ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ຫ້ອງການ          ເລກທີ 1428/ຫອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 28 ສິງຫາ 2020

ແຈ້ງການ

ເຖິງ: -  ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ;

                - ຜູ້ປະກອບການສົ່ງອອກທີ່ນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ຂອບສັນຍາການຄ້າດ້ານສິນຄ້າອາຊຽນ (Form D).           

ເລື່ອງ: ການຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ ຜ່ານທາງເອເລັກໂຕຣນິກ ຫຼື ATIGA e-Form D.

  • ອີງຕາມ ດຳລັດ ວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 27 ເມສາ 2010;
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງເອເລັກໂຕຣນິກ (e-CO)  ສະບັບ ເລກທີ 0369/ອຄ.ກຂອ, ລົງວັນທີ 28 ກຸມພາ 2016;
  • ອີງຕາມ ແຜນການຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາການຄ້າດ້ານສິນຄ້າ ຂອງອາຊຽນຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate Form D in ASEAN Trade in goods Agreement: ATIGA e-Form D).

   ເພື່ອເປັນການປະຕິບັດພັນທະຂອງ ສປປ ລາວ ພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ATIGA) ທີ່ຕິດພັນກັບວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ, ປະຈຸບັນກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການປັບປຸງລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງເອເລັກໂຕຣນິກ (e-CO) ໃຫ້ສາມາດເຊື່ອມຕໍ່ເຂົ້າກັບລະບົບການແຈ້ງພາສີປະຕູດຽວຂອງອາຊຽນ (ASEAN Single Window: ASW) ແລະ ສາມາດຮັບ-ສົ່ງ, ແລກປ່ຽນຂໍ້ມູນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ ຜ່ານທາງເອເລັກໂຕຣນິກ ຫຼື ATIGA e-Form D ກັບບັນດາປະເທດສະມາຊິກອາຊຽນ ຊຶ່ງໄດ້ທົດລອງນຳໃຊ້ແຕ່ວັນທີ 23 ທັນວາ 2019 ເປັນຕົ້ນມາ ໂດຍຜ່ານເວັບໄຊ www.ecolao.gov.la. ຫ້ອງການ, ​ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງແຈ້ງມາຍັງ ທ່ານ ດັ່ງນີ້:

  1. ໃຫ້ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ຈັດສັນບຸກຄະລາກອນ ແລະ ອຸປະກອນຮັບໃຊ້ ເພື່ອຈັດຕັ້ງປະຕິບັດລະບົບ e-Form D;
  2. ເພື່ອອຳນວຍຄວາມສະດວກ ຜູ້ປະກອບການທີ່ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງອາຊຽນ ສາມາດຫັນມານຳໃຊ້ລະບົບ e-Form D ແທນການອອກ Form D ແບບປົກກະຕິ (Manual);
  3. ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການສົມທົບຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ, ພາກສ່ວນກ່ຽວຂ້ອງ ເຜີຍແຜ່ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.

ຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່ ເວັບໄຊ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ:  www.laotradeportal.gov.la ຫຼື ສາມາດຕິດຕໍ່ພົວພັນ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ໂທ: +856 21 450 255, ອີແມວ: [email protected].

   ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີ.

ຫົວໜ້າຫ້ອງການ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?