ໃນວັນທີ 8 ມັງກອນ 2020 ທີ່ຜ່ານມາ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຂື້ນຢູ່ໂຮງແຮມແຄມງືມ, ແຂວງວຽງຈັນ ເພື່ອເຜີຍແຜ່ດໍາລັດວ່າດ້ວຍແນວພັນພືດ ສະບັບເລກທີ 238/ລບ, ລົງວັນທີ 18 ພຶດສະພາ 2020 ໃຫ້ກຽດເປັນປະທານໂດຍ ທ່ານ ສົມຫວັງ ພັນທະວົງ, ຮອງຫົວໜ້າກົມປູກຝັງ ແລະ ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງ ລວມທັງໝົດ 20 ທ່ານ.

ຮູບປະກອບ

ທ່ານ ຮອງຫົວໜ້າກົມ ໃຫ້ຮູ້ວ່າ: ແນວພັນພືດ ແມ່ນເມັດພັນພືດ ຫຼື ສ່ວນຂະຫຍາຍພັນພືດ ຂອງກຸ່ມພືດ ທີ່ມີກໍາມະພັນ, ລັກສະນະທາງພຶກສາສາາດທີ່ຄືກັນ ຫຼື ຄ້າຍຄືກັນ ແລະ ມີຄຸນລັກສະນະສະເພາະຕົວ, ມີຄວາມສະໝໍ່າສະເໝີ, ມີຄວາມຄົງຕົວທາງດ້ານກາຍະພາບ ແລະ ມີຄວາມແຕກຕ່າງກັນຈາກກຸ່ມອື່ນ ຊຶ່ງປະກອບດ້ວຍ ແນວພັນພືດພື້ນເມືອງ, ແນວພັນພືດທ້ອງຖິ່ນ ແລະ ແນວພັນພືດປັບປຸງ.

ພາບປະກອບ

ນອກຈາກດິນ, ພູມີອາກາດ ແລະ ເຕັກນິກແລ້ວ ແນວພັນພືດມີຄວາມສໍາຄັນຫຼາຍໃນອຸດສາຫະກໍາການປູກຝັງ.ແນວພັນທີ່ດີ ແລະ ແຂງແຮງ ສາມາດທົນຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ການທໍາລາຍຂອງສັດຕູພືດ ຊຶ່ງສາມາດເພີ້ມປະສິດຕິພາບໃນການຜະລິດສູງ ຫຼື ເວົ້າອິກແບບໜຶ່ງ ແນວພັນທີ່ດີສາມາດໃຫ້ຜົນຜະລີດເພີ່ມ 20-25% ຂອງແນວພັນປົກກະຕິ. ສະນັ້ນການຜະລິດ, ການນໍາເຂົ້າແນວພັນພືດ ຮຽກຮ້ອງໃຫ້ມີມາດຕະການຄຸ້ມຄອງຢ່າງເຂັມງວດ ຕາມມາດຕະຖານຄຸນນະພາບທີ່ຂະແໜງກະສິກໍາ ແລະ ປ່າໄມ້ ກໍານົດ ຫຼື ປະຕິບັດຕາມດໍາລັດ 238/ລບ

ພາບປະກອບ

ດັ່ງນັ້ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງມີຈຸດປະສົງດໍາເນີນທຸລະກິດເມັດພັນພືດ ຕ້ອງຍື່ນຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ ກ່ຽວກັບການຜະລິດເມັດພັນພືດ, ການຈໍາໜ່າຍ, ການນໍາເຂົ້າ, ສົ່ງອອກ, ສົ່ງອອກຕໍ່, ແລະ ສົ່ງຜ່ານ ເມັດພັນພືດ ນໍາຂະແໜງກະສິກໍາ ແລະ ປ່າໄມ້.

ພາບປະກອບ

ເງື່ອນໄຂການດໍາເນີນທຸລະກິດເມັດພັນພືດ

  1. ມີເນື້ອທີ່, ທຶນ, ສໍານັກງານ, ໂຮງງານປຸງແຕ່ງເມັດພັນພືດ, ສາງເກັບຮັກສາ, ຫ້ອງວິໄຈ, ເຄື່ອງມື, ອຸປະກອນ ແລະ ພາຫະນະຮັບໃຊ້ທີ່ເໝາະສົມ.
  2. ມີລະບົບການບໍລິຫານ, ມີບຸກຄະລະກອນທີ່ມີຄວາມຮູ້ດ້ານແນວພັນພືດ, ປ້ອງກັນພືດ, ທຸລະກິດເມັດພັນພືດ.
  3. ເງື່ອນໄຂອື່ນ ທີ່ອົງການຄຸ້ມຄອງວຽກງານແນວພັນພືດເຫັນວ່າຈໍາເປັນ.

ການປະກອບເອກະສານຂໍອະນຸຍາດດໍາເນີນທຸລະກິດ

  1. ໃບຄໍາຮ້ອງຂໍໃບອະນຸຍາດຕາມແບບພິມທີ່ກົມປູກຝັງກໍານົດ
  2. ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ, ໃບມອບສິດຂອງຜູ້ຕາງໜ້າ ໃນກໍລະນີໃຫ້ຜູ້ອື່ນມາແລ່ນເອກະສານໃຫ້
  3. ສໍາເນົາໃບທະບຽນວິສາຫະກິດ ຫຼື ສໍາເນົາໃບອະນຸຍາດລົງທຶນ
  4. ບົດວິພາກເສດຖະກິດ-ເຕັກນິກ ຫຼື ບົດສະເໜີແຜນການ ຫຼື ໂຄງການ

ເອກະສານອື່ນທີ່ຈໍາເປັນຕາມການຮຽກຮ້ອງຂອງຂະແໜງການກະສິກໍາ ແລະ ປ່າໄມ້
 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?