ອີງຕາມບົດລາຍງານຂອງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ພາຍຫຼັງທີ່ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ເຊັນອະນຸສັນຍາກັບອົງການອົງການຄຸ້ມຄອງ, ບໍລິຫານ, ຄຸນນະພາບ, ຄວາມປອດໄພ ແລະ ກັກກັນພືດ-ສັດ ແຫ່ງ ສປ ຈີນ (AQSIQ) “ປະຈຸບັນອົງການນີ້ໄດ້ໂຮມກັບກົມພາສີມາເປັນອົງການຄຸ້ມຄອງບໍລິຫານພາສີ ແຫ່ງ ສປ ຈີນ (GACC)” ກ່ຽວກັບ ຂ້ໍກໍານົດເງື່ອນໄຂສຸຂານາໄມພືດ ສໍາລັບສົ່ງອອກ ສິນຄ້າ 6 ປະເພດ ປະກອບມີ: ສາລີ, ມັນຕົ້ນ, ໝາກກ້ວຍ, ເຂົ້າ, ໝາກໂມ ແລະ ມັນດ້າງ ໃນໄລຍະປີ 2012-2019. ຕໍ່ມາ ຍັງຈະໄດ້ສືບຕໍ່ຮ່ວມມືສ້າງອະນຸສັນຍາ ໂດຍໄດ້ຕົກລົງເປັນເອກະພາບກັນ ແລະ ມີແຜນຈະລົງນາມເຊັນອະນຸສັນຍາຕື່ມອີກຈໍານວນ 3 ສະບັບ ຄື: ໝາກໄມ້ສົດຕະກູນໝາກກ້ຽງ, ໃບຢາສູບ ແລະ ໝາກນອດ ໃນກາງເດືອນພະຈິກ 2020 ແຕ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ - 19 ຈິ່ງເຮັດໃຫ້ລ່າຊ້າ ໂດຍບໍ່ມີກໍານົດ.

ຮູບປະກອບ

ພາຍຫຼັງທີ່ມີການເຊັນອະນຸສັນຍາສອງຝ່າຍ ເຮັດໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສປ ຈີນ ບົນພື້ນຖານປະຕິບັດຕາມອະນຸສັນຍາສອງຝ່າຍ ສປປ ລາວ ສາມາດດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຜະລິດສິນຄ້າປະເພດດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ແລະ ມີການຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງສາມາດປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ຄອບຄົວຊາວກະສິກອນມີອາຊີບທີ່ເປັນຫຼັກແຫຼ່ງໃນການສ້າງລາຍຮັບທີ່ໝັ້ນຄົງ, ສາມາດປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ນັບດີຂື້ນ. ນອກຈາກອະນຸສັນຍາທີ່ສອງຝ່າຍລົງນາມກັນແລ້ວ, ຍັງມີໂຄງການປູກພືດທົດແທນການປູກຝິ່ນ ປະກອບມີ: ໝາກເດືອຍ, ພືດຕະກູນຖົ່ວ, ພືດຜັກ ແລະ ອື່ນໆ. ການຜະລິດ ແລະ ການສົ່ງອອກສິນຄ້າດັ່ງກ່າວ ສ່ວນຫຼາຍແມ່ນ ບັນດາແຂວງພາກເໜືອ ຄື: ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ ແລະ ອຸດົມໄຊ. ຍ້ອນການເອົາໃຈໃສ່ເປັນພິເສດຂອງລັດຖະບານສອງຝ່າຍ, ຈິ່ງເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆ ປະສົບຜົນສໍາເລັດໃນລະດັບດີ ເຮັດໃຫ້ບັນດາບໍລິສັດ ທີ່ຮ່ວມທຶນທັງຝ່າຍລາວ ແລະ ຝ່າຍຈີນ ກໍາລັງຊຸກຍູ້ສົ່ງເສີມ ປຸກລະດົມ ປະຊາຊົນ ເຂົ້າຮ່ວມຂະບວນການປູກພືດຕ່າງໆ ທີ່ ເປັນທ່າແຮງ ຈໍານວນຫຼາຍພັນເຮັກຕາ ເພື່ອສົ່ງອອກໄປ ສປ ຈີນ.

ອີງຕາມຂໍ້ມູນສະຖິຕິຂອງກົມປູກຝັງ, ໃນປີ 2019 ມູນຄ່າການສົ່ງອອກ 6 ພືດດັ່ງກ່າວ ລວມທັງໝົດ 181 ລ້ານກວ່າໂດລາສະຫະລັດ ຮອດປີ 2020 ມູນຄ່າການສົ່ງອອກໄດ້ເພີ່ມຂື້ນເປັນ 231 ລ້ານກວ່າໂດລາສະຫະລັດ, ໃນນັ້ນໝາກກ້ວຍມີມູນຄ່າການສົ່ງອອກ 170 ລ້ານກວ່າໂດລາສະຫະລັດ, ສາລີ 28 ລ້ານກວ່າໂດລາສະຫະລັດ, ໝາກໂມ 26 ລ້ານກວ່າໂດລາສະຫະລັດ, ມັນດ້າງ 10 ລ້ານກວ່າໂດລາສະຫະລັດ ແລະ ເຂົ້້າ 5 ລ້ານກວ່າໂດລາສະຫະລັດ. ສະເພາະ 16 ລາຍການພືດທີ່ນອນຢູ່ໃນໂຄງການປູກພືດທົດແທນການປູກຝິ່ນ ທີ່ ສປປ ລາວ ໄດ້ຮັບນະໂຍບາຍຈາກລັດຖະບານ ສປຈີນ ຊຶ່ງມີມູນຄ່າການສົ່ງອອກທັງໝົດ 121 ລ້ານກວ່າໂດລາສະຫະລັດ ໃນປີ 2019, ພືດທີ່ສົ່ງອອກຫຼາຍກວ່າໝູ ເປັນອັບດັບໜຶ່ງແມ່ນ ໝາກເດືອຍ 9,3 ລ້ານກວ່າໂດລາສະຫະລັດ, ພືດຕະກຸນຖົ່ວ 3 ລ້ານກວ່າໂດລາສະຫະລັດ ແລະ ພືດຜັກສົດອື່ນໆ 189,170 ໂດລາສະຫະລັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?