ພາບປະກອບ

         ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ:

ມາຮອດວັນທີ 11 ທັນວາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 218 (ປະເທດ/ເຂດ). ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 70,678,124 ຄົນ, ເສຍຊິວິດ 1,587,431 ຄົນ ເຊິ່ງກວມເອົາ 2.24 % ຂອງຜູ້ຕິດເຊື້ອທັງໝົດ ແລະ ປີ່ນປົວຫາຍດີ 49,128,076 ຄົນ ເຊິ່ງກວມເອົາ 69.5 % ຂອງຜູ້ຕິດເຊື້ອທັງໝົດ.

    ປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ເຊິ່ງມີຜູ້ຕິດເຊື້ອສະສົມ 16,021,987 ຄົນ ແລະ ເສຍຊີວິດສະສົມ 299,587 ຄົນ. ຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດ ອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ມີຜູ້ຕິດເຊື້ອສະສົມ 9,796,992 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 34,666 ຄົນ.

     ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 11 ທັນວາ 2020 ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 1,291,859 ຄົນ ແລະ ເສຍຊີວິດ 29,761 ຄົນ.

     ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ທັນວາ 2020

  1. ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ມີທັງໝົດ 2,441 ຄົນ:
  • ຈຸດຜ່ານດ່ານ ລາວ - ໄທ 1,526 ຄົນ (ແຮງງານລາວກັບມາແຕ່ໄທ 50 ຄົນ);
  • ຈຸດຜ່ານດ່ານ ລາວ - ຈີນ 46 ຄົນ;
  • ຈຸດຜ່ານດ່ານ ລາວ - ຫວຽດນາມ 867 ຄົນ;
  • ຈຸດຜ່ານດ່ານ ລາວ - ກຳປູເຈຍ ທັງໝົດ 02 ຄົນ;
  • ເດີນທາງຜ່ານດ່ານ ລາວ - ມຽນມ້າ ທັງໝົດ 00 ຄົນ;
  • ເດີນທາງຜ່ານ ສະໜາມບິນສາກົນວັດໄຕ ທັງໝົດ 00 ຄົນ;​
  1. ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ ທີ່ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 40 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,351 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
  2. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
  • ໃນວັນທີ 10 ທັນວາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 330 ຄົນ, ໃນນັ້ນ ມີ 08 ຕົວຢ່າງຈາກບຸກຄົນທົ່ວໄປທີ່ມີອາການ; 59 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; 74 ຕົວຢ່າງຈາກແຮງງານລາວມາແຕ່ໄທ; ແຮງງານຈີນ 140 ຕົວຢ່າງ; ແຮງງານຫວຽດນາມ 22 ຕົວຢ່າງ ແລະແຮງງານລາວມາແຕ່ຈີນ 27 ຕົວຢ່າງ;
  • ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ທັນວາ 2020 ບໍ່ພົບຜູ້ຕິດເຊື້ອໃໝ່;
  • ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 84,083 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

4. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ

ຄົນເຈັບຕິດເຊື້ອທີ່ນອນຕິດຕາມຢູ່ໂຮງໝໍ ຖ້າກວດຊອກຫາເຊື້ອ COVID-19 ໃຫ້ຜົນລົບ 02 ຄັ້ງ ແມ່ນຈະໄດ້ຮັບອະນຸຍາດໃຫ້ອອກໂຮງໝໍໄດ້, ມາຮອດປະຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 08 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນມີອາການເບົາບາງ, ບໍ່ມີອາການແຊກຊ້ອນຫຍັງ.

 

       ລາຍລະອຽດຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ແລະ ສາຍດ່ວນ 165, 166.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?