ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມພາສີ      ເລກທີ 03682/ກພສ
ນະຄອນຫຼວງວຽງຈັນ, ວັນທີ 30 ກໍລະກົດ 2021

ຂໍ້ຕົກລົງ

ວ່າດ້ວຍ ສືບຕໍ່ການທົດລອງມອບສິດໃຫ້ດ່ານພາສີຊາຍແດນ ຮັບຮອງການໄດ້ ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA-FORM D) ສໍາລັບ ການນໍາເຂົ້າສິນຄ້າຂອງ 11 ບໍລິສັດ.

  • ອີງຕາມ ກົດຫມາຍວ່າດ້ວຍພາສີ ເລກທີ 81/ສພຊ, ລົງວັນທີ 20 ມິຖຸນາ 2020;
  • ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍ ການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ໃນ ສປປ ລາວ;
  • ອີງຕາມ ພັນທະສັນຍາຂອງ ສປປ ລາວ ໃນສັນຍາການຄ້າດ້ານສິນຄ້າອາຊຽນ ຫຼື ATIGA ທີ່ໄດ້ລົງນາມກັນ ໃນວັນທີ 26 ກຸມພາ 2009;
  • ອີງຕາມ ບົດລາຍງານຂອງພະແນກນນິຕິກໍາ ສະບັບເລກທີ     /ພນກ, ລົງວັນທີ 29 ກໍລະກົດ 2021.

ກົມພາສີ ຕົກລົງ:

ມາດຕາ 01: ເຫັນດີມອບສິດໃຫ້ ດ່ານພາສີສາກົນຊາຍແດນໃນຂອບເຂດທົ່ວປະບາດ ເປັນຜູ້ພິຈາລະນາການໄດ້ຮັບ

    ສິດທິພິເສດດ້ານອັດຕາພາສີຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA) ຫຼື ຟອມ D ເຊິ່ງເປັນເອກະສານປະກອບການແຈ້ງພາສີເປັນລາຍລະອຽດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 27 (ປັບປຸງ) ຂອງ ກົດຫມາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ ລົງວັນທີ 29 ມິຖຸນາ 2020, ສໍາລັບບໍລິສັດ ແລະ ຜູ້ປະກອບການ ຈໍານວນ 11 ບໍລິສັດ ໂດຍບໍ່ຈໍາເປັນຕ້ອງຂໍໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີຈາກ ກົມພາສີ ເພື່ອເປັນການທົດລອງໃນການກໍານົດເງື່ອນໄຂຂອງຜູ້ປະກອບການທີ່ໄດ້ມາດຕະຖານ AEO ໃນຕໍ່ຫນ້າຕາມລາຍຊື່ລຸ່ມນີ້:

1. ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ;

2. ບໍລິສັດ ເບຍລາວ ຈໍາກັດ;

3. ບໍລິສັດ ນິວຈິບເຊັງ ຈໍາກັດ;

4. ບໍລິສັດ ໂຄຄາ-ໂຄລາວ (ລາວ) ບອ໊ຕຕລິງ ຈໍາກັດ;

5. ບໍລິສັດ ລາວຟອດຊິຕີ ຈໍາກັດ;

6. ບໍລິສັດ ເອັກເປຣດຟູ໊ດ ກຣຸບ (ລາວ) ຈໍາກັດ;

7. ບໍລິສັດ ລາວໂມບາຍກຣຸບ ຈໍາກັດ;

8. ບໍລິສັດ ຢູນິລິເວີ ເຊີວິດ (ລາວ) ຈໍາກັດ;

9. ບໍລິສັດ ທິບໂກ້ ອັດສະຟັນ (ລາວ) ຈໍາກັດ;

10. ບໍລິສັດ ໂຕໂຢຕ້າລາວ ຈໍາກັດ; ແລະ

11. ບໍລິສັດ ຊີໄອການຄ້າ ຂາອອກ-ຂາເຂົ້າ ຈໍາກັດ.

