ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ໂຍທາທິການ ແລະ ຂົນສົ່ງ
ຫ້ອງການ         ເລກທີ: 01643/ຍທຂ.ຫກ
ນະຄອນຫຼວງວຽງຈັນ, ວັນທີ: 23 ມັງກອນ 2020

ແຈ້ງການ

ເຖິງ:  ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ນະຄອນຫຼວງ

ເລື່ອງ: ການຈັດຕັ້ງປະຕິບັດການອອກອະນຸຍາດທາງດ້ານເຕັກນິກນຳເຂົ້າຍານພາຫະນະເພື່ອຂຶ້ນທະບຽນ ໃນ ສປປ ລາວ ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ LNSW ແລະ ການປະກອບເອກະສານ ເພື່ອຂໍອະນຸຍາດຂຶ້ນທະບຽນ

  • ອີງຕາມ ແຈ້ງການຂອງຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 21666/ຫກ.ສລ, ລົງວັນທີ 6 ຕຸລາ 2016.
  • ອີງຕາມ ບົດແນະນຳກ່ຽວກັບການນຳໃຊ້ ການກວດກາດ້ານເອກະສານເຕັກນິກນຳເຂົ້າຍານພາຫະນະ ໂດຍ ຜ່ານລະບົບແຈ້ງປະຕູດຽວແຫ່ງຊາດ ສະບັບເລກທີ 06491/ຍທກ.ຫຂສ, ລົງວັນທີ 28 ມີນາ 2019.
  • ອີງຕາມ ໜັງສືຂອງກົມຂົນສົ່ງ ສະບັບເລກທີ 00634/ຍທກ.ກສຂ, ລົງວັນທີ 10 ມັງກອນ 2020 ແລະ ການເຫັນດີຂອງທ່ານ ວຽງສະຫວັດ ສິພັນດອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງວັນທີ 17 ມັງກອນ 2020.
  • ອີງຕາມ ການສະເໜີຂອງກົມຂົນສົ່ງ ຄັ້ງວັນທີ 22 ມັງກອນ 2020.

   ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ ນັບຕັ້ງແຕ່ວັນທີ 27 ມັງກອນ 2020 ເປັນຕົ້ນໄປ ກົມຂົນສົ່ງ ຈະໄດ້ອອກອະນູຍາດທາງດ້ານເຕັກນິກນຳເຂົ້າຍານພາຫະນະ ເພື່ອຂຶ້ນທະບຽນ ໃນ ສປປ ລາວ ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ Lao National Single Window “LNSW”. ຊຶ່ງໃນໄລຍະທຳອິດ ແມ່ນຈະໄດ້ຈັດຈັດຕັ້ງປະຕິບັດ ຢູ່ ດ່ານຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ແລະ ໃນຕໍ່ໜ້າຈະຂະຫຍາຍໄປທຸກດ່ານ ສາກົນໃນຂອບເຂດທົ່ວປະເທດ. ການນຳໃຊ້ແບບຟອມ ໃບອະນຸຍາດທາງດ້ານເຕັກນິກ ໃນລະບົບ LNSW ໃບໜຶ່ງ ຈະປະກອບມີ 20 ຄັນ/ໃບ ​(ສະເພາະລົດຍີ່ຫໍ້, ປະເພດ ແລະ ລຸ້ນດຽວກັນ) ທີ່ປ່ຽນແທນຟອມໂຕເກົ່າ ທີ່ ອອກອະນູຍາດເປັນຄັນ. ເພຶ່ອເຮັດໃຫ້ການຂຶ້ນທະບຽນໃນລະບົບໃໝ່ (LNSW) ເປັນເອກະພາບໃນຂອບເຂດທົ່ວປະເທດ, ຂັ້ນຕອນການອະນຸຍາດຂື້ນທະບຽນໃຫ້ປະຕິບັດດັ່ງນີ້:

1.  ຜູ້ໄປຂຶ້ນທະບຽນຕ້ອງແຈ້ງເລກລະຫັດໃບກຳກັບການສົ່ງສິນຄ້າ Summary Declaration Reference “SD” ຕໍ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ເພື່ອກວດກາຄວາມຖືກຕ້ອງ ເອກະສານ ການຳເຂົ້າຍານພາຫະນະ;

2. ເອກະສານຂຶ້ນທະບຽນປະກອບມີ

  1. ໃບຊື້ ຂາຍຍານພາຫະນະ ລະຫວ່າງ ບໍລິສັດທີ່ເປັນຕົວແທນຈຳໜ່າຍຍານພາຫະນະ ແລະ ຜູ້ຊື້ (ສະບັບຕົ້ນ);
  2. ສຳມະໂນຄົວ ຫຼື ບັດປະຈຳຕົວ ຂອງເຈົ້າຂອງລົດຜູ້ທີ່ຂຶ້ນທະບຽນ (ສະບັບສຳເນົາ);
  3. ໃບແຈ້ງສິນຄ້າເປັນລາຍລະອຽດ ບໍ 40 ສະບັບຕົ້ນ ຫຼື ສຳເນົາ, ໃບຢັ້ງຢືນການເສຍພາສີ ບໍ 9 ຕົ້ນສະບັບເປັນແຕ່ລະຄັນ ຈາກກົມພາສີ ກະຊວງການເງິນ;
  4. ເອກະສານ ໃບອະນຸຍາດນຳເຂົ້າ ຈາກ ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໃບອະນຸຍາດທາງດ້ານເຕັກນິກ ນຳເຂົ້າຍານພາຫະນະ ເພື່ອຂຶ້ນທະບຽນ ໃນ ສປປ ລາວ ຈາກກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂໍ້ມູນທາງດ້ານເຕັກນິກ ອື່ນໆ ແມ່ນສາມາດກວດກາໄດ້ຢູ່ໃນລະບົບ LNSW.

3. ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ ຊີ້ນຳ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ຂອງຕົນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ດັ່ງນັ້ນ, ແຈ້ງມາຍັງທ່ານຊາບເພື່ອປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ຫົວໜ້າຫ້ອງການ

ບຸນຈັນ ສິນຣາຊະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the implementation in issuing technical permits to import vehicles into the Lao PDR LNSW system and applications for registration permits, No. 01643/MPWT.CO, dated 23 January 2020. PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດການອອກອະນຸຍາດທາງດ້ານເຕັກນິກນໍາເຂົ້າຍານພາຫະນະເພື່ອຂື້ນທະບຽນ ໃນ ສປປ ລາວ ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ LNSW ແລະ ການປະກອບເອກະສານ ເພື່ອຂໍອະນຸຍາດຂື້ນທະບຽນ, ເລກທີ 01643/ຍທຂ.ຫກ, ລົງວັນທີ 23 ມັງກອນ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?