ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ       ເລກທີ 2687/ກຂອ.ບຂອ
ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ  2020

ແຈ້ງການ

 

ເຖິງ : -   ທ່ານ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ.

  -   ບັນດາບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ

ເລື່ອງ :  ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ).

  • ອີງຕາມ ແຈ້ງການ ຂອງ ຫ້ອງການ, ກະຊວງການເງິນ, ເລກທີ 1573/ຫກງ, ລົງວັນທີ 05 ສິງຫາ 2020 ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (Lao National Single Window) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າທົ່ວໄປ ແລະ ນໍ້າມັນເຊື້ອໄຟ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1.

         ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ອີງຕາມແຈ້ງການ ຂອງ ຫ້ອງການ, ກະຊວງການເງິນ, ເລກທີ 1573/ຫກງ, ເລີ້ມແຕ່ວັນທີ 14 ກັນຍາ 2020 ກົມ ຂອ ຈະພິຈາລະນາອອກໃບອະນຸຍາດນໍາເຂົ້າສິນຄ້າປະເພດ ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້້ມ ທີ່ນຳຜ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ເທົ່ານັ້ນ. ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ໃດທີ່ຍັງບໍ່ທັນໄດ້ລົງທະບຽນນໍາໃຊ້ລະບົບ LNSW ແມ່ນໃຫ້ຮີບຮ້ອນລົງທະບຽນນໍາໃຊ້ໂດຍໄວ, ໂດຍສາມາດພົວພັນ ບໍລິສັດ ຮ່ວມພັດພັດທະນາລະບົບແຈ້ງພາສີປະຕູດຽວ ຈໍາກັດ      (ເບີໂທ :   020 5558 6617, 020 5554 4634, 020 5554 4638) ເພື່ອຂໍຮັບການຝຶກອົບຮົມ ແລະ ລົງທະບຽນຂໍລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວ.  ແບບຟອມສະເໜີນໍາໃຊ້ລະບົບ ສາມາດດາວໂຫຼດໄດ້ໃນ  www. prod.laonsw.net ຫຼື ເວັບໄຊ www.laotradeportal.gov.la

     ສຳລັບການນຳເຂົ້າຜ່ານດ່ານພາສີສາກົນອື່ນແມ່ນສາມາດສືບຕໍ່ນໍາໃຊ້ລະບົບເຈັ້ຍແບບເກົ່າຈົນກວ່າຈະມີແຈ້ງການເພີ່ມເຕີມ.

      ດັ່ງ​ນັ້ນ, ຈຶ່ງແຈ້ງມາຍັງ​ ທ່ານ ​ເພື່ອ​ຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ຫົວໜ໊າກົມ
ສຸລິຍົນ ພິລາວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the Lao National Single Window for managing petrol, lubricant and cooking gas at the Lao-Thai International Bridge 1 (Vientiane Capital), No. 2687/DIMEX.IEMD, dated 01 September 2020. PDF
2 ແຈ້ງການກ່ຽວກັບ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກັສຫຸງຕົ້ມ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ), ເລກທີ 2687/ກຂອ.ບຂອ, ລົງວັນທີ 01 ກັນຍາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?