ມາດຕາ 02: ມອບໃຫ້ດ່ານພາສີສາກົນຊາຍແດນບ່ອນນໍາເຂົ້າ ກວດກາ ແລະ ພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີຕາມກອບສັນຍາ ATIGA ຫຼື ຟອມ D ສໍາລັບສິນຄ້າທຸກປະເພດ ນອກຈາກ ພາຫະນະກົນຈັກ, ນ້ໍາມັນເຊື້ອໄຟທຸກຊະນິດ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ. ສໍາລັບບັນດານິຕິກໍາ-ເອກະສານອ້າງອີງ ແລະ ວິທີການກວດກາໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ D ແມ່ນໃຫ້ອີງໃສ່ ຄໍາແນະນໍາຂອງກົມພາສີ ສະບັບເລກທີ 03782/ກພສ, ລົງວັນທີ 06 ກຸມພາ 2016 ກ່ຽວກັບແຫຼ່ງກໍາເນີດສິນຄ້າ ແລະ ການໃຫ້ສິດທິພິເສດດ້ານອັດຕາພາສີ ຕາມເງື່ອນໄຂຂອງບັນດາ ສັນຍາການຄ້າເສລີຕ່າງໆ ທີ່ ສ.ປ.ປ ລາວ ເຂົ້າເປັນພາຄີ.

ມາດຕາ 03: ການພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີຕາມກອບສັນຍາ ATIGA ຫຼື ຟອມ D ສະບັບນີ້ ເປັນການທົດລອງຈັດຕັ້ງປະຕິບັດຊົ່ວຄາວ ສໍາລັບບໍລິສັດ ແລະ ຜູ້ປະກອບການທີ່ໄດ້ຮັບອະນຸຍາດເທົ່ານັ້ນ. ພາຍຫຼັງສໍາເລັດແລ້ວມອບໃຫ້ດ່ານພາສີສາກົນຊາຍແດນບ່ອນນໍາເຂົ້າ ສະຫຼຸບ-ລາຍງານການຈັດຕັ້ງປະຕິບັດໃຫ້ກົມພາສີ (ພະແນກນິຕິກໍາ) ຊາບ ເພື່ອປະເມີນຄືນຜົນໄດ້ຮັບ ແລະ ຄົ້ນຄວ້າ ປັບປຸງ  ໃນຂັ້ນຕໍ່ໄປ.

ມາດຕາ 04: ມອບໃຫ້ບັນດາພະແນກການອ້ອມຂ້າງກົມພາສີທີ່ກ່ຽວຂ້ອງ, ກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ສໍາເລັດຜົນຕາມຄາດຫມາຍ. ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບຂໍ້ຫຍຸ້ງຍາກ ໃຫ້ປະສານສົມທົບກັນ ແລະ ລາຍງານກົມພາສີເພື່ອມີທິດຊີ້ນໍາໃນ ການແກ້ໄຂຕາມກົດຫມາຍແລະລະບຽບການ.

ມາດຕາ 05: ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ພາຍໃນກໍານົດ 06 (ຫົກ) ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຫົວຫນ້າກົມພາສີ

ພູເຂົາຄໍາ ວັນນະວົງໄຊ

 

# ຫົວຂໍ້ ດາວໂຫຼດ
1 Decision in continuing to allow Customs Border Checkpoints for verifying preferential tariff rates of the ATIGA-FORM D of 11 import companies, No.03682/DOC, on 30 July 2021. PDF
2 ຂໍ້ຕົກລົງ ວ່າດ້ວຍ ສືບຕໍ່ການທົດລອງມອບສິດໃຫ້ດ່ານພາສີຊາຍແດນ ຮັບຮອງການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA-FORM D) ສໍາລັບ ການນໍາເຂົ້າສິນຄ້າຂອງ 11 ບໍລິສັດ, ເລກທີ 03682/ກພສ, ລົງວັນທີ 30 ກໍລະກົດ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?