ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

ກະ​ຊວງ ​ໂຍທາທິການ ແລະ ຂົນສົ່ງ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ COVID-19

ເລກ​ທີ 253/ຍທຂ

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 29 ເມສາ 2021

ແຈ້ງການ

 

        ເຖິງ:  ທ່ານຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ.

       ເລື່ອງ:  ເພີ່ມທະວີກົນໄກປະສານງານ ເພື່ອອໍານວຍຄວາມສະດວກ ການຂົນສົ່ງສິນຄ້າ ພາຍໃນ ແລະ ເຂົ້າ-ອອກປະເທດ ໃນໄລຍະລະບາດພະຍາດ ໂຄວິດ-19.

  • ອີງຕາມ ຄໍາສັ່ງຂອງນາຍົກລົດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19, ເລກທີ 15/ນຍ, ລົງວັນທີ 21/42021;
  • ອີງຕາມ ແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບການຂົນສົ່ົງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເລກທີ 242/ຍທຂ, ລົງວັນທີ 23/4/2021.

    ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງມາຍັງບັນດາທ່ານຊາບວ່າ: ໃນໄລຍະຜ່ານມາ ໄດ້ມີຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19, ເລກທີ 15/ນຍ, ລົງວັນທີ 21/4/2021 ແລະ ແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບການຂົນສົ່ົງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ສະບັບເລກທີ 242/ຍທຂ, ລົງວັນທີ 23/4/2021 ຊຶ່ງບໍ່ໄດ້ຫ້າມການຂົນສົ່ງສິນຄ້າ ແຕ່ໃນຂອດຈັດຕັ້ງປະຕິບັດຕົວຈີງຍັງເຫັນວ່າບໍ່ທັນເປັນເອກະພາບກັນເທື່ອ ເຊັ່ນ: ບາງແຂວງຍັງຫ້າມການຂົນສົ່ງສິນຄ້າ ເຂົ້າ-ອອກ ແລະ ບາງເມືອງກໍ່ບໍ່ໃຫ້ເຂົ້າ-ອອກເມືອງຂອງຕົນ ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດ, ຊີວິດການເປັນຢູ່ ແລະ ມີລົດຂົນສົ່ງອັ່ງອໍຈໍານວນຫຼາຍ.                                                                              

    ດັ່ງນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງແຈ້ງມາຍັງບັນດາທ່ານເພື່ອເພີ່ມທະວີການປະສານງານຢ່າງໃກ້ຊິດກັບຄະນະສະເພາະກິດຂັ້ນ ນະຄອນຫລວງວຽງຈັນ ແລະ ແຂວງ ເພື່ອໃຫ້ເຂົ້າໃຈ ບັນດາຄໍາສັ່ງ ແລະ ແຈ້ງການ ໃຫ້ຖືກຕ້ອງ ໂດຍສະເພາະບັນດາເນື້ອໃນທີ່ພົວພັນກັບ ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອຮັບປະກັນໃຫ້ການຂົນສົ່ງສິນຄ້າພາຍໃນປະເທດ ແລະ ເຂົ້າ-ອອກ ປະເທດ ມີຄວາມສະດວກ ແລະ ໂລ່ງລຽນ ປົກກະຕິ.

ຮອງລັດຖະມົນຕີ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19

ລັນ ແສງອາພອນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?