽວຂ້ອງໄປພິຈາລະນາ, ປັບປຸງແກ້ໄຂ ຕາມພາລະບົດບາດຂອງຕົນ ເພື່ອເຮັດໃຫ້ວຽກງານດຳເນີນທຸລະກິດພາຍໃນແຂວງ ມີການຂະຫຍາຍຕົວດີຂື້ນເທື່ອລະກ້າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?