ໃນຕອນເຊົ້າຂອງວັນທີ 4 ມັງກອນ 2021 ກົມລ້ຽງສັດ ແລະ ການປະມົງໄດ້ ຈັດກອງປະຊຸມ ຜ່ານ ຮ່າງ ຄູ່ມື ຂັ້ນຕອນກ່ຽວກັບການວິເຄາະຄວາມສ່ຽງ ນໍາເຂົ້າ ສັດ ແລະ ຜະລິດຕະພັນສັດ ແລະ ການຈັດປະເພດຄວາມສ່ຽງລາຍການສິນຄ້າປະເພດ ສັດ ແລະ ຜະລິດຕະພັນສັດ ທີ່ນໍາໃຊ້ເຂົ້າໃນ ລະບົບ ASYCUDA ຢ່າງມີການເລືອກເຟັ້ນ. ທີ່ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງກອງປະຊຸມໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 4-7 ມັງກອນ 2021 ໃຫ້ກຽດເປັນປະທານ ໂດຍ ທ່ານ ສີທອງ ພິພັກຂະວົງ, ຮອງຫົວນ້າກົມລ້ຽງສັດ ແລະ ການປະມົງ, ມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການກ່ຽວຂ້ອງ ແລະ ຊ່ຽວຊານຕ່າງປະເທດ ລວມທັງໝົດ 47 ທ່ານ.

ການນໍາເຂົ້າສິນຄ້າ ສັດ ແລະ ຜະລິດຕະພັນສັດ ຈາກຕ່າງປະເທດ ມີຄວາມສ່ຽງສູງ ທີ່ ສັດ ແລະ ຜະລິດຕະພັນສັດດັ່ງກ່າວ ອາດຈະນໍາເຊື້ອພະຍາດຕິດແປດທີ່ອັນຕະລາຍປະເພດຕ່າງໆເຂົ້າມາແຜ່ເຊື້ອ ໃນ ສປປ ລາວ ເປັນຕົ້ນແມ່ນ: ພະຍາດອະຫິວາໝູ, ພະຍາດອະຫິວາໝູອາຟຣິກກາ, ພະຍາດເຍື່ອຫຸ້ມປອດອັກເສບຕິດຕໍ່ໃນງົວ, ພະຍາດອະຫິວາສັດຄ້ຽວເອື້ອງນ້ອຍ, ພະຍາດໄຂ້ຫວັດສັດປີກຊະນິດຮ້າຍແຮງສູງ, ພະຍາດງົວບ້າ, ພະຍາດອະຫິວາມ້າອາຟຣິກາ, ພະຍາດເຫຍື່ອຫຸ້ມປອດອັກເສບຕິດຕໍ່ໃນແບ້ ແລະ ພະຍາດອື່ນໆ. ພະຍາດເຫຼົ່ານີ້ ສາມາດແຜ່ເຊື້ອໄປທຸກແຫ່ງຫົນຂອງປະເທດລາວ ໂດຍຜ່ານການຂົນສົ່ງສັດ ຫຼື ຜະລິດຕະພັນສັດ ທີ່ມີເຊື້ອພະຍາດ ບໍ່ພຽງແຕ່ຈະເຮັດໃຫ້ສັດລົ້ມຕາຍເປັນຈໍານວນຫຼາຍເທົ່ານັ້ນ ຍັງເປັນເຫດຜົນໜຶ່ງທີ່ປະເທດປາຍທາງ ສາມາດຫ້າມ ຫຼື ຈໍາກັດການນໍາເຂົ້າສັດ ຫຼື ຜະລິດຕະພັນສັດຈາກ ສປປ ລາວ ໄດ້ ໃນກໍລະນີທີ່ພະຍາດດັ່ງກ່າວໄດ້ລະບາດແລ້ວ. ການແຜ່ລະບາດຂອງເຊື້ອພະຍາດ ສາມາດສ້າງຄວາມເສຍຫາຍໜັກໜ່ວງຕໍ່ເສດຖະກິດ ແລະ ມີຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານປະເພດຊີ້ນ.

