ໃນວັນທີ 02 ກຸມພາ 2021, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເພື່ອສະເຫຼີມສະຫຼອງຄົບຮອບ 8 ປີ ທີ່ ສປປ ລາວ ໄດ້ເປັນສະມາຊິກຂອງ ອົງການການຄ້າໂລກ (WTO) ແລະ ປຶກສາຫາລືວ່າງແຜນຍຸດທະສາດທີ່ຕິດພັນກັບການຄ້າໂລກທີ່ ສປປ ລາວ ເປັນພາຄີກັບສາກົນ ເຊັ່ນ: ສັນຍາ ASEAN Agreement on E-Commerce ແລະ ກະກຽມເຂົົ້າຮ່ວມເປັນພາຄີຂອງ ສັນຍາວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology Agreement: ITA) ພາຍໃນປີນີ້ ເພື່ອໃຫ້ມີການເປີດກວ້າງດ້ານການຄ້າຍິ່ງຂຶ້ນ ທີ່ມີພັນທະ ແລະ ເປັນພັນທະມິດນໍາ.

ພາບປະກອບ

         

          ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນໂດຍ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ Laos Business Environment (LBE) ຂອງ USAID. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາປະຈຳລາວ ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ ແລະ ສະຖາບັນການສຶກສາ ຈຳນວນ 200 ຄົນ.

          ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນສະເຫຼີມສະຫຼອງກັບການເຂົ້າເປັນສະມາຊິກ WTO ຂອງ ສປປ ລາວ ຄົບຮອບ 8 ປີ. ນອກຈາກນັ້ນ ຍັງມີ 02 ເປົ້າໝາຍຫຼັກຄື: (1) ເພື່ອເຜີຍແຜ່ ແລະ ຖ່າຍທອດຄວາມຮູ້ກ່ຽວກັບສະພາບການເຈລະຈາໃນປະຈຸບັນຂອງອົງການການຄ້າໂລກ (ອຄລ) ເຊັ່ນ: ການປະຕິຮູບ ອຄລ ແລະ ບັນຫາໃໝ່ທີ່ສະເໜີເຂົ້າໃນການເຈລະຈາຄື: ການຄ້າທາງເອເລັກໂຕຣນິກ, ການອໍານວຍຄວາມສະດວກທາງດ້ານການລົງທຶນ, ຈຸລະວິສາຫະກິດ-ວິສາຫະກິດຂະໜາດນ້ອຍ ແລະ ກາງ,  (2) ແມ່ນເພື່ອແລກປ່ຽນຄຳຄິດເຫັນ ລະຫວ່າງພາກລັດ, ພາກທຸລະກິດ ແລະ ສະຖາບັນການສຶກສາ ກ່ຽວກັບນະໂຍບາຍການຄ້າຂອງ ສປປ ລາວ ໃນຍຸກເສດຖະກິດດິຈິຕອນ ແລະ ການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ທີ່ຕິດພັນກັບວຽກງານການຄ້າ.

ພາບປະກອບ

         

         ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນທີ່ປະຊຸມວ່າ: ຕະຫຼອດ 8 ປີຂອງການເປັນສະມາຊິກອົງການການຄ້າໂລກ (ອຄລ), ສປປ ລາວ ໄດ້ສຸມເຫື່ອເທແຮງເຂົ້າໃນການຈັດຕັ້ງປະຕິບັດບັນດາພັນທະດ້ວຍການປັບປຸງນິຕິກຳຕ່າງໆ ໃຫ້ມີຄວາມສອດຄ່ອງ, ມີຄວາມໂປ່ງໃສ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຄວາມສະດວກໃນການດຳເນີນທຸລະກິດ ເພື່ອເຮັດໃຫ້ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ນະໂຍບາຍການຄ້າ ແລະ ການລົງທຶນຂອງ ສປປ ລາວ. ໂດຍເຫັນໄດ້ຢ່າງຈະແຈ້ງຈາກການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຈລະຈາບັນຫາໃໝ່ໃນ ອຄລ ໂດຍສະເພາະແມ່ນການເຂົ້າຮ່ວມຖະແຫຼງການໃນວຽກງານການຄ້າທາງເອເລັກໂຕຣນິກ ແລະ ກໍ່ເພື່ອຮັບປະກັນການເອື້ອອໍານວຍຜົນປະໂຫຍດແກ່ການພັດທະນາການຄ້າທາງເອເລັກໂຕຣນິກ ຂອງກຸ່ມປະເທດດ້ອຍພັດທະນາ.

          ເຊິ່ງເຫັນວ່າ ໝວດສິນຄ້າ ITA ແມ່ນຜະລິດຕະພັນທີ່ເປັນປັດໄຈສໍາຄັນພື້ນຖານໃນການສົ່ງເສີມພັດທະນາດ້ານການສື່ສານ, ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ນະວັດຕະກໍາໃໝ່ໆ ຕາມແຜນປະຊາຄົມເສດຖະກິດອາຊຽນ 2025. ຄຽງຄູ່ກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ກຳລັງຮ່າງດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ຊຶ່ງຢູ່ໃນຂັ້ນຕອນສຸດທ້າຍໂດຍສັງລວມຄໍາເຫັນຈາກສະມາຊິກລັດຖະບານ ເພື່ອນໍາມາປັບປຸງຄືນ ແລ້ວລາຍງານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ອນຈະສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້.

ພາບປະກອບ

         

         ໃນຂະນະດຽວກັນ, ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວສະແດງ ຄວາມຊົມເຊີຍ, ຄວາມສຳເລັດອັນສຳຄັນນີ້ລະຫວ່າງລັດຖະບານ ສປປ ລາວ ແລະ ສະຫະລັດອາເມຣິກາ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການເຂົ້າເປັນສະມາຊິກອົງການການຄ້າໂລກ. ເຊິ່ງ ສ. ອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ໃນຫຼາຍໂຄງການໃນໄລຍະຫຼາຍກວ່າ 10 ປີ ແລະ ສົ່ງເສີມດ້ານໂຄງລ່າງພື້ນຖານທາງດ້ານກົດໝາຍໃໝ່ໆທີ່ຕິດພັນກັບຊັບສິນດ້ານປັນຍາ ແລະ ການຄ້າ, ພ້ອມທັງການສ້າງຈົດໝາຍເຫດທາງລັດຖະການ ເພື່ອເປັນເວທີໃຫ້ສາທາລະນະໄດ້ມີໂອກາດປະກອບຄຳຄິດເຫັນໃນຂັ້ນຕອນຕ່າງໆຂອງການສ້າງລະບຽບການ ແລະ ກົດໝາຍ.

          ຫຼັງຈາກນັ້ນ, ຜົນຂອງການສົນທະນາ ຈະນໍາໃຊ້ເປັນພື້ນຖານໃນການສ້າງຍຸດທະສາດນະໂຍບາຍການຄ້າສາກົນ ກໍຄືການກຳນົດນະໂຍບາຍການເຊື່ອມໂຍງເສດຖະກິດກັບສາກົນໃນອະນາຄົດ.

 

ແຫຼ່ງຂໍ້ມູນ:

  • ເສດຖະກິດການຄ້າ https://laoedaily.com.la/2021/02/03/89302/
  • ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?