ໃນວັນທີ 24 ທັນວາ 2020 ທີ່ຜ່ານມານີ້, ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດກອງປະຊຸມປຶກສາຫາລືທາງໄກ (ຜ່ານລະບົບອອນລາຍ) ໂດຍແບ່ງອອກເປັນ 2 ຫົວຂໍ້ທີ່ກ່ຽວກັບ “ຮ່າງປຶ້ມຄຸ່ມືກົນໄກດຸ່ນດ່ຽງເຂົ້າກິນ ແລະ ເຜີຍແຜ່ຄຳສັ່ງລົບລ້າງການອອກໃບອະນຸຍາດນຳເຂົ້າລົດແທຣັກເຕີ” ພາຍໃຕ້ການເປັນປະທານຂອງທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມ ຂອ ໃນພາກເຊົ້າ ແລະ ທ່ານນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມ ຂອ ໃນພາກບ່າຍ ແລະ ມີຜູ້ເຂົ້າຮ່ວມຈາກ ຂະແໜງການທີ່ກ່ຽວຂ້ອງ ແລະ ພະແນກ ອຸດສະຫະກຳ ແລະ ການຄ້ານະຄອນຫຼວງ, ແຂວງທົ່ວປະເທດ.

       ໃນພາກເຊົ້າ, ກອງປະຊຸມໄດ້ ປຶກສາຫາລືກ່ຽວກັບ ການຮ່າງປຶ້ມຄູ່ມືກົນໄກດຸ່ນດ່ຽງເຂົ້າກິນ. ຈຸດປະສົງແມ່ນເພື່ອ: ແລກປ່ຽນຄຳຄິດເຫັນຈາກຂະແໜງການທີ່ກ່ຽວຂ້ອງ ຕໍ່ກັບ ກົນໄກການດຸ່ນດ່ຽງເຂົ້າກິນ ທີ່ ກົມ ອຂ ໄດ້ສ້າງຂຶ້ນໂດຍອີງຕາມຫຼັກການຂອງ ອົງການອາຫານ ແລະ ກະສິກໍາ (Food and Agriculture Organization, FAO) ເພື່ອເປັນຂໍ້ມູນໃນການປັບປຸງກົນໄກໃຫ້ສົມບູນ ແລະ ແລກປ່ຽນ ໃນຈຸດທີ່ເຫັນວ່າອາດຫຍຸ້ງຍາກສຳລັບການຈັດຕັ້ງປະຕິບັດຕົວຈິງ ໂດຍສະເພາະແມ່ນ ກະຊວງ ກະສິກໍາ ແລະ ປ່າໄມ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ກະ​ສິ​ກຳ ແລະ ປ່າ​ໄມ້, ກົມການຄ້າພາຍໃນ, ກົມສົ່ງເສີມການຄ້າ ແລະ ກົມແຜນການ ແລະ ການຮ່ວມມື ພ້ອມດ້ວຍແຂກທີ່ຖືກເຊີນທີ່ມາຈາກສູນກາງ, ແຂວງ ແລະ ທ້ອງຖີ່ນ.

       ນອກຈາກນັ້ນ, ການສ້າງປື້ມຄູ່ມືນີ້ ຍັງເປັນການສ້າງຖານຂໍ້ມູນສະຖິຕິທີ່ໜ້າເຊື່ອຖື ແລະ ໃຫ້ທັນກັບສະພາບການ ເຊິ່ງເປັນໜຶ່ງໃນບັນດາປັດໄຈຕົ້ນຕໍ ເພື່ອສ້າງນະໂຍບາຍ ແລະ ແຜນພັດທະນາທີ່ໜັກແໜ້ນ, ແນ່ໃສ່ປັບປຸງປະສິດທິພາບໃນການຜະລິດ, ການຄ້າ ແລະ ການຈາລະຈອນເຂົ້າກີນ, ແນ່ໃສ່ຍົກລະດັບຊີວິດການເປັນຢູ່ ແລະ ຫຼຸດຜ່ອນຄວາມທຸກຍາກ ຢູ່ ສປປ ລາວ. ພາຍຫຼັງສຳເລັດການປັບປຸງຕາມຄຳເຫັນຮ່າງຄູ່ມືດັ່ງກ່າວ ກົມ ຂອ ຈະໄດ້ຈັດການຝຶກອົບຮົມ ແລະ ທົດລອງນຳໃຊ້ ກົນໄກການດຸ່ນດ່ຽງເຂົ້າກິນ ຢູ່ 5 ແຂວງເປົ້າໝາຍຂອງໂຄງການ ກໍ່ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໃນປີ 2021.

       ໃນພາກບ່າຍ, ກອງປະຊຸມໄດ້ ຮັບຟັງການເຜີຍແຜ່ ຄຳສັ່ງລົບລ້າງການອອກໃບອະນຸຍາດນຳເຂົ້າລົດແທຣັກເຕີ ເລກທີ 0807/ອຄ.ກຂອ, ລົງວັນທີ 02 ກັນຍາ 2020 ເຊິ່ງ ຄໍາສັ່ງດັ່ງກ່າວວາງອອກ ເພື່ອ​ຫຼຸດຜ່ອນຂັ້ນຕອນ ແລະ ຕົ້ນ​ທຶນໃນການຜະລິດກະສິກໍາ, ແນໃສ່ຊຸກຍູ້ສົ່ງ​ເສີ​ມ​ການ​ຜະ​ລິດ​ກະ​ສິ​ກຳໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ຈຸດປະສົງແມ່ນເພື່ອການຈັດຕັ້ງປະຕິບັດທີ່ເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ພ້ອມດຽວກັນ, ກົມ ຂອ ຍັງໄດ້ນຳສະເໜີ ສະພາບ ແລະ ຂັ້ນຕອນໃນການອອກໃບອະນຸຍາດດຳເນີນທຸລະກິດ ທີ່ ກົມ ຂອ ພວມຈັດຕັ້ງປະຕິບັດ ເພື່ອເປັນຂໍ້ມູນໃຫ້ ແກ່ ບັນດາ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ,​ ນະຄອນຫຼວງ ໃນການກະກຽມຄວາມພ້ອມ ເພື່ອຈັດຕັ້ງປະຕິບັດສຳລັບ ການອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ຈຳໜ່າຍພາຫະນະຮັບໃຊ້ການຜະລິດກະສິກຳ ແລະ ຍານພາຫະນະ 2 ລໍ້ (ລົດຈັກ). ແຜນການຕໍ່ໜ້າ, ກົມ ຂອ ຈະໄດ້ປັບປຸງ ຄູ່ມື, ເງື່ອນໄຂ ແລະ ຂັ້ນຕອນລະອຽດໃນການອອກໃບອະນຸຍາດດຳເນີນທຸລະກິດຂອງກິດຈະການທີ່ກ່າວມານັ້ນ. ຫຼັງຈາກນັ້ນ, ຈະໄດ້ລົງເຜີຍແຜ່ ແລະ ຈັດຝຶກອົບຮົມໃຫ້ບັນດາ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ,​ ນະຄອນຫຼວງ ໃນປີ 2021.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?