ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຂື້ນໃນລະຫວ່າງ ວັນທີ 18-19 ພະຈິກ 2020 ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ. ຈຸດປະສົງ ເພື່ອປຶກສາຫາລື ແລະ ລະດົມຄໍາຄິດຄໍາເຫັນຈາກຂະແໜງການກ່ຽວຂ້ອງໃນການປັບປຸງ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ ແລະ ສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ ສະບັບເລກທີ 1237/ອຄ.ກຂອ, ລົງວັນທີ 23 ມິຖຸນາ 2015 ແລະ ຂໍ້ຕົກລົງ ວ່າດ້ວຍ ການເຄື່ອນຍ້າຍສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ, ສະບັບເລກທີ 1238/ອຄ.ກຂອ, ລົງວັນທີ 23 ມິຖຸນາ 2015 ໃຫ້ກຽດເປັນປະທານໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າ ກົມການນໍາເຂົ້າ ແລະ ສົ່ງອອກ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດຈໍານວນ 40 ທ່ານ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການ GIZ ປະຈໍາ ສປປ ລາວ.

     ສິນຄ້າຄວບຄຸມຜ່ານແດນ ແມ່ນຫມາຍເຖິງ ສິນຄ້າທີ່ນອນຢູ່ໃນລາຍການສິນຄ້າຕ້ອງຂໍອະນຸຍາດກ່ອນການເຄື່ອນຍ້າຍຜ່ານແດນ ສປປ ລາວ ຕາມລະບຽບການສະເພາະຂອງຂະແໜງການຄຸ້ມຄອງທີ່ກ່ຽວຂ້ອງ ເຊິ່ງທີ່ຜ່ານມາ ໂດຍອິງໃສ່ ຂໍ້ຕົກລົງສະບັບເລກທີ 1238/ອຄ.ກຂອ ເອີ້ນວ່າ ສິນຄ້າຄຸ້ມຄອງຜ່ານແດນ ເຊິ່ງໝາຍເຖິງ ສິນຄ້າທີ່ນອນຢູ່ໃນ ລາຍການສິນຄ້າ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ແບບບໍ່ອັດຕະໂນມັດ.

      ສິນຄ້າຄວບຄຸມສົ່ງອອກຊົ່ວຄາວ, ນໍາເຂົ້າຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ຫມາຍເຖິງ ສິນຄ້າທີ່ນອນຢູ່ໃນລາຍການສິນຄ້າຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ-ສົ່ງອອກ, ເຄື່ອນຍ້າຍ ແລະ ຖືກເກັບຮັກສາ ຕາມລະບຽບການສະເພາະຂອງຂະແໜງການຄຸ້ມຄອງ ເຊິ່ງທີ່ຜ່ານມາ ໂດຍອິງໃສ່ ຂໍ້ຕົກລົງສະບັບເລກທີ 1237/ອຄ.ກຂອ ເອີ້ນວ່າ ສິນຄ້າຄຸ້ມຄອງສົ່ງອອກຊົ່ວຄາວ, ນໍາເຂົ້າຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ໝາຍເຖິງ ສິນຄ້າທີ່ນອນຢູ່ໃນ ລາຍການສິນຄ້າ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ແບບບໍ່ອັດຕະໂນມັດ.

       ປະທານກອງປະຊຸມໄດ້ຊີ້ແຈງ ຈຸດປະສົງທີ່ຈໍາເປັນຈະຕ້ອງປັບປຸງເນື້ອໃນສອງນິຕິກໍາດັ່ງກ່າວວ່າ: ຜ່ານການຈັດຕັ້ງປະຕິບັດ, ຕິດຕາມກວດກາ ແລະ ມີການຄົ້ນຄ້ວາທາງດ້ານວິຊາການ ໂດຍອີງໃສ່ແຜນການດໍາເນີນງານຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ໃນໄລຍະ 2017-2022 ທີ່ໄດ້ກໍານົດໃຫ້ໄລຍະເວລາທີ່ໃຊ້ໃນການປະກອບເອກະສານຕ່າງໆ ຕ້ອງຫລຸດລົງ 50% ແລະ ຄ່າໃຊ້ຈ່າຍໃນການປະກອບເອກະສານຫລຸດລົງ 30% ເຫັນວ່າ ມີບາງເນື້ອໃນຂອງສອງຂໍ້ຕົກລົງ ຍັງບໍ່ທັນສອດຄ່ອງກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍສະເພາະ ແມ່ນການກໍານົດໄລຍະເວລາໃນການອະນຸມັດ, ບັນດາເອກະສານປະກອບໃນການຂໍອະນຸຍາດ, ຂັ້ນຕອນອະນຸມັດ, ການກໍານົດພາລະບົດບາດຂອງຂະແໜງການຄຸ້ມຄອງ, ການກໍານົດບັນຊີສິນຄ້າຄວບຄຸມ ແລະ ສິນຄ້າເກືອດຫ້າມ ເຊິ່ງຮຽກຮ້ອງ ທຸກຂະແໜງການຮ່ວມກັນປຶກສາຫາລື ແລະ ເປັນເອກະພາບກັນ ແນ່ໃສ່ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດວຽກງານການນໍາເຂົ້າ ແລະ ສົ່ງອອກ ເວົ້າລວມ, ເວົ້າສະເພາະແມ່ນເພື່ອຮອງຮັບໃຫ້ແກ່ວຽກງານການຄ້າຜ່ານແດນ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ການນໍາເຂົ້າ-ສົ່ງອອກຊົ່ວຄາວ ໃຫ້ມີຄວາມຮັດກຸມ, ເຂົ້າສູ່ລະບົບ, ສະດວກງ່າຍດາຍ, ໂປ່ງໄສ ແລະ ສາມາດກວດສອບໄດ້.

      ໃນກອງປະຊຸມ ເຫັນດີປັບປຸງບາງເນື້ອໃນໃຫ້ມີຄວາມຊັດເຈນ, ເຂົ້າໃຈງ່າຍ  ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍ ສປປ ລາວ ແລະ ບັນດາສັນຍາ,​ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ເຊິ່ງເຫັນດີໃຫ້ມີການປັບປຸງນິຍາມສິນຄ້າຄວບຄຸມຜ່ານແດນ, ນິຍາມສິນຄ້າຄວບຄຸມນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ພ້ອມນັ້ນຍັງເຫັນດີໃຫ້ມີການສ້າງບັນຊີສິນຄ້າຄວບຄຸມເພື່ອຮັບໃຊ້ໃຫ້ແກ່ວຽກງານດັ່ງກ່າວ. ບັນຫາສໍາຄັນທີ່ຂາດບໍ່ໄດ້ແມ່ນນິຕິກໍາໃໝ່ທັງສອງສະບັບຈະຕ້ອງຮັບປະກັນໃຫ້ການກໍານົດອາຍຸຂອງໃບອະນຸຍາດ, ໄລຍະເວລາໃນການອອກອະນຸມັດ,​ ຂັ້ນຕອນ ແລະ ເອກະສານປະກອບ, ອົງການຄຸ້ມຄອງ ມີຄວາມຊັດເຈນ ແລະ ສະດວກງ່າຍດາຍກວ່າເກົ່າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?