ວັນທີ 24 ກຸມພາ 2021 ຜ່ານມາ, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມປຶກສາຫາລື ເພື່ອຕົກລົງເປັນເອກະພາບຄັ້ງສຸດທ້າຍ ກ່ຽວກັບ ການປັບປຸງເນື້ອໃນຂອງຄໍາສັ່ງເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ທີ່ຕິດພັນກັບການກວດກາຜະລິດຕະພັນໄມ້ສົ່ງອອກ ໂດຍການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າ ແລະ ຜູ້ປະຈໍາການຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ແລະ ເຂົ້າຮ່ວມໂດຍ ທ່ານ ໄຊຄໍາ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ, ທ່ານ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ  ຈາກຂະແໜງການລັດທີ່ກ່ຽວຂ້ອງ, ທ່ານ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຕາງໜ້າຈາກພາກທຸລະກິດສົ່ງອອກຜະລິດຕະພັນໄມ້ ແລະ ພະນັກງານວິຊາການຜູ້ຮັບຜິດຊອບ ຈໍານວນທັງໝົດ 45 ທ່ານ.

          ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ເປັນເອກະພາບກັນ ຄັ້ງສຸດທ້າຍ ກ່ຽວກັບການປັບປຸງເນື້ອໃນຂອງຄໍາສັ່ງ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ໃນສ່ວນທີ່ຕິດພັນກັບການກວດກາຜະລິດຕະພັນໄມ້ສົ່ງອອກ ເພື່ອລາຍງານຕໍ່ລັດຖະບານ ພິຈາລະນາ.

ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໄດ້ສະເໜີ 02 ທາງເລືອກ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ພິຈາລະນາ ໃນການປັບປຸງຄຳສັ່ງ 12/ນຍ ຄື: ທາງເລືອກທີ 1: ສືບຕໍ່ຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ 12/ນຍ ໂດຍສະເພາະຂໍ້ (1) ຂອງຂໍ້ 2.2 ຄື: “ຜະລິດຕະພັນໄມ້ ທີ່ໄດ້ຮັບການລົງກວດກາ, ໜີບກົ່ວຕູ້ສິນຄ້າ, ເຊັນບົດບັນທຶກ ແລະ ອະນຸຍາດ ຫຼື ຢັ້ງຢືນການສົ່ງອອກ ໂດຍຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງແລ້ວ, ເວລາມາຮອດດ່ານ ບໍ່ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງແກະກົ່ວທີ່ໜີບແລ້ວ ອອກ ຍົກເວັ້ນກໍລະນີມີຄວາມສົງໃສ ຫຼື ແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້”. ໝາຍຄວາມວ່າ ມີຄະນະກໍາມະການກວດກາ, ຢັ້ງຢືນ ແລະ ໜີບກົ່ວ ຜະລິດຕະພັນໄມ້ຂຶ້ນລົດ ຢູ່ຕົ້ນທາງ. ເວລາຜະລິດຕະພັນໄມ້ໄປຮອດດ່ານສົ່ງອອກ, ບໍ່ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກວດກາຄືນ ຍົກເວັ້ນກໍລະນີມີຄວາມສົງໄສ ຫຼື ແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້. ທາງເລືອກທີ 2: ປັບປຸງເນື້ອໃນຂອງຂໍ້ (1) ຂອງຂໍ້ 2.2 ຂອງຄໍາສັ່ງເລກທີ 12/ນຍ ໂດຍບໍ່ໃຫ້ມີຄະນະກໍາມະການກວດກາ, ຢັ້ງຢືນ ແລະ ໜີບກົ່ວ ຢູ່ຕົ້ນທາງ. ເວລາຜະລິດຕະພັນໄມ້ໄປຮອດດ່ານສົ່ງອອກ, ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຫຼື ຄະນະກໍາມະການກວດກາ ດໍາເນີນການກວດກາ ຢູ່ດ່ານສົ່ງອອກປາຍທາງ.

          ພາຍຫຼັງໄດ້ປຶກສາຫາລືກັນ ກອງປະຊຸມແມ່ນເຫັນດີ ແລະ ຕົກລົງເປັນເອກະພາບກັນໃຫ້ຮັກສາເນື້ອໃນຂອງຄໍາສັ່ງເລກທີ 12/ນຍ ໄວ້ຄືເກົ່າ, ແຕ່ໃຫ້ມີນິຕິກໍາຜັນຂະຫຍາຍເພີ່ມເຕີມ ຊຶ່ງມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ເປັນຜູ້ຄົ້ນຄວ້າ ແລະ ປຶກສາຫາລື ກັບ ພາກສ່ວນທີ່ກ່ຽວຂ້ອງ ໃນລາຍລະອຽດຕື່ມຕາມທີ່ໄດ້ຕົກລົງກັນໃນກອງປະຊຸມຄັ້ງນີ້ ພ້ອມທັງໃຫ້ມີກໍານົດເວລາທີ່ຈະສໍາເລັດ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ເນັ້ນຢ້ໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 12/ນຍ ຢ່າງເຂັ້ມງວດ, ກໍລະນີມີຄວາມຈໍາເປັນ ແມ່ນໃຫ້ຄົ້ນຄວ້າອອກນິຕິກໍາຜັນຂະຫຍາຍເພີ່ມເຕີມ ໃນສ່ວນທີ່ຕິດພັນກັບຂົງເຂດວຽກງານຂອງຕົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?