ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການ ຂື້ນທະບຽນການນໍາໃຊ້ຄື້ນຄວາມຖີ່ວິທະຍຸກະຈາຍສຽງລະບົບ Short Wave, AM, FM, ໂທລະພາບ ອານາລັອກ (Analogue) ແລະ ໂທລະພາບ ດີຈີຕອນ (Digital), ເລກທີ 356/ຫກຊ.ກຄຖ, ລົງວັນທີ 29 ມິຖຸນາ 2021. ແຈ້ງເຖິງ ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊາບ ທີ່ນໍາໃຊ້ຄື້ນຄວາມຖີ່ວິທະຍຸກະຈາຍສຽງລະບົບ Short Wave, AM, FM, ໂທລະພາບ ອານາລອ໋ກ (Analogue) ແລະ ໂທລະພາບ ດີຈີຕອນ (Digital). ພາຍໃນໄລຍະເວລາ 03 ເດືອນ ນັບແຕ່ມື້ອອກແຈ້ງການສະບັບນີ້.

ພາບປະກອບ

           

ຖ້າມີສະຖານີຕັ້ງຢູ່ຕ່າງແຂວງ ແມ່ນສາມາດພົວພັນພະແນກເຕັກໂນໂລຊີ ແລະ ການສື່ສານ ຂອງແຂວງຕົນ ເພື່ອອໍານວຍຄວາມສະດວກໃນການປະສານງານຂໍຂື້ນທະບຽນນໍາກົມຄື້ນຄວາມຖີ່, ກະຊວງເຕັກໂນໂລຊີ ແລະ ການສື່ສານ

ຖ້າບໍ່ມາຂື້ນທະບຽນ ເວລາກວດພົບເຫັນຈະຖືກກ່າວເຕືອນ, ປັບໄໝ ຕາມກໍລະນີໜັກ ຫຼື ເບົາ ດັ່ງທີ່ໄດ້ລະບຸໄວ້ໃນໝວດທີ 13 ຂອງກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພືດສະພາ 2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?