ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງການເງິນ

ເລກທີ 0831/ກງ

ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2021

 

ແຈ້ງການ

 

          ເຖິງ:     ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ

          ເລື່ອງ:   ການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ສຳລັບບຸກຄົນ

 

  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • ອີງຕາມ ກົດໝາຍວ່າດ້ວຍ ອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019;
  • ອີງຕາມ ດຳລັດຂອງນາຍຍົກລັດຖະບົນຕີ ເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017; ວ່າດ້ວຍ ການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ໃບສະເໜີຂອງກົມສ່ວຍສາອາກອນ ເລກທີ 0381/ກສອ, ລົງວັນທີ 09 ກຸມພາ 2021.

 

ເພື່ອໃຫ້ສາມາດ ຄຸ້ມຄອງ ແລະ ຕິດຕາມ ບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫລວດ, ນັກທຸລະກິດ, ແມ່ຄ້າທົ່ວໄປ ແລະ ຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ, ນາຍຈ້າງ, ລູກຈ້າງ ກຳມະກອນ, ຊາວຜູ້ອອກແຮງງານ ແລະ ອື່ນໆ ແລະ ທັງເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ມີລາຍໄດ້ ທີ່ໄດ້ປະຕິບັດພັນທະຂອງຕົນຕໍ່ລັດ ໄດ້ຮັບນະໂຍບາຍຕ່າງໆຕາມກົດໝາຍກຳນົດ, ນອກຈາກນັ້ນຍັງເປັນການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ ເຂົ້າໃນລະບົບທັງຫມົດ ແນ່ໃສ່ເກັບລາຍຮັບເຂົ້າງົບ ປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທຳ ແລະ ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ. ໂດຍອີງຕາມມາດຕາ 6 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະລັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019, ກະຊວງການເງິນ ຂໍຖືເປັນກຽວແຈ້ງມາຍັງບັນດາທ່ານ ທີ່ກ່າວມາຂ້າງເທິງນັ້ນ ເພື່ອໃຫ້ມາລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນທຸກຂັ້ນ, ສ່ວນກຳນົດເວລາໃນການລົງທະບຽນເລກປະຈຳຕົວຜູ້ເສຍອາກອນ ແມ່ນບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021, ສໍາລັບ ເອກະສານປະກອບ ແລະ ຂໍ້ມູນທີ່ຈະຕ້ອງກະກຽມ ມີຄື:

  • ບັດປະຈຳຕົວ/ປື້ມໜັງສືຜ່ານແດນ ທີ່ຍັງບໍ່ໝົດອາຍຸນຳໃຊ້;
  • ປື້ມສຳມະໂນຄົວ;
  • ເບີໂທລະສັບ ທີ່ໄດ້ລົງທະບຽນຢັ້ງຢືນຕົວຕົນແລ້ວ ທຸກເລກຫມາຍ;
  • ອາຊີບ (ໃຫ້ລະບຸສະຖານທີ່ເຮັດວຽກ, ຕຳແຫນ່ງ ຢ່າງຈະແຈ້ງ);
  • ເລກບັນຊີທະນະຄານ ທຸກບັນຊີ ທີ່ມີ;
  • ເລກບັດປະກັນສັງຄົມ.

ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ, ສ່ວຍສາອາກອນປະຈຳເມືອງ, ນະຄອນ ກະກຽມ ພ້ອມທັງອຳນວຍຄວາມສະດວກໃຫ້ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະປະຕິບັດຕໍ່ຜູ້ລະເມີດ ຕາມລະບຽບກົດຫມາຍຢ່າງເຄັ່ງຄັດ.

     ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

                                                                                     

 

ລັດຖະມົນຕີກະຊວງການເງິນ

ບຸນໂຈມ ອຸບົນປະເສີດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?