ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ທະນາຄານແຫ່ງ ສປປ ລາວ

ເລກທີ 461/ຄລຊ

ກົມຄຸ້ມຄອງລະບົບຊໍາລະສະສາງ

ນະຄອນຫຼວງວຽງຈັນ, ວັນທີ 17 ມິຖຸນາ 2021

 

ແຈ້ງການ

ເຖິງ: ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດ.

ເລື່ອງ: ລາຍຊື່ ຜູ້ຄວບຄຸມລະບົບການຊຳລະທຸລະກຳຍ່ອຍ, ຜູ້ໃຫ້ບໍລິການຊຳລະ ທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ.

  • ອີງຕາມກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ສະບັບເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018;
  • ອີງຕາມກົດໝາຍວ່າດ້ວຍລະບົບການຊຳລະ ສະບັບເລກທີ 32/ສພຊ, ລົງວັນທີ 07 ພະຈິກ 2017;
  • ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງລະບົບຊໍາລະສະສາງ ສະບັບເລກທີ 959/ທຫລ, ລົງວັນທີ 18 ກັນຍາ 2017;
  • ອິງຕາມຂໍ້ຕົກລົງວ່າດ້ວຍການໃຫ້ບໍລິການຊຳລະ ສະບັບເລກທີ 288/ທຫລ, ລົງວັນທີ 17 ມີນາ 2020.

ກົມຄຸ້ມຄອງລະບົບຊຳລະສະສາງ (ຄລຊ) ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ຊາບວ່າ: ປັດຈຸບັນ ຄລຊ ໄດ້ເຫັນດີ ແລະ ອອກອະນຸຍາດໃຫ້ ທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ນິຕິບຸກຄົນ ດຳເນີນທຸລະກິດເປັນຜູ້ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ ແລະ ຜູ້ໃຫ້ບໍລິການຊໍາລະ ຈຳນວນຫຼາຍແຫ່ງ ແລະ ຫຼາຍປະເພດການໃຫ້ບໍລິການຊຳລະ ທີ່ສາມາດເຄື່ອນໄຫວວຽກງານລະບົບການຊຳລະ ຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:

1. ຜູ້ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ ຈໍານວນ 01 ແຫ່ງ (ນິຕິບຸກຄົນ);

2. ຜູ້ໃຫ້ບໍລິການຊຳລະ ປະກອບມີ 4 ປະເພດຄື:

2.1 ຜູ້ໃຫ້ບໍລິການ ບັດຊໍາລະ (Card Payment) ມີທັງໝົດ 19 ແຫ່ງ;

2.2 ຜູ້ໃຫ້ບໍລິການ ເງິນເອເລັກໂຕຣນິກ (Electronic Money) ມີທັງໝົດ 10 ແຫ່ງ (ທະນາຄານທຸລະກິດ 6 ແຫ່ງ ແລະ ນິຕິບຸກຄົນ 4 ແຫ່ງ);

2.3 ຜູ້ໃຫ້ບໍລິການ ຮັບຊຳລະທາງເອເລັກໂຕຣນິກ (Electronic Acceptance) ມີທັງໝົດ 39 ແຫ່ງ ຄື:

2.3.1 ຜູ້ໃຫ້ບໍລິການ ແກ່ຜູ້ຮັບຊຳລະ (Acquirer) ມີ 26 ແຫ່ງ (ທະນາຄານທຸລະກິດ 22 ແຫ່ງ ແລະ ນິຕິບຸກຄົນ 04 ແຫ່ງ), ຕົວຢ່າງ: ການຮັບຊຳລະຄ່າສິນຄ້າ ແລະ ບໍລິການ ດ້ວຍບັດເຄືອຄ່າຍສາກົນ (Card Schreme) ຫຼື ແອັບພລິເຄຊັນຂອງ Alipay, Wechat, Unionpay ແລະ ອື່ນໆ ຜ່ານຊ່ອງທາງເຄື່ອງຮັບຊຳລະ EDC/POS ຫຼື QR Code;

2.3.2 ຜູ້ໃຫ້ບໍລິການ ຮັບຊໍາລະແທນ (Bill Payment) ມີ 20 ແຫ່ງ (ທະນາຄານທຸລະກິດ 17 ແຫ່ງ ແລະ ນິຕິບຸກຄົນ 03 ແຫ່ງ), ຕົວຢ່າງ: ການຮັບຊຳລະຄ່າໄຟຟ້າ, ນໍ້າປະປາ, ພາສີທີ່ດິນ, ຄ່າທຳນຽມທາງ ແລະ ອື່ນໆ ຜ່ານປ່ອງບໍລິການທະນາຄານ ຫຼື ແອັບພລິເຄຊັນ.

