ນັບແຕ່ພະຍາດໂຄວິດມີການລະບາດຮອດປະຈຸບັນ, ສປປ ລາວ ແມ່ນສາມາດຫຼີກລ້ຽງວິກິດດ້ານສາທາລະນະສຸກໄດ້ດີ ແຕ່ເສດຖະກິດຂອງປະເທດແມ່ນໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກທີ່ຖົດຖອຍຢ່າງໜັກ. ສະພາບເສດຖະກິດໂລກທີ່ມີການຖົດຖອຍຍ້ອນພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ ສປປ ລາວ ໃນຫຼາຍດ້ານເຊິ່ງໃນນັ້ນລວມມີ: ຂະແໜງທ່ອງທ່ຽວ, ຂະແໜງການຄ້າ ແລະ ການລົງທຶນ, ລາຄາແຮ່ທາດ, ອັດຕາແລກປ່ຽນ ແລະ ການຫຼຸດລົງຂອງເງິນໂອນເຂົ້າປະເທດຈາກແຮງງານລາວຢູ່ຕ່າງປະເທດ. ໂດພິຈາລະນາລວມເອົາສະພາບຄວາມບໍ່ແນ່ນອນໃນດ້ານໄລຍະເວລາ, ການແຜ່ລະບາດໃນວົງກວ້າງ ແລະ ຄວາມຮ້າຍແຮງຂອງພະຍາດລະບາດ ໂຄວິດ-19 ທັງໃນລະດັບສາກົນແລະພາຍໃນ, ບົດລາຍງານສະບັບນີ້ຈະນໍາສະເໜີຂອບເຂດຕົວເລກຄາດຄະເນການຂະຫຍາຍຕົວຂອງເສດຖະກິດລາວໃນປີ 2020 ພາຍໃຕ້ສອງກໍລະນີທີ່ມີຂໍ້ສົມມຸດຖານທີ່ແຕກຕ່າງກັນ: (i) ໄລຍະເວລາ ແລະ ຄວາມຮ້າຍແຮງຂອງການລະບາດລວມທັງຄວາມເຂັ້ມຂຸ້ນຂອງມາດຕະການຕ່າງໆທີ່ຈໍາກັດການເຄື່ອນໄຫວຂອງພົນລະເມືອງຢູ່ ສປປ ລາວ; (ii) ຂະໜາດ ແລະ ປະສິດທິຜົນຂອງບັນດານະໂຍບາຍບັນເທົາທຸກດ້ານເສດຖະກິດ; ແລະ (iii) ຄວາມຮ້າຍແຮງ ແລະ ໄລຍະເວລາການຖົດຖອຍຂອງເສດຖະ
ກິດໂລກ. ພາຍໃຕ້ກໍລະນີສົມມຸດຖານທີ່ເງື່ອນໄຂເອື້ອອໍານວຍ, ເສດຖະກິດຂອງລາວຄາດວ່າຈະຂະຫຍາຍຕົວທີ່ 1ສ່ວນຮ້ອຍ, ແຕກົງກັນຂ້າມພາຍໃຕ້ກໍລະນີສົມມຸດຖານທີ່ເງື່ອນໄຂບໍ່ເອື້ອອໍານວຍເສດຖະກິດລາວອາດຈະຫົດຕົວລົງເຖິງ 1,8 ສ່ວນຮ້ອຍ. ບໍ່ວ່າຜົນຈະອອມາເປັນກໍລະນີໃດກໍ່ຕາມ ຢ່າງໜຶ່ງທີ່ຈະແຈ້ງແມ່ນ ສປປ ລາວ ໃນປີນີ້ຈະມີອັດຕາການຂະຫຍາຍຕົວຂອງເສດຖະກິດທີ່ຕໍ່າສຸດນັບແຕ່ປີ 1990 ເປັນຕົ້ນມາ.

ພະຍາດ ໂຄວິດ-19 ຈະເຮັດໃຫ້ໂຄງສ້າງເສດຖະກິດຂອງ ສປປ ລາວ ທີ່ບອບບາງຢູ່ແລ້ວໜັກໜ່ວງຂຶ້ນໄປຕື່ມອີກ. ສປປ ລາວ ມີບັນຫາດ້ານການຄຸ້ມຄອງເສດຖະກິດມະຫາພາກທີ່ບໍ່ເຂັ້ມແຂງໃນໄລຍະຜ່ານມາເຊິ່ງເປັນຜົນເຮັດໃຫ້ມີການຂາດເຂີນດ້ານງົບປະມານການເງິນ ແລະ ຄັງແຮສໍາຮອງເງິນຕາຕ່າງປະເທດ ກ່ອນເກີດພະຍາດໂຄວິດລະບາດໃນທົ່ວໂລກ. ລະດັບຄັງແຮສໍາຮອງເງິນຕາຕ່າງປະເທດແມ່ນມີໂຕເລກຕໍ່າຫຼາຍໃນຮອບຫຼາຍປີຜ່ານມາ. ສ່ວນຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນຕະຫຼາດນອກກໍ່ເຫັນວ່າ ເພີ່ມສູງຂຶ້ນຫຼາຍກວ່າຂອບເຂດທີ່ເຄີຍມີມາ. ເຖິງວ່າລາຍຈ່າຍພາກລັດຈະຫຼຸດລົງກວ່າເກົ່າ ແຕ່ການເກັບລາຍຮັບທີ່ຕົກຕໍ່າ ເປັນຜົນເຮັດໃຫ້ບັນຫາການຂາດດຸນງົບປະມານເພີ່ມສູງຂຶ້ນຫຼາຍ. ການຂາດດຸນງົບປະມານຄາດວ່າຈະເພີ່ມຈາກ 7,5 ເຖິງ 8,8ສ່ວນຮ້ອຍຂອງ GDP ແລະ ສ່ວນໜີ້ສາທາລະນະຄາດວ່າຈະເພີ່ມຈາກ 65 ເຖິງ 68 ສ່ວນຮ້ອຍຂອງ GDP ໃນປີ 2020ເຮັດໃຫ້ປະເທດຕົກຢູ່ໃນສະພາບທີ່ມີຄວາມຫຍຸ້ງຍາກຫລາຍໃນການຊໍາລະໜີ້. ຍ້ອນງົບປະມານການເງິນ ທີ່ມີຈໍາກັດລວມທັງຂໍ້ຫຍຸ້ງຍາກໃນການດຸນດ່ຽງການຂາດດຸນງົບປະມານ ແລະ ການຊໍາລະໜີ້ ເຮັດໃຫ້ລັດຖະບານລາວ ມີຄວາມຫຍຸ້ງຍາກໃນການກະຕຸ້ນເສດຖະກິດໃຫ້ຝື້ນໂຕໄວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?