ພາບປະກອບ

ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດທີ່ມາຈາກຕ່າງປະເທດ ທີ່ອາດຕິດມານໍາ ສັດ ແລະ ຜະລິດຕະພັນສັດ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຊ່ຽວຊານຕ່າງປະເທດທີ່ມີປະສົບການ ຮ່ວມກັນຄົ້ນຄວ້າສ້າງ ຄູ່ມື ຂັ້ນຕອນກ່ຽວກັບການວິເຄາະຄວາມສ່ຽງ ນໍາເຂົ້າ ສັດ ແລະ ຜະລິດຕະພັນສັດ ແລະ ການຈັດປະເພດຄວາມສ່ຽງລາຍການສິນຄ້າປະເພດ ສັດ ແລະ ຜະລິດຕະພັນສັດ. ຄູ່ມືດັ່ງກ່າວ ແມ່ນກໍານົດຂັ້ນຕອນກວດກາ, ວິທີການວິເຄາະວິໄຈພະຍາດ ປະເພດຕ່າງໆ. ຖ້າຜົນການກວດກາ ພົບເຫັນເຊື້ອຍາດທີ່ເປັນອັນຕະລາຍ ແມ່ນຈະບໍ່ອະນຸຍາດໃຫ້ນໍາເຂົ້າຢ່າງເດັດຂາດ ແລະ ຈະນໍາໃຊ້ມາດຕະການກໍາຈັດໃຫ້ຖືກຕາມຫຼັກວິຊາການ. ນອກນັ້ນ, ຍັງໄດ້ຈັດປະເພດຄວາມສ່ຽງລາຍການສິນຄ້າປະເພດສັດ ແລະ ຜະລິດຕະພັນສັດ ເພື່ອສະດວກໃຫ້ແກ່ເຈົ້າໜ້າທີ່ປະຈໍາດ່ານເອົາໃຈເປັນພິເສດໃນການຕິດຕາມກວດກາ  ແລະ ຍັງເຮັດໃຫ້ຜູ້ນໍາເຂົ້າສັດ ແລະ ຜະລິດຕະພັນສັດ ເຂົ້າໃຈຄວາມຈໍາເປັນໃນການໃຊ້ມາດຕະການ ແລະ ລະບຽບການທີ່ຕ້ອງປະຕິບັດ ເວລານໍາເຂົ້າ ຕາມລາຍການສິນຄ້າທີ່ໄດ້ຈັດປະເພດຄວາມສ່ຽງ.

ພາບປະກອບ

ເນື່ອງຈາກ ປື້ມຄູ່ມື ມີຄວາມສໍາຄັນ ແລະ ມີຄວາມຈໍາເປັນ ໃນການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດທີ່ມາຈາກຕ່າງປະເທດ, ດັ່ງນັ້ນ ກົມລ້ຽງສັດ ແລະ ການປະມົງ ຈິ່ງໄດ້ລະດົມ ຜູ້ທີ່ມີປະສົບການດ້ານການຄຸ້ມຄອງຄວາມສ່ຽງ ຫຼື ຜູ້ອະວຸໂສ ດ້ານການລ້ຽງສັດ ແລະ ການສັດຕະວະແພດ ເຊິ່ງຄະນະກໍາມະການປະກັນຄວາມສ່ຽງ ແລະ ຄະນະຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການຍ່ອຍ CF ປະກອບມີ: ຄະນະກົມລ້ຽງສັດ ແລະ ການປະມົງ, ພະແນກສັດຕະວະແພດ, ພະແນກລະບຽບການ, ພະແນກປະມົງ, ສູນວິໄຈພະຍາດສັດ ແລະ ສູນວິໄຈອາຫານສັດ,​ ນອກນີ້ ກໍ່ຍັງມີ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ປະຈໍາໂຄງການຍ່ອຍ CF ຈໍານວນ 2 ທ່ານ, ຫົວໜ້າ ແລະ ພະນັກງານວິຊາການ ຈາກດ່ານກວດກາສັດຕະວະແພດ 10 ດ່ານ.

ພາຍຫຼັງປື້ມຄູ່ມືດັ່ງກ່າວຖືກຮັບຮອງແລ້ວ ແມ່ນຈະເລີ້ມທົດລອງຈັດຕັ້ງປະຕິບັດຢູ່ 10 ດ່ານ ເປົ້າໝາຍຂອງ  08 ແຂວງ ຄື: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫັວນນະເຂດ, ຈໍາປາສັກ, ໄຊຍະບູລີ, ຫຼວງນໍ້າທາ ແລະ ແຂວງບໍແກ້ວ ປະກອບມີ: 1) ດ່ານຂົວມິດຕະພາບ1 ວຽງຈັນ - ໜອງຄາຍ,​ 2) ດ່ານທ່າບັກ ປາກຊັນ - ບຶງການ, 3) ດ່ານຂົວມິດຕະພາບ 3 ຄໍາມ່ວນ - ນະຄອນພະນົມ, 4) ດ່ານນາເພົ້າ- ຈໍຫຼໍ, 5)  ດ່ານຂົວມິດຕະພາບ 2 ສະຫວັນນະເຂດ - ມຸກດາຫານ , 6) ດ່ານ ແດນສະຫວັນ -​ລາວບາວ, 7) ດ່ານວັງເຕົ່າ -​ຊ່ອງເມັກ, 8) ດ່ານນໍ້າເຫືອງ, 9) ດ່ານບໍ່ເຕນ ແລະ 10) ດ່ານຂົວມິດຕະພາບ 4 ບໍ່ແກ້ວ - ຊຽງຮາຍ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?