ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

                                                  ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ                                                     

ເລກທີ 1342/ຫສນຍ

ນະຄອນຫຼວງວຽງຈັນ, ວັນທີ 10. 12. 2020

 

ແຈ້ງການ

       ຮຽນ: - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ, ຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທີ່ນັບຖື.

               - ທ່ານ ລັດຖະມົນຕີກະຊວງ ການຕ່າງປະເທດ.

               - ທ່ານ ລັດຖະມົນຕີກະຊວງ ສາທາລະນະສຸກ.

               - ທ່ານ ເຈົ້າແຂວງ ຫົວພັນ.

       ເລື່ອງ: ທິດຊີ້ນໍາຕໍ່ການສະເຫນີຂໍເປີດດ່ານທ້ອງຖິ່ນຊົ່ວຄາວ ຂອງແຂວງຫົວພັນ ເພື່ອສົ່ງອອກຜົນຜະລິດກະສິກໍາໄປປະເທດ ສສ ຫວຽດນາມ.

  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017.
  • ອີງຕາມ ເອກະສານສະເຫນີ ຂອງແຂວງຫົວພັນ ສະບັບເລກທີ 82/ຈຂ.ຫພ, ລົງວັນທີ 17 ພະຈິກ 2020.
  • ອີງຕາມ ການຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 03 ທັນວາ 2020.

 

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານ ຊາບດັ່ງນີ້: “ເຫັນດີອະນຸມັດ ໃຫ້ແຂວງຫົວພັນ ເປີດດ່ານທ້ອງຖິ່ນຊົ່ວຄາວ ດ່ານບ້ານດ່ານ ຫາ ຊຽງເມືອງ ແຂວງ ເຊິນລາ (ສສ ຫວຽດນາມ) ເພື່ອສົ່ງອອກຜົນຜະລິດກະສິກໍາ ທີ່ມີຄວາມຈໍາເປັນ ຕາມການສະເຫນີ. ແຕ່ຕ້ອງກໍານົດວັນເວລາ ເພື່ອຂໍເປີດດ່ານໃນການຂົນສົ່ງອອກສິນຄ້າ ແລະ ຈັດຕັ້ງການຄຸ້ມຄອງໃຫ້ຮັດກຸມ. ພ້ອມທັງ ຈັດຕັ້ງປະຕິບັດມາດຕະການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານວາງອອກ ຢ່າງເຂັ້ມງວດ”.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

                                                                        ເຊັນແທນ ລັດຖະມົນຕີ,

                                                                      ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

                                                                         ຄໍາລາວັນ ຈັນທະວາວັນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?