2.4 ຜູ້ໃຫ້ບໍລິການ ໂອນເງິນທາງເອເລັກໂຕຣນິກ (Electronic Money Transfer) ມີທັງໝົດ 42 ແຫ່ງ (ທະນາຄານທຸລະກິດ 39 ແຫ່ງ ແລະ ນິຕິບຸກຄົນ 03 ແຫ່ງ).

ລາຍລະອຽດ ຊື່, ປະເພດການໃຫ້ບໍລິການຊຳລະ, ຜະລິດຕະພັນ, ຊ່ອງທາງ ແລະ ເຄື່ອງໝາຍການຄ້າ (ໂລໂກ້) ຂອງຜະລິດຕະພັນໄດ້ຄັດຕິດມາພ້ອມນີ້ ຫຼື ສາມາດກວດສອບເພີ່ມຕື່ມໄດ້ທີ່ www.bol.gov.la

ນອກນັ້ນ, ຂໍແຈ້ງມາຍັງທ່ານຊາບວ່າ ຄລຊ ເປັນຜູ້ຄຸ້ມຄອງວຽກງານລະບົບການຊຳລະຢ່າງລວມສູນໃນຂອບເຂດ ທົ່ວປະເທດ ມີສິດໃນການຄົ້ນຄວ້າພິຈາລະນາອອກອະນຸຍາດວຽກງານລະບົບການຊໍາລະຕາມທີ່ໄດ້ກຳນົດໄວ້ໃນມາດຕາ 51 ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດຕາມ ມາດຕາ 57 ຂອງ ກົດໝາຍວ່າດ້ວຍລະບົບການຊຳລະ. ກໍລະນີພົບເຫັນ ທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຫຼື ນິຕິບຸກຄົນ ໃຫ້ບໍລິການທີ່ ບໍ່ໄດ້ຮັບອະນຸຍາດ ກະລຸນາແຈ້ງ ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ພະແນກນະໂຍບາຍລະບົບຊຳລະ ກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ ທີ່ເບີໂທລະສັບ: 021 253595-7 ເປັນຕົ້ນ:

1. ການອອກເຄື່ອງມືການຊຳລະທຸກປະເທດ ໂດຍບໍ່ໄດ້ຮັບອະນຸຍາດ;

2. ການດໍາເນີນການໃຫ້ບໍລິການຊຳລະທຸກຮູບແບບໂດຍບໍ່ໄດ້ຮັບອະນຸຍາດ;

3. ການແອບອ້າງ ຫຼື ໂຄສະນາ, ບິດເບືອນ ທີ່ສ້າງຜົນເສຍຫາຍຕໍ່ລະບົບການຊຳລະ ແລະ ຜູ້ໃຫ້ບໍລິການຊຳລະ ລວມທັງ ຜູ້ໃຊ້ບໍລິການໃນສັງຄົມ;

4. ການມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍວ່າດ້ວຍລະບົບການຊຳລະ ສະບັບເລກທີ 32/ສພຊ, ລົງວັນທີ 07 ພະຈິກ 2017.

5. ການໃຫ້ບໍລິການຊຳລະ ທີ່ມີລັກສະນະແປກໃໝ່ ເຊັ່ນ: ຊຳລະດ້ວຍເງິນຄຣິບໂຕ (Cryptocurrency) ຫຼື ບໍ່ໄດ້ລະບຸ ໄວ້ໃນແຈ້ງການສະບັບນີ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ເພື່ອຊາບ ແລະ ຈົ່ງມີສະຕິ ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຊວນເຊື່ອ ແລະ ໃຊ້ບໍລິການຂອງພາກສ່ວນອື່ນທີ່ບໍ່ໄດ້ຮັບອະນຸຍາດຈາກ ກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ.

 

ຫົວໜ້າກົມ

ສຸລີສັກ ທຳນຸວົງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?