ອີງຕາມ ຄໍາສັ່ງ ວ່າດ້ວຍການຜັນຂະຫຍາຍຄໍາສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ເລກທີ 05/ຂບຊ, ລົງວັນທີ 22 ເມສາ 2021 ດັ່ງມີເນື້ອໃນຫຼັກອັນສໍາຄັນດັ່ງນີ້:

          1. ຫ້າມຄົນຢູ່ຕ່າງແຂວງເດີນທາງເຂົ້າມາ ຍົກເວັ້ນ ຜູ້ທີ່ມີພູມລໍາເນົາ, ເດີນທາງຜ່ານ, ເຮັດວຽກປະຈໍາຢູ່ແຂວງບໍລິຄໍາໄຊ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຄະນະສະເພາະກິດຂັ້ນແຂວງ ແລະ ການຂົນສົ່ງສິນຄ້າ. ໃຫ້ໂຈະການບໍລິການຂົນສົ່ງໂດຍສານໄປຕ່າງແຂວງ ແລະ ຈາກຕ່າງແຂວງເຂົ້າມາ. ໃຫ້ເຈົ້າໜ້າທີ່ຕໍາຫຼວດ ສົມທົບກັບຄະນະສະເພາະກິດ ຕັ້ງຈຸດກວດກາປະຈໍາແຕ່ລະເມືອງ.

          2. ສືບຕໍ່ປິດດ່ານຊາຍແດນສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖີ່ນ ກັບປະເທດໃກ້ຄຽງ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ລົດຂົນສົ່ງສິນຄ້າ ໂດຍໃຫ້ມີປະກັນໄພໂຄວິດ-19 ແລະ ອຸປະກອນຕິດຕາມທາງການແພດ ໃນໄລຍະຈໍາກັດບໍລິເວນ 14 ວັນ. ມອບໃຫ້ພະແນກຕ່າງປະເທດ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂື້ນບັນຊີຊາວຕ່າງປະເທດ ທີ່ມີຈຸດປະສົງເດີນທາງກັບຄືນປະເທດຂອງຕົນ ເພື່ອລາຍງານໃຫ້ກະຊວງການຕ່າງປະເທດຮັບຊາບ.

3. ໃຫ້ເຈົ້າເມືອງ 7 ຕົວເມືອງ ໃຫ້ປະຕິບັດດັ່ງນີ້:

          ໃຫ້ອົງການປົກຄອງບ້ານລາຍງານໃຫ້ທ່ານເຈົ້າເມືອງ (ຄະນະສະເພາະກິດຂັ້ນເມືອງ) ແລະ ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຮີບຮ້ອນນໍາເອົາຜູ້ກ່ຽວເຂົ້າສູນຈໍາກັດບໍລິເວນຂອງເມືອງ ພ້ອມໃຫ້ທີມງານແພດຂອງເມືອງເກັບຕົວຢ່າງແລ້ວສົ່ງໃຫ້ ຄະນະສະເພາະກິດຂັ້ນແຂວງ (ໂຮງໝໍແຂວງ) ເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19.

          ຫ້າມບໍ່ໃຫ້ຄອບຄົວ, ພໍ່ແມ່, ຍາດພີ່ນ້ອງ ແລະ ອໍານາດການປົກຄອງປິດບັງຂໍ້ມູນຜູ້ທີ່ລັກລອບເຂົ້າມາ ແລະ ບໍ່ໃຫ້ຜູ້ລັກລອບໄປຢ້ຽມຢາມຍາດຕິພີ່ນ້ອງພາຍໃນບ້ານ ຫຼື ເດີນທາງໄປສະຖານທີ່ອື່ນໆ ຖ້າກວດພົບເຫັນຈະໄດ້ປະຕິບັດມາດຕະການຕາມລະບຽບກົດໝາຍເຂັ້ມງວດດັ່ງນີ້:

  • ຕ້ອງຮັບຜິດຊອບຈ່າຍຄ່າໄປຮັບ-ສົ່ງ ເຂົ້າມາຢູ່ສູນກັກກັນ ແລະ ລວມທັງຄ່າອາຫານຂອງຕົນໃນແຕ່ລະວັນເວລາກັກບໍລິເວນ 14 ວັນ.
  • ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍກວດຫາເຊື້ອພະຍາດໂຄວິດ-19 ມູນຄ່າ 650,000 ກີບຕໍ່ຄັ້ງ, ລວມທັງຄ່າປີ່ນປົວຕົວເອງ ໃນກໍລະນີຫາກຜົນກວດຢັ້ງຢືນວ່າຜູ້ກ່ຽວຫາກຕິດເຊື້ອພະຍາດໂຄວິດ-19.
  • ພາຍຫຼັງກັກບໍລິເວນ 14 ວັນ, ຖ້າບໍ່ພົບເຊື້ອພະຍາດໂຄວິດ-19 ແລ້ວມອບໃຫ້ເຈົ້າໜ້າທີ່ປະຕິບັດວິໃນ, ປັບໃໝຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ຕໍ່ຜູ້ລັກລອບເຂົ້າປະເທດແບບຜິດກົດໝາຍ.
  • ບຸກຄົນໃດ ທີ່ປົກປິດເຊື່ອງອໍາຂໍ້ມູນການເຂົ້າ-ອອກຂອງແຮງງານ ທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງ (ປະເທດໄທ) ທີ່ເດີນທາງກັບທ້ອງຖີ່ນບໍ່ຖືກຕ້ອງ, ກໍລະນີພົບເຫັນໃຫ້ແຈ້ງຕໍ່ອໍານາດການປົກຄອງບ້ານ ແລະ ຄະນະສະເພາະກິດຂັ້ນເມືອງ ໂດຍດ່ວນ ເພື່ອນໍາເຂົ້າສູນກັກກັນ ທີ່ຄະນະສະເພາະກິດແຕ່ລະເມືອງກໍານົດໃວ້, ຖ້າມີການຝ່າຝືນ ຫຼື ບໍ່ໃຫ້ການຮ່ວມມືຈະຖືກປັບໃໝ ຕາມມາດຕາ 72;73 ແລະ ຈະຖືກດໍາເນີນຄະດີຕາມມາດຕາ 74 ຂອງກົດໝາຍວ່າດ້ວຍການ ເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26/12/2014.
  • ບຸກຄົນໃດ ມີການຂົນຂວາຍເອົາຄົນເຂົ້າປະເທດຢ່າງຜິດກົດໝາຍຈະຖືກປັບໃໝ ຕາມມາດຕາ 128 ຂອງປະມວນກົດໝາຍອາຍາ ເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?