ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ    ເລກທີ 1131/ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2020

ແຈ້ງການ

ຮຽນ:- ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທີ່ນັບຖື.

   - ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ.

   - ທ່ານ ເຈົ້າແຂວງໆຫຼວງນໍ້າທາ.

ເລື່ອງ: ທິດຊີ້ນໍາກ່ຽວກັບ ການຂໍອະນຸຍາດໃຫ້ເປີດດ່ານທ້ອງຖີ່ນປາງໄຮ, ເມືອງສີງ, ແຂວງຫຼວງນໍ້າທາ ເພື່ອຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ແລະ ການສະເໜີນໍາເຂົ້າຄົນ, ລົດຮັບໃຊ້ບໍລິຫານ ແລະ ລົດບັນທຸກ ເພື່ອມາຮັບໃຊ້ ແລະ ຂົນສົ່ງອ້ອຍອອກໄປ ສປ ຈີນ ຂອງແຂວງຫຼວງນໍ້າທາ.  

      - ອີງຕາມໜັງສືສະເໜີ ສະບັບເລກທີ 94/ຈຂ, ລົງວັນທີ 29 ກັນຍາ 2020 ຂອງແຂວງຫຼວງນໍ້າທາ.

      - ອີງຕາມການຕົກລົງ ແລະ ຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ 13 ຕຸລາ 2020.

    ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້:

      1. ເຫັນດີອະນຸມັດ ໃຫ້ເປີດດ່ານທ້ອງຖີ່ນປາງໄຮ, ແຂວງຫຼວງນໍ້າທາ ສໍາລັບຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ທີ່ມີຄວາມຈໍາເປັນ ນັບແຕ່ວັນທີ 01 ພະຈິກ ຫາວັນທີ 30 ມິຖຸນາ 2021 ຕາມການສະເໜີ ແຕ່ໃຫ້ປະຕິບັດຕາມລະບຽບການຂົນສົ່ງສິນຄ້າເຂົ້າ-ອອກ ທີ່ສອງຝ່າຍໄດ້ຕົກລົງ ແລະ ປະຕິບັດຜ່ານມາ ໃນໄລຍະທີ່ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດ COVID-19.

      2. ມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແຂວງຫຼວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງ ແຕ່ງຕັ້ງຜູ້ຕາງໜ້າຈາກຂະແໜງການຕົນ ສົມທົບກັນລົງໄປຕິດຕາມ, ກວດກາ ແລະ ມີມາດຕະການຄຸ້ມຄອງ ໃນການຂົນສົ່ງສິນຄ້າເຂົ້າ-ອອກ ປະຈໍາຢູ່ດ່ານທ້ອງຖີ່ນປາງໄຮ, ເມືອງສິງ, ແຂວງຫຼວງນໍ້າທາ ຢ່າງເຂັ້ມງວດ. ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແມ່ນສືບຕໍ່ຢຸດ ຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020.

      3. ເຫັນດີອະນຸມັດໃຫ້ບໍລິສັດ ຍິງເມົາ ສົ່ງເສີມປູກອ້ອຍ ຂາອອກ-ຂາເຂົ້າ ຈໍາກັດ ນໍາເຂົ້າແຮງງານ ຈໍານວນ 148 ຄົນ (ພະນັກງານຄຸ້ມຄອງ ແລະ ບໍລິຫານໂຄງການຈາກ ສປ ຈີນ 17 ຄົນ ແລະ ຄົນຂັບລົດ 131 ຄົນ) ແລະ ລົດຮັບໃຊ້ ຈໍານວນ 136 ຄັນ (ລົດຮັບໃຊ້ບໍລິຫານ 5 ຄັນ ແລະ ລົດບັນທຸກອ້ອຍ 131 ຄັນ) ເຂົ້າມາ ສປປ ລາວ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ ໂດຍຜ່ານດ່ານທ້ອງຖິ່ນປາງໄຮ, ເມືອງສິງ, ແຂວງຫຼວງນໍ້າທາ ເພື່ອກະກຽມສົ່ງອ້ອຍອອກໄປ ສປ ຈີນ, ແຕ່ໃນການປະຕິບັດຕົວຈີງ ໃຫ້ບໍລິສັດສ້າງແຜນສົ່ງອອກສິນຄ້າດັ່ງກ່າວໃຫ້ລະອຽດ.

      ມອບໃຫ້ຄະນະສະເພາະກິດ COVID-19 ຂັ້ນແຂວງ ເປັນຜູ້ກວດກາ ແລະ ອະນຸມັດຕົວຈີງ, ພ້ອມທັງກະກຽມສະຖານທີ່ຈໍາກັດບໍລິເວນໃຫ້ພຽງພໍ, ກວດຫາເຊື້ອພະຍາດ ແລະ ຈໍາກັດບໍລິເວນ ຜູ້ເດີນທາງເຂົ້າມາ 14 ວັນ ຕາມລະບຽບການ ແລະ ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດ COVID-19 ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພ.

      ໝາຍເຫດ: ໜັງສືສະເໜີ ສະບັບເລກທີ 94/ຈຂ, ລົງວັນທີ 29 ກັນຍາ 2020 ຂອງແຂວງຫຼວງນໍ້າທາ ແລະ ເອກະສານທີ່ກ່ຽວຂ້ອງ ຄັດຕິດມາພ້ອມນີ້.

      